ເມື່ອບໍ່ດົນມານີ້,
ເຈົ້າໜ້າທີ່ພະແນກສ່ວຍສາອາກອນນະຄອນຫລວງວຽງ ຈັນ
ໄດ້ເຂົ້າກວດສາງເກັບມ້ຽນສີນຄ້າຂອງນັກທຸລະກິດຈີນ ຢູ່ຕະຫລາດອານຈີ ບ້ານ ໜອງໜ່ຽງ
ເມືອງໄຊເສດຖາ
ນະຄອນຫລວງວຽງຈັນ ຫລັງສືບຮູ້ວ່າມີສີນຄ້າຫລາຍ
ລາຍການທີ່ເກັບມ້ຽນຢູ່ສາງບໍ່ມີເອກະສານເສຍອາກອນ
ແລະ ຜ່ານການກວດກາພົບ ເຫັນສີນຄ້າທີ່ຫຸ້ມຫໍ່ ແລະ ເກັບມ້ຽນຢູ່
ຫີບເປັນຢ່າງດີປະເພດຈັກໂມ້ຊີມັງ,
ຈັກປັ່ນ ໄຟຟ້າຫລາຍຂະໜາດ, ເຄື່ອງຈັກ, ລົດໄຖນາຍ່າງຕາມ, ປ້ຳລົມ, ໄດໂປມນ້ຳ,
ຈັກສີ ເຂົ້າຂະໜາດນ້ອຍ,
ຈັກຕັດຫຍ້າ ແລະ ອື່ນໆມີມູນຄ່າຫລາຍຮ້ອຍລ້ານກີບ ແລະ
ມີສີນຄ້າຫລາຍລາຍການບໍ່ມີເອກະສານເສຍອາກອນເຈົ້າໜ້າທີ່ຈຶ່ງໄດ້ເກັບກຳລາຍການສີນຄ້າໃຫ້ລະອຽດຄົບຖ້ວນເພື່ອໃຫ້ເຈົ້າ
ຂອງສີນຄ້າເສຍພາສີໃຫ້ຖືກຕ້ອງຕາມລະ
ບຽບກົດໝາຍ.

No comments:
Post a Comment