ຜູ້ລາຍງານຂ່າວທ້ອງຖິ່ນໃຫ້ຮູ້ວ່າ
:
ອ່າງເກັບນ້ຳແຫ່ງນີ້ນອກຈາກນຳເອົາຜົນປະ ໂຫຍດຢ່າງຫລວງຫລາຍມາສູ່ການຜະລິດ
ຂອງປະຊາຊົນແລ້ວ ຍັງກາຍເປັນບ່ອນ ລ້ຽງປານາໆຊະນິດ,
ອັນຊ່ວຍໃຫ້ການປະມົງຊາວເມືອງດັ່ງກ່າວມີການຂະຫຍາຍໂຕ,
ພ້ອມ ນັ້ນ ຍັງເຫມາະສົມພັດທະນາ
ໃຫ້ກາຍເປັນແຫລ່ງທ່ອງທ່ຽວທຳມະຊາດທີ່ສວຍງາມຂອງທ້ອງຖິ່ນນຳອີກປັດຈຸບັນບັນດາຮ້ານອາຫານ,
ສະຖານທີ່ບັນເທີງ ແລະ
ເຮືອນຳທ່ຽວຂະຫນາດຕ່າງໄດ້ເກີດມີຂຶ້ນຢູ່ອ່າງນ້ຳທຳມະຊາດແຫ່ງນີ້,
ຍາມແລງມານອກຈາກພວກເຮົາຈະແນມ ເຫັນ
ວິຖີຊີວິດຂອງປະຊາຊົນຢູ່ອ້ອມຮອບອ່າງນ້ຳແຫ່ງນີ້ແລ້ວ,
ພວກເຮົາຍັງສາມາດຊົມຝູງນົກເປັດນ້ຳ ແລະ ນົກຍາງຂາວນັບເປັນ
ສິບເປັນຮ້ອຍບິນກັບເຮືອນຮັງຂອງພວກມັນ,
ພາຍຫລັງ ຫາກິນຢ່າງອີ່ມຫນຳສຳລານໃນເຂດຫນອງນ້ຳອັນອຸດົມສົມ ບູນແຫ່ງນີ້.
ທ່ານ ສັງວຽນ ແສງກັນນາລີ
ຮອງຫົວຫນ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊຍະບູລີ ໄດ້ລາຍ
ງານໃຫ້ຮູ້ຢູ່ໃນກອງປະຊຸມປຶກສາຫາລືເພື່ອວາງແຜນພັດທະນາອ່າງນ້ຳຕຽນໃຫ້ກາຍເປັນແຫລ່ງທ່ອງທ່ຽວທຳມະຊາດທີ່ໄດ້ຈັດຂຶ້ນ
ເມື່ອວັນທີ 2 ກັນຍາຜ່ານມາ ຢູ່ພະແນກການດັ່ງກ່າວວ່າ : ມັນມີຄວາມສຳຄັນ ແລະ ຈຳເປັນຫລາຍທີ່ຈະຕ້ອງໄດ້ພັດທະນາເຂດ
ທ່ອງທ່ຽວທຳມະຊາດແຫ່ງນີ້ ໃຫ້ມີມາດຕະຖານດີຂຶ້ນເພື່ອສາມາດຮອງຮັບຈຳນວນນັກທ່ອງທ່ຽວເຂົ້າມາແຂວງໄຊຍະບູລີທີ່ນັບມື້
ເພີ່ມຂຶ້ນເຊັ່ນດຽວກັນ,
ນອກຈາກແຂກທີ່ມາທ່ອງທ່ຽວງານບຸນຊ້າງທີ່ເຄີຍຈັດຂຶ້ນໃນລະຫວ່າງເດືອນກຸມພາຂອງທຸກໆປີແລ້ວຈຳ
ນວນນັກທ່ອງທ່ຽວເຂົ້າມາໄຊຍະບູລີ 9.000 ກວ່າຄົນ, ແຕ່ມາຮອດປີ 2010
ຈຳນວນນັກທ່ອງທ່ຽວດ່ັງກ່າວໄດ້ເພີ່ມຂຶ້ນເປັນ 25.800 ກວ່າຄົນ ແລະ ປີ 2012 ຜ່ານມາມີຫລາຍເຖິງ
63.100 ກວ່າຄົນ ໂດຍສະເລ່ຍມີອັດຕາເພີ່ມຂຶ້ນໃນແຕ່ລະປີປະມານ 9,4%ຽ ແມ່ນມີຈຸດປະສົງຜ່ານໄປທ່ຽວເມືອງມໍລະດົກໂລກຫລວງພະບາງ,
ທັງນີ້ກໍຍ້ອນວ່າແຂວງໄຊຍະບູລີຍັງບໍ່ທັນມີແຫຼ່ງທ່ອງ ທ່່ຽວອັນລືຊື່ ແລະ ຈັບອົກຈັບໃຈດ່ັງບ່ອນອື່ນ.
ດັ່ງນັ້ນ, ການພັດທະນາອ່າງນ້ຳຕຽນໃຫ້ເປັນແຫລ່ງທ່ອງທ່ຽວທຳະມຊາດທີ່ມີ
ຄວາມດຶງດູດໃຈນັ້ນຈິ່ງມີຄວາມຈຳເປັນອັນຮີບດ່ວນເພື່ອທ້ອງຖິ່ນສາມາດຮອງຮັບການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວ
ແລະ ສາມາດສ້າງແຫລ່ງລາຍຮັບເພີ່ມຂຶ້ນ.
ທ່ານ ສັງວຽນ ແສງກັນນາລີ ເວົ້າວ່າ :
ການພັດທະນາເບື້ອງຕົ້ນແມ່ນຈະສຸມໃສ່ພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມ, ບ່ອນພັກແຮມ
ແລະ ກິດຈະກຳນຳທ່ຽວຕ່າງໆໃຫ້ມີມາດຕະຖານ, ໂດຍສະເພາະແມ່ນຈະສ້າງເຂດຮອຍຕີນພະບາດຢູ່ກາງໜອງ
ໃຫ້ເປັນຈຸດທ່ອງທ່ຽວວັດທະນະທຳ, ການຂີ່ເຮືອຊົມທິວທັດທຳມະຊາດ, ປັບປຸງບັນດາຮ້ານອາຫານໃຫ້ເປັນທີ່ດຶງດູດໃຈຂອງຜູ້ມາ
ທ່ຽວ.

No comments:
Post a Comment