ເພື່ອນພະນັກງານປ້ອງກັນຢູ່ຮ້ານອາຫານຊ້າງຄຳ
ບ້ານພະຂາວ ເມືອງໄຊທານີ ນະຄອນ ຫລວງວຽງຈັນ
ຕ່າງກໍມາຊ່ວຍໂຈມເອົາຮ່າງທ້າວ
ສະຫວັນໄຊ ອາຍຸ 37 ປີ
ພະນັກງານປ້ອງກັນຢູ່ຮ້ານອາຫານດັ່ງກ່າວພະຍາຍາມນຳສົ່ງໂຮງໝໍ,
ແຕ່ບໍ່ທັນຫວິດອອກຈາກຮ້ານຜູ້ກ່ຽວກໍໃຈຂາດ
ພາຍຫລັງຖືກໜຸ່ມອາລົມເດືອດຄົນໜຶ່ງໃຊ້ປືນຍິງໃສ່ຜູ້ກ່ຽວຢ່າງປະຊັນ
ຊິດຫລາຍນັດ.
ເຈົ້າໜ້າທີ່ ປກສ ເມືອງໄຊ ທານີ ນະຄອນຫລວງວຽງຈັນ
ໃຫ້ຮູ້ວ່າ: ໃນເວລາ 2 ໂມງເຊົ້າ ຂອງວັນທີ 20 ກັນຍານີ້,
ເຈົ້າໜ້າທີ່ຕົນໄດ້ຮັບແຈ້ງວ່າມີເຫດການຍິງກັນຢູ່ຮ້ານອາຫານຊ້າງ
ຄຳ,
ພາຍຫລັງໄດ້ຮັບແຈ້ງຄວາມ ທາງເຈົ້າໜ້າທີ່ສືບສວນ- ສອບສວນ ປກສ ເມືອງ
ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ພະແນກສືບ
ສວນຫ້ອງຕຳຫລວດ ປກສ ນະ ຄອນຫລວງວຽງຈັນ
ໄດ້ຮີບຮ້ອນລົງສະຖານທີ່ເກີດເຫດ ແລະ
ພົບຜູ້ເສຍຊີວິດ 1 ຄົນ ຄືທ້າວ ສະ ຫວັນໄຊ ອາຍຸ 37 ປີ ຢູ່ບ້ານຊ້າງຄູ້
ເມືອງໄຊທານີ
ນະຄອນຫລວງວຽງຈັນ ຜູ້ກ່ຽວເປັນພະນັກງານຫົວໜ້າປ້ອງກັນຂອງຮ້ານອາ
ຫານດັ່ງກ່າວ.ຈາກນັ້ນ,ເຈົ້າໜ້າທີ່ຈຶ່ງໄດ້ສອບປາກຄຳຈາກຜູ້ເຫັນ
ເຫດການຮູ້ວ່າ:
ຜູ້ລົງມືຍິງແມ່ນທ້າວ ຕ໋ອບບີ ອາຍຸ 28 ປີ ຢູ່ບ້ານພະຂາວ ເມືອງໄຊທານີ
ນະຄອນ ຫລວງ
ວຽງຈັນ
ເຊິ່ງກ່ອນເກີດເຫດເວລາປະມານ 24 ໂມງ ຂອງວັນທີ 19 ກັນຍານີ້,ທ້າວ
ຕ໋ອບບີ ພ້ອມກັບໝູ່
1 ຄົນ ໄດ້ພາກັນເຂົ້າໄປດື່ມກິນຢູ່ຮ້ານອາຫານດັ່ງ
ກ່າວ,ພາຍຫລັງໄປຮອດກໍໄດ້ເຂົ້າໄປໃນຮ້ານຈົນຮອດເວລາ
1 ໂມງເຊົ້າຂອງວັນທີ 20 ກັນຍາ
ຜູ້ກ່ຽວກໍໄດ້ຜິດຖຽງກັບລູກຄ້າທີ່ນັ່ງຢູ່ໂຕະໃກ້ກັນ.ຈາກນັ້ນທ້າວ
ສະ ຫວັນໄຊ ທີ່ເປັນຫົວໜ້າປ້ອງກັນຢູ່ຮ້ານອາຫານ
ຈຶ່ງໄດ້ໄປຫ້າມແລ້ວແຍກກັນອອກ
ເຊິ່ງເຮັດໃຫ້ທ້າວ ຕ໋ອບບີ ເກີດຄວາມບໍ່ພໍໃຈ ແລະ ມີການທ້າທາຍ
ແລ້ວໄດ້ຂີ່ລົດຈັກຊ້ອນກັບໝູ່ທີ່ມານຳອອກຈາກຮ້ານອາຫານໄປປະມານ
10 ນາທີ ຈຶ່ງກັບເຂົ້າມາຮ້ານອາ ຫານຄືນ ແລະ
ໃຊ້ປືນສັ້ນຍິງໃສ່ໜ້າເອິກຂອງທ້າວ
ສະຫວັນໄຊ 3 ນັດ
ຈົນເຮັດໃຫ້ລົ້ມລົງຄາທີ່.ຈາກນັ້ນ,ພະນັກງານຫລາຍຄົນໄດ້ແລ່ນເຂົ້າໄປ
ຍາດປືນນຳທ້າວ
ຕ໋ອບບີ ແລະ ມີການຕໍ່ສູ້ກັນ ກ່ອນທ້າວ ຕ໋ອບບີ ຈະຍິງປືນຂຶ້ນຟ້າ 1 ນັດ
ແລະ ເຮັດປືນຫລຸດມື.
ຈາກນັ້ນຈຶ່ງໄດ້ຫລົບໜີໄປ.ປັດຈຸບັນ ທາງເຈົ້າໜ້າທີ່ເລັ່ງຕິດຕາມຈັບ ຜູ້
ກ່ຽວມາດຳເນີນຄະດີຕາມລະ
ບຽບກົດໝາຍ.
No comments:
Post a Comment