![]() |
| ພາບປະກອບ |
ເພື່ອປັບປຸງການດຳລົງຊີວິດຂອງຊາວຜູ້ອອກແຮງງານໃນຫົວໜ່ວຍການຜະລິດ,
ທຸລະກິດ ຫລື ການບໍລິການທັງໃນ ແລະ ນອກລະບົບ ແລະ ຜູ້ເຮັດວຽກໃນຄົວ ເຮືອນ ໃຫ້ໄດ້ຂັ້ນພື້ນຖານ
ແລະ ດີຂຶ້ນ ກວ່າເກົ່າ ສອດຄ່ອງກັບລະດັບການ ຂະ ຫຍາຍຕົວດ້ານເສດຖະກິດ-ສັງຄົມ ກັບຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ,
ຈິດໃຈ ແລະ ຜົນປະໂຫຍດທາງ ດ້ານສະຫວັດດີການສັງຄົມ ແລະ ເພື່ອເຮັດໃຫ້ຜູ້ ອອກແຮງງານໄດ້ຮັບຜົນປະໂຫຍດ
ຫລື ຄ່າຕອບແທນຈາກການເຮັດ ວຽກຢ່າງ ເໝາະສົມ ແລະ ຍຸຕິທຳກັບລາຍໄດ້ທີ່ຕົນຄວນຈະໄດ້ຮັບການເຮັດວຽກລັດຖະມົນຕີວ່າການກະຊວງແຮງງານ
ແລະ ສະຫວັດ ດີການສັງຄົມອອກແຈ້ງການແນະນຳໃນການປັບແຮງງານຂັ້ນຕ່ຳສຸດຂອງຜູ້ອອກແຮງງານແມ່ນເທົ່າກັບ
900.000 ກີບ (ເກົ້າແສນກີບຖ້ວນ) ຕໍ່ຄົນຕໍ່ເດືອນ. ສະນັ້ນຜູ້ອອກແຮງງານທີ່ເຮັດວຽກແບບມອບເໝົາ,
ແບບຕາມຜະ ລິດຕະພັນປະ ຈຳຢູ່ຫົວໜ່ວຍແຮງງານ ຫລື ສະຖານທີ່ໃດໜຶ່ງທີ່ຜູ້ໃຊ້ແຮງງານທີ່ເຮັດວຽກແບບມອບເໝົາ,
ແບບຕາມ ຜະລິດຕະພັນ ປະຈຳຢູ່ຫົວໜ່ວຍແຮງງານ ຫລື ສະຖານທີ່ໃດໜຶ່ງທີ່ຜູ້ໃຊ້ແຮງງານຈັດໃຫ້ນັ້ນ
ໂດຍລວມແລ້ວແມ່ນ ບໍ່
ໃຫ້ຕ່ຳກວ່າຄ່າແຮງງານຂັ້ນຕ່ຳສຸດທີ່ໄດ້ກຳນົດໄວ້ດັ່ງກ່າວ, ສຳລັບຖ້າຜູ້ໃຊ້ແຮງງານນຳໃຊ້ຜູ້ອອກແຮງງານເຮັດວຽກຢູ່ໃນ
ໜ້າວຽກທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ມີຄວາມຫຍຸ້ງຍາກຕໍ່ການດຳລົງຊີວິດເຊັ່ນ: ເຮັດວຽກກັບທາດເບື່ອ,
ທາດ ເຄມີ, ກຳມັນຕະພາບລັງສີ, ພະ ຍາດຕິດແປດ, ກິ່ນອາຍ, ຄວັນ, ຢູ່ຂຸມ ຫລື ອຸໂມງໃຕ້ດິນ,
ຢູ່ພື້ນນ້ຳ, ຢູ່ບ່ອນສູງ, ຢູ່ສະ ຖານທີ່ມີຄວາມ ຮ້ອນ ຫລື ເຢັນຜິດປົກກະຕິ, ເຮັດວຽກກັບເຄື່ອງມືສັ່ນສະເທືອນເປັນປະຈຳ
ແລະ ຜູ້ທີ່ຖືກສົ່ງໄປເຮັດ ວຽກຢູ່ເຂດທຸລະກັນດານຫ່າງໄກສອກຫລີກ, ບ່ອນທີ່ສະພາບການກິນຢູ່,
ພັກເຊົາຫຍຸ້ງຍາກນັ້ນ ໃຫ້ຜູ້ໃຊ້ແຮງງານເພີ່ມ ຄ່າແຮງງານຂັ້ນຕ່ຳສຸດໃຫ້ຜູ້ອອກແຮງງານຜູ້ນັ້ນບໍ່ໃຫ້ຕ່ຳກວ່າ
15% ຂອງຄ່າແຮງງານຂັ້ນຕ່ຳ ສຸດທີ່ກຳນົດໄວ້ໃນແຈ້ງ ການແນະນຳສະບັບນີ້ ແລະ ຂໍໃຫ້ບັນດາຫົວໜ່ວຍແຮງງານຕ່າງໆ
ທີ່ເຄື່ອນໄຫວໃນຫົວໜ່ວຍການຜະລິດ, ທຸລະກິດ ຫລື ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ,
ຜູ້ອອກ ແຮງງານທັງທີ່ເຮັດວຽກຢູ່ໃນ ແລະ ນອກລະບົບ ແລະ ຜູ້ເຮັດວຽກໃນຄົວເຮືອນໃນຂອບເຂດທົ່ວປະເທດຈົ່ງຮັບຮູ້
ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງແຈ້ງ ການແນະນຳຢ່າງເຂັ້ມງວດ; ຫົວໜ່ວຍແຮງງານ ຫລື
ຜູ້ໃຊ້ແຮງງານໃດໄດ້ເບີກຈ່າຍຄ່າແຮງງານຂັ້ນຕ່ຳສຸດໃຫ້ຜູ້ອອກ ແຮງງານຂອງຕົນເທົ່າກັບ ຫລື ສູງກວ່າລະດັບຄ່າແຮງງານຂັ້ນຕ່ຳສຸດນີ້ແລ້ວ
ແມ່ນໃຫ້ສືບຕໍ່ປະຕິບັດຕາມປົກກະຕິ, ຫາກເບີກຈ່າຍຕ່ຳກວ່າຕ້ອງດຳເນີນການປັບປຸງໃຫ້ຖືກຕ້ອງ
ແລະ ສອດຄ່ອງຕາມແຈ້ງການແນະນຳ ແລະ ມີຜົນບັງຄັບ ໃຊ້ຢ່າງເປັນທາງການນັບແຕ່ວັນທີ 1 ເມສາ
2015 ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງໃໝ່.

No comments:
Post a Comment