![]() |
| ພາບ-ຂ່າວ ຫນັງສືພິມ ປກສ |
ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ໃຫ້ຮູ້ວ່າ: ໃນວັນທີ
15 ກຸມພາຜ່ານ ມາ, ຊາວບ້ານຄົນໜຶ່ງ ໄດ້ໄປພົບສົບ ຊາຍນິລະນາມທີ່ຟູຂຶ້ນຈາກໜອງນ້ຳ, ຢູ່ເຂດ ບ້ານຮ່ອງແກ,
ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ, ຊາກສົບດັ່ງກ່າວ ເປັນ ເພດຊາຍ ອາຍຸປະມານ 20 ກວ່າປີ, ສູງປະມານ
1,46 ຊັງຕີແມັດ, ຜົມດຳ, ບໍ່ຮູ້ຊື່, ບ້ານ ແລະ ເມືອງ ເພາະຜູ້ກ່ຽວ ບໍ່ມີເອກະສານຫຍັງຕິດໂຕມານຳ.
ສະນັ້ນ ເຈົ້າໜ້າ ທີ່ຈຶ່ງ ໄດ້ປະກາດຫາຍາດພີ່ນ້ອງຜູ້ເສຍຊີວິດດັ່ງກ່າວ ເພື່ອໃຫ້ມາຮັບ ເອົາຊົບຂອງຜູ້ ກ່ຽວໄປດຳເນີນຕາມຮີດ
ຄອງປະເພນີ. ປັດຈຸບັນຊົບຂອງຜູ້ກ່ຽວຍັງຢູ່ໂຮງເຢັນໂຮງໝໍມະໂຫສົດ ເພື່ອລໍຖ້າ ຍາດພີ່ນ້ອງ ມາຮັບເອົາ.
ດັ່ງນັ້ນ ຖ້າໃຜເປັນພີ່ນ້ອງ ຫລື ຮູ້ຜູ້ເສຍຊີວິດດັ່ງກ່າວ ແມ່ນສາມາດມາ ຕິດຕໍ່ເອົາສົບຜູ້ກ່ຽວນ
ຳເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນໄດ້ຕະຫລອດ ເວລາ ເບີໂທ:
020 99962088.

No comments:
Post a Comment