ພາຍຫລັງໄດ້ເກີດມີພະຍຸ ແລະ ຝົນຕົກຢ່າງແຮງໃນຂ້ອນແຈ້ງຂອງເຊົ້າວັນທີ
19 ກຸມພາຜ່ານມາ, ໄດ້ເຮັດໃຫ້ເຮືອນ ຊານປະຊາຊົນຫລາຍຫລັງລວມເຖິງເສັ້ນທາງ ແລະ ເສົາໄຟຟ້າຫລາຍຕົ້ນໃນຕົວເມືອງຂອງນະຄອນຫລວງວຽງຈັນ,
ໄດ້ ຮັບຜົນ ເສຍຫາຍຫລາຍສົມຄວນ, ເຊິ່ງເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງກວ່າໝູ່ແມ່ນ ເມືອງຫາດຊາຍຟອງ,
ໂດຍສະເພາະເສົາໄຟຟ້າໄດ້ຫັກລົ້ມລົງຂວາງທາງນັບ ແຕ່ສີ່ແຍກໄຟແດງໜອງ ໄຮໄປຈົນຮອດບ້ານສາລະຄຳ,
ເຮືອນປະຊາຊົນ ຫລາຍຫລັງທີ່ຢູ່ລຽບແຄມຖະໜົນທ່າເດື່ອຖືກລົມພັດຢ່າງແຮງເຮັດໃຫ້ຫລັງຄາເຮືອນຫລຸດປີວອອກໄປກັບລົມ,
ບາງ ຫລັງແກ້ວປະຕູແຕກ, ຫລັງຄາຫັກໄປຕາມໆກັນ,ໂດຍສະເພາະບັນດາຮ້ານຂາຍໜັງເຄັມຢູ່ແຄມທາງດັ່ງກ່າວແມ່ນເປ່ເພ
ລຽບປານໜ້າກອງ. ນອກຈາກນີ້ ປ້າຍໂຄສະນາຫລາຍແຜນກໍໄດ້ຫັກລົ້ມທັບທາງເປັນຈຳນວນຫລາຍ.
ນັກຂ່າວພວກເຮົາໄດ້ລົງສອບຖາມເຈົ້າຂອງເຮືອນທີ່ໄດ້ຮັບຜົນກະທົບຈາກພະຍຸຝົນຄັ້ງນີ້
ເຊິ່ງພວກເຂົາໄດ້ຕອບເປັນ ສຽງດຽວວ່າ: ບໍ່ຄິດວ່າຈະມີລົມ ແລະ ຝົນຕົກແຮງຂະໜາດນີ້ ແລະ ກໍເປັນຊ່ວງເວລາທີ່ປະຊາຊົນພວມຫລັບນອນ ແລະ ສ້າງຄວາມເສຍຫາຍຫລາຍເປັນຈຳນວນຫລາຍ.
ທ່ານເຈົ້າເມືອງຫາດຊາຍຟອງ ບຸນທາມ ພຸດທະວົງສາ ໃຫ້ຮູ້ວ່າ:ນັບວ່າເປັນໄພພິບັດທາງທຳມະຊາດທີ່ສ້າງ
ຄວາມເສຍຫາຍຫລາຍຢ່າງບໍ່ເຄີຍມີມາກ່ອນຢູ່ເມືອງຫາດຊາຍຟອງ, ເຊິ່ງພະຍຸດັ່ງກ່າວນັບວ່າຮຸນແຮງພັດ
ມາພຽງບໍ່ເທົ່າ ໃດນາທີເມື່ອເວລາປະມານ 5 ໂມງເຊົ້າກໍສ້າງຄວາມເສຍຫາຍຢ່າງໜັກໃຫ້ກັບພື້ນຖານໂຄງລ່າງ
ແລະ ເຮືອນຊານບ້ານ ຊ່ອງຂອງປະຊາຊົນເປັນຈຳນວນຫລາຍຮ້ອຍຫລັງ, ເຊິ່ງເຂດທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ແມ່ນເຂດບ້ານບໍ່ໂອ,
ດອນ ຂາຊາຍ, ໜອງແວງ, ສົມສະໜຸກ, ສາລະຄຳ, ດົງຄຳຊ້າງ. ນອກຈາກນີ້ຍັງມີໂຮງຮຽນຫລາຍຫລັງໄດ້ຮັບຜົນເສຍຫາຍ
ເຊັ່ນກັນ ແລະ ມີປະຊາຊົນຈຳນວນໜຶ່ງໄດ້ຮັບບາດເຈັບຍ້ອນຖືກເສດກະເບື້ອງຕົກໃສ່ແຕ່ກໍໄດ້ຮັບການປະຖົມພະຍາ
ບານແລ້ວ ແລະ ບໍ່ມີຜູ້ເສຍຊີວິດແຕ່ຢ່າງໃດ, ປັດຈຸບັນໄດ້ສັ່ງໃຫ້ນາຍບ້ານຂອງບ້ານທີ່ໄດ້ຮັບຜົນກະທົບຮີບຮ້ອນສະ
ຫລຸບຕົວເລກຜົນເສຍຫາຍພາຍໃນບ້ານຂອງຕົນໂດຍໄວ ເພື່ອລາຍງານໃຫ້ຄະນະນຳນະຄອນຫລວງຮັບຊາບເພື່ອຊອກ
ຫາວິທີການແກ້ໄຂ ແລະ ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບໜັກຈາກໄພທຳມະຊາດດັ່ງກ່າວ.

No comments:
Post a Comment