} />

Pages

Thursday, February 19, 2015

ຈຳຄຸກ 15 ປີຍ້ອນຄ້າມະນຸດ

ພາບ-ຂ່າວ ໜສພ ປກສ
ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງໂທດນາງ ນ້ອຍ ອາຍຸ 33 ປີຢູ່ບ້ານໂນນສົມບູນເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ 15 ປີພ້ອມປັບໃໝຮ້ອຍລ້ານກີບ, ໃນຂໍ້ຫາຄ້າມະນຸດ. ໂດຍຜູ້ກ່ຽວໄດ້ຕົວະຍົວະລອກລວງຍີງສາວຫລາຍຄົນໄປຂາຍບໍລິການທາງເພດຢູ່ປະເທດ ໄທໂດຍໄດ້ຄ່າ ນາຍໜ້າຄັ້ງລະ 2-4 ພັນບາດ(ສະກຸນເງີນໄທ) ແລະ ກ່ອນຈະຖືກເຈົ້າໜ້າ ທີ່ຈັບຕົວໄດ້ໃນໄລຍະໄລຍະເດືອນພຶດສະພາ 2009 ນາງນ້ອຍໄປຕົວະຍົວະເອົາຍິງສາວ ຄົນ ໜຶ່ງຈາກຜູ້ປົກຄອງວ່າຈະເອົາເຮັດວຽກໃນຮ້ານອາ ຫານຢູ່ໄທວ່າໄດ້ເງິນ ເດືອນດີ ແລະ ເມື່ອໄປຮອດປະເທດໄທນາງນ້ອຍກໍຍົວະໃຫ້ຍິງສາວຄົນດັ່ງກ່າວຂາຍ ບໍລິການທາງ ເພດໃຫ້ ກັບຊາຍໄທ ຄົນໜຶ່ງວ່າຈະໃຫ້ເງິນ 40 ພັນບາດ, ແຕ່ສຸດທ້າຍໄດ້ແຕ່ 9 ພັນ ບາດ, ໂດຍອ້າງວ່າຫັກຄ່າເອກກະສານຕ່າງໆ ແລະ ເຈົ້າຂອງຮ້ານກໍບໍ່ໃຫ້ກັບຄືນ ມາປະເທດ, ຕົກມາຮອດເດືອນມິຖຸນາ 2009 ຜູ້ປົກຄອງຂອງຍີງສາວຄົນດັ່ງກ່າວບໍ່ໄດ້ຮັບຂ່າວ ຄາວຈາກລູກຈຶ່ງໄປແຈ້ງ ຕໍ່ເຈົ້າໜ້າທີ່ ແລະ ໄດ້ຈັບຕົວນາງນ້ອຍມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment