} />

Pages

Friday, May 5, 2017

ເກີດເຫດຍິງກັນຢູ່ທີ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ




ຕອນແລງເວລາ ປະມານ 5:30 ນາທີ ຂອງວັນທີ 4 ເດືອນ ພຶດສະພາ 2017 ໄດ້ເກີດມີເຫດຍິງກັນຢູ່ທາງຂຶ້ນໄປພະແນໄປສະນີ ໂທລະຄົມມະນາຄົມແລະການສື່ສານ ບ້ານດອນໄຊ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບສາຫັດ 1ຄົນ ຊື່ ທ່ານພັນຕີ ວີໄຊ ເຮີ ສັງກັດຢູ່ຫ້ອງການ ປກສ ແຂວງ ແລະ ໄດ້ເສຍຊີວິດຂະນະນຳສົ່ງໂຮງຫມໍ ສ່ວນສາເຫດແມ່ນທາງເຈົ້າຫນ້າທີ່ພວມສືບສວນສອບສວນ ສຳລັບຜູ້ກໍ່ເຫດແມ່ນຍັງບໍ່ທັນຮູ້ລະອຽດ ສ່ວນຜູ້ຖືກຍີງແມ່ນນຳສົ່ງໄປໂຮງຫມໍເປັນທີ່ຮຽບຮ້ອຍແລ້ວ . ຄວາມຄືບຫນ້າຈະລາຍງານຕື່ມ









Thursday, September 22, 2016

ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 3 ສະໄໝທີ X

            ກອງປະຊຸມຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 3 ສະໄໝທີ X, ໄດ້ມີຂຶ້ນແຕ່ວັນທີ 12-21 ກັນຍານີ້ທີ່ນະຄອນຫລວງວຽງຈັນ,ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ.
             ກອງປະຊຸມໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະ ມານ ແລະ ເງິນຕາສົກປີ 2015-2016 ແລະ ທິດທາງວຽກງານສຳລັບປີ 2017ມາດຕະການກ່ຽວກັບກັບການແກ້ໄຂພະຍາດອາດຍາສິດ ແລະ ສໍ້ລາດບັງຫລວງພ້ອມທັງດຳເນີນຊີວິດການເມືອງພາຍໃນປະຈຳປີ 2016. ກອງປະຊຸມໄດ້ເປັນເອກະພາບໃນໄລຍະ 9 ເດືອນຜ່ານມາເຫັນວ່າໄດ້ມີການ ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ຂອງພັກແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນຮາກຖານບັນຫາທີ່ມີລັກສະນະພົ້ນເດັ່ນ ແລະ ຮີບດ່ວນ

ປະທານພີເອັສຊີ້ແຈງຕື່ມກ່ຽວກັບທຸລະກິດຕົນ

            ທ່ານນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດ ພີເອັສ ສົ່ງເສີມກະສິກໍາ ແລະ ອຸດສະຫະກໍາ ຄົບວົງຈອນຂາອອກ-ຂາເຂົ້າ ຈໍາກັດໄດ້ອອກມາຊີ້ແຈງເພີ່ມເຕີມຕໍ່ສື່ມວນຊົນກ່ຽວກັບເນື້ອແທ້ການດໍາເນີນທຸລະກິດຂອງຕົນຫລັງຈາກກ່ອນໜ້ານີ້ທະນາຄານແຫ່ງ ສປປ ລາວ ໄດ້ມີແຈ້ງການໃຫ້ບໍລິສັດຕົນຢຸດຕິການລະດົມທຶນຈາກມວນຊົນໃນຮູບແບບຂາຍຮຸ້ນກູ້ເງິນຝາກໃຫ້ດອກເບ້ຍສູງ. ຕໍ່ບັນຫາດັ່ງກ່າວທ່ານປະທານບໍລິສັດໄດ້ຊີ້ແຈງວ່າ: ໃນໄລຍະຜ່ານມາບໍລິສັດພວກເຮົາແມ່ນດໍາເນີນທຸລະກິດຖືກຕ້ອງສອດຄ່ອງກັບລະບຽບກົດໝາຍວ່າດ້ວຍວິສາຫະກິດແຫ່ງ ສ ປປ ລາວ ແລະ ຢືນຢັນບໍ່ໄດ້ເຄື່ອນໄຫວ
ທຸລະກິດຄືຮູບແບບດັ່ງທີ່ກ່າວມານັ້ນແຕ່ນະໂຍບາຍ ແລະ ວັດຖຸປະສົງຕົ້ນຕໍໃນການດໍາເນີນທຸລະກິດຂອງບໍລິສັດແມ່ນຜະລິດສີນຄ້າກະສິກໍາ ແລະ ອຸດສະຫະກໍາໃຫ້ໄດ້ມາດຕະຖານຂະຫຍາຍຕົວແທນຈໍາໜ່າຍໃຫ້ກວ້າງຂວາງກວມ

ໂຮງແຮມ 5 ດາວ ຄຣາວພລາຊາວຽງຈັນ ຈະເປີດໃຫ້ບໍລິການທ້າຍປີນີ້

          ທ່ານ ໂອລີເວີ ຮອນ (Oliver Horn) ອຳນວຍການໃຫຍ່ໂຮງແຮມຄຣາວພລາຊາວຽງຈັນ (CROWNE PLAZA VIENTIANE),ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາໃນວັນທີ 21 ກັນຍານີ້ວ່າ: ໂຮງແຮມຄຣາວພລາຊາວຽງຈັນ ທີ່ພວມກໍ່ສ້າງຢູ່ຖະໜົນສາມແສນໄທເມືອງຈັນທະບູລີນະຄອນຫຼວງວຽງຈັນທີ່ມີຂະໜາດໃຫຍ່ນີ້ເປັນໂຮງແຮມລະດັບ 5 ດາວໄດ້ມາດຕະຖານສາກົນແຫ່ງທຳອິດໃນລາວທີ່ນອນຢູ່ໃນເຄືອຂ່າຍທຸລະກິດໂຮງແຮມຄຣາວຈໍານວນ 420 ແຫ່ງທີ່ມີໃນທົ່ວໂລກເປັນໂຮງແຮມຂອງນັກທຸລະກິດຫວຽດນາມ ແລະ ເລີ່ມກໍ່ສ້າງມາແຕ່ປີ 2013 ມີມູນຄ່າຫຼາຍລ້ານໂດລາສະຫະລັດປັດຈຸບັນການກໍ່ສ້າງມີ
ຄວາມຄືບໜ້າຫຼາຍກວ່າ 75 % ແລ້ວ ແລະ ຄາດວ່າຈະສຳເລັດ ແລະ ເປີດໃຫ້ບໍລິການໃນທ້າຍປີ 2016 ນີ້.

Friday, June 3, 2016

ລົດເມກາຍເປັນລົດຂົນໄມ້ ລະເບີດເສຍຊີວິດ 8 ຄົນ

 ເຫດເກີດ ຕອນເຊົ້າ ເວລາປະມານ 05:00 ຕອນເຊົ້າມື້ນີ້. 2 ມິຖຸນາ 2016 ລົດເມລັກລອບຂົນສົ່ງໄມ້ ອອກທາງດ່ານ ນາເພົ້າ-ຈໍຫຼໍ ເກີດລະເບີດລະຫວ່າງທາງ ມີຄົນເສຍຊີວິດ 8 ຄົນ ເປັນກຳມະກອນຫວຽດນາມ.


Wednesday, April 20, 2016

ສະພາແຫ່ງຊາດລົງມະຕິເລືອກຕັ້ງປະທານປະເທດ, ປະທານສະພາ ແລະ ນາຍົກລັດຖະມົນຕີແລ້ວ


ປະທານປະເທດ, ປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ

ຂປລ. ກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ເມສາ 2016 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ,

Thursday, February 11, 2016

ສານນະຄອນຫລວງ ​ຕັດສິນ​ຈຳ​ຄຸກ 3 ປີ​ ຍ້ອນ​ລັກ​ໂຕນ​ໜີ​ຈາກ​ຄ້າຍ​ຄຸມ​ຂັງ


     ເມື່ອບໍ່ດົນນີ້ ສານປະຊາຊົນນະຄອນຫຼວງວຽງຈັນໄດ້ຕັດສິນລົງໂທດທ້າວເກດສະໜາ ອາຍຸ 38 ປີ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໃຫ້ຈຳຄຸກເປັເວລາ 3 ປີພ້ອມປັບໃໝ່ 2,3 ລ້ານກີບ​,​ ໃນຂໍ້​ຫາໂຕນໜີຈາກຄ້າຍຄຸມຂັງ​ດັດສ້າງເມືອງສີໂຄດຕະບອງ ​​ແລະ ຄະດີມີຢາເສບຕິດໄວ້ໃນຄອບຄອງ, ​ໂດຍຜູ້ກ່ຽວຖືກເຈົ້າໜ້າທີ ປກສເມືອງສີໂຄດຕະບອງ ຈັບຕົວເມື່ອວັນທີ 17 ຕຸລາ 2013 ໃນຂໍ້ຫາມີຢາເສບຕິດຈຳນວນໜຶ່ງໄວ້ໃນຄອບຄອງ ແລະ ໃນຂະນະຖືກຄຸມຂັງຢູ່ຄຸກເມືອງສີໂຄດຕະບອງໄດ້ປະມານເດືອນກວ່າ ຜູ້ກ່ຽວໄດ້ຮ່ວມກັບໝູ່ໃນຄຸກຈຳນວນໜຶ່ງລັກໂຕນໜີຈາກຄ້າຍຄຸມຂັງດັ່ງກ່າວ, ​ແລ້ວ

Tuesday, January 19, 2016

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກໄຂຂຶ້ນຢ່າງສະຫງ່າຜ່າເຜີຍ

     ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ ຂອງພັກປະຊາຊົນປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 18 ມັງກອນ 2016 ພາຍໃຕ້ຄຳຂວັນຍົກສູງຄວາມສາມາດນຳພາ ແລະ ລັກສະ ນະນຳໜ້າຂອງພັກເພີ່ມທະວີມະຫາສາມັກຄີທົ່ວປວງຊົນທັງຊາດຍຶດໝັ້ນແນວທາງປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ” ໂດຍມີສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກ,ກຳມະການສູນກາງພັກ ພ້ອມບັນດາສະມາຊິກພັກສົມບູນຈຳນວນ 680 ກວ່າສະຫາຍທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວປະເທດຈຳນວນ 250.000 ກວ່າສະຫາຍ.

     ສະຫາຍ ຈູມມາລີ ໄຊຍະສອນ ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການ ເຊິ່ງມີບາງຕອນສຳຄັນວ່າ: ກອງປະຊຸມໃຫຍ່ຄັ້ງທີ ຂອງພັກໄຂຂຶ້ນໃນຄັ້ງນີ້ແມ່ນເຫດການການເມືອງທີ່ມີຄວາມສຳຄັນຢ່າງຍິ່ງ ທັງເປັນບາ

ບໍ່ມີຍຸກໃດສະ​ໄໝໃດທີ່ປະເທດຊາດໄດ້ຮັບການພັດທະນາຄືຍຸກນີ້

   ໃນໂອກາດດໍາເນີນກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕ່າງກໍໄດ້ມີຄວາມຄິດເຫັນທີ່ເປັນເອກະພາບວ່າ: ບໍ່ມີຍຸກໃດສະໃໝໃດທີ່ປະເທດພວກເຮົາໄດ້ຮັບການພັດທະນາຄືຍຸກສະໃໝນີ້.
          ສະຫາຍພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການສູນກາງພັກ,ລັດຖະມົນຕີຊ່ວຍວ່າການກະ ຊວງປ້ອງກັນປະເທດ ໃຫ້ສໍາພາດວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດ ສາດຂອງຊາດຢ່າງຍິ່ງເຊິ່ງແມ່ນໄລຍະທີ່ພັກຈະໄດ້ສືບຕໍ່ນໍາພາປະເທດຊາດກ້າວສູ່ໄລຍະໃໝ່ແຫ່ງການພັດທະນາໄປຕາມທິດຍືນຍົງ ແລະ ກ້າວຂຶ້ນບົນເສັ້ນທາງສັງຄົມນິຍົມ. ສໍາລັບການຈັດຕັ້ງປະຕິ ບັດມະຕິ 9 ຂອງພັກໃນໄລຍະຜ່ານມາແມ່ນ
ພວກເຮົາໄດ້ພ້ອມກັນຜັນຂະຫຍາຍເນື້ອໃນ 4 ບຸກທະລຸຂອງພັກຢ່າງໜັກແໜ້ນ ແລະ ມີຜົນສໍາເລັດອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດເຮົາ, ປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີປອງດອງມີຄວາມຢູ່ດີກິນດີ ແລະ ຍູທ່າງທໍາມະຫາກິນພາຍໃຕ້ລະບອບໃໝ່ປະຊາທິປະໄຕ.

Friday, November 27, 2015

ແມ່ນຫຍັງຕົກມາຈາກຟ້າ? ທີ່ຈຳປາສັກ ເວລາ 4 ໂມງເຊົ້າ 27/11/2015


ເກີດສຽງແຕກຮຸນແຮງ ທີ່ເທີງທ້ອງຟ້າ ເວລາປະມານ 4:00 ຕອນເຊົ້າ ມື້ນີ້ 27 ພະຈິກ 2015 ທີ່ຈຳປາສັກ. ແລະ ໄດ້ມີ ເສດວັດຖຸຕົກລົງມາໃນຫຼາຍເຂດ ເຊິ່ງມີປະຊາຊົນ ຖ່າຍຮູບສົ່ງມາໃຫ້ຈາກຫຼາ່ຍບ້ານ.
ບ້ານລົມສັກເຫນືອ ເມືອງບາຈຽງ ເເຂວງຈຳປາສັກ, ບ້ານຫນອງສາ ເມືອງຈຳປາສັກ ເເຂວງຈຳປາສັກ , ບ້ານດອນຕະລາດ, ເມືອງຈຳປາສັກ ເເຂວງຈຳປາສັກ
ຍັງບໍ່ຮູ້ວ່າ ສິ່ງທີ່ລະເບີດ ແລະ ຕົກລົງມານັ້ນແມ່ນຫຍັງກັນແທ້? ແຕ່ປະຊາຊົນບອກວ່າ ສຽງດັງຮຸນແຮງຫຼາຍ.