} />

Pages

Tuesday, September 24, 2013

ອຸທາຫອນເດັກ 15 ປີ ຂັບລົດໃຫຍ່ໄປຕຳຄົນເສຍຊີວິດ

             ຜູ້ເປັນເມຍ, ເປັນລູກ, ຍາດພີ່ນ້ອງ ແລະ ໝູ່ເພີ່ນຫລາຍຄົນ, ໄດ້ແຕ່ຮ້ອງໄຫ້ດ້ວຍຄວາມໂສກເສົ້າອາໄລ ຕໍ່ການ ເສຍຊີວິດ ຂອງທ້າວ ກົມອາຍຸ 42 ປີ ຢູ່ວັດບ້ານຕານມີໄຊ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ຫລັງຈາກ ເກີດອຸປະຕິເຫດໃນຄ່ຳຄືນຂອງວັນທີ 20 ກັນຍານີ້, ຂະນະທີ່ຜູ້ຂັບລົດໃຫຍ່ມີອາຍຸພຽງ 15 ປີ.
             ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ອຸປະຕິເຫດດັ່ງກ່າວເກີດຂຶ້ນເວລາປະມານ 24 ໂມງ ຂອງວັນທີ 19 ກັນຍາ ຢູ່ເສັ້ນທາງເຂດ ບ້ານຕານມີໄຊ ເມືອງຈັນທະບູລີ ນະຄອນຫລວງວຽງຈັນໂດຍລົດເກງ ໝາຍເລກທະບຽນ ກກ 2148 ກຳ ແພງນະຄອນ (ປ້າຍລັດ) ຂັບຂີ່ມາດ້ວຍຄວາມໄວສູງແຕ່ທາງບ້ານຫ້ວຍຫົງເພື່ອຈະມຸ່ງໜ້າໄປທາງບ້ານຕານມີໄຊ ພໍມາຮອດຈຸດທີ່ເປັນທາງ ໂຄ້ງລົດໄດ້ເກີດເສຍຫລັກເຈີດມາຕຳລົດຈັກຄັນໜຶ່ງທີ່ມີຜູ້ຂັບຂີ່ສອງຄົນຂີ່ສວນທາງມາຢ່າງແຮງເຮັດຜູ້ຊ້ອນທ້າຍລົດຈັກ ຄື ທ້າວ ກົມ ເສຍຊີວິດຄາທີ່ ແລະ ຜູ້ຂັບໄດ້ຮັບບາດເຈັບສາຫັດ.

         ອຸປະຕິເຫດຄັ້ງນີ້ ແມ່ນອຸທາຫອນເພື່ອເຕືອນສະຕິຜູ້ປົກຄອງທີ່ມັກຕາມໃຈລູກຫລານໂດຍການປະປ່ອຍໃຫ້ລູກທີ່ ບໍ່ເຖິງກະສຽນໄດ້ຂັບຂີ່ລົດຕາມລຳພັງໃຈ ແລະ ຈາກຄວາມຮູ້ເທົ່າບໍ່ເຖິງການນັ້ນຈຶ່ງເກີດຄວາມປະໝາດເລີ່ນເລີໃນການຂັບຂີ່ ລົດບົນທ້ອງຖະໜົນຈົນກໍໍ່ໃຫ້ເກີດອຸປະຕິເຫດທີ່ໜ້າສະຫຍອງຂວັນດັ່ງກ່າວ.

No comments:

Post a Comment