ພາຍຫລັງ
ໜັງສືພິມລາວ
ພັດທະນາໄດ້ລົງຂ່າວກ່ຽວກັບໃຫ້ເບິ່ງຄືນບັນຫາການເກັບເງິນຄ່າຝາກ
ລົດໃຫຍ່ຕາມແຄມທາງໃນຕົວເມືອງເມື່ອບໍ່ດົນມານີ້,
ປາກົດວ່າມີເພື່ອນຜູ້ອ່ານຈຳນວນບໍ່ໜ້ອຍໄດ້ໂທລະສັບເຂົ້າ
ມາຫາກອງບັນນາທິການໜັງສືພິມພວກເຮົາເພື່ອສະແດງຄຳຄິດເຫັນຕໍ່ບັນຫາ
ດັ່ງກ່າວຢ່າງຫລວງຫລາຍກວ້າງຂວາງ
ໂດຍສ່ວນໃຫຍ່ແມ່ນສະແດງຄວາມເປັນຫວ່ງ
ນຳຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ
ໂດຍສະເພາະແມ່ນບັນຫາການສວຍໂອກາດເກັບເງິນຄ່າຝາກລົດໃຫຍ່ຕາມແຄມ
ທາງໃນຕົວເມືອງ
ເຊິ່ງບັນຫານີ້ເຫັນວ່າເກີດຂຶ້ນຫລາຍຈຸດ
ພາຍຫລັງທີ່ມີການສ້ອມແປງຖະໜົນຫົນທາງໃຫ້ມີຄວາມເປັນລະ
ບຽບຈົບງາມ ແລະ
ອີກບັນຫາໜຶ່ງທີ່ພົວພັນມານຳການຝາກລົດນັ້ນແມ່ນໃນປີ້ຝາກລົດສ່ວນ
ຫລາຍລະບຸວ່າ
“ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໃດໆ”
ຈຸດນີ້ຫລາຍຄົນກໍມີຄວາມສົນໃຈ ແລະ
ສະເໜີໃຫ້ພາກສ່ວນທີ່ຮັບຜິດຊອບເກັບຄ່າບໍລິການຄວນເພີ່ມຄວາມຮັບ
ຜິດຊອບຂອງຕົນຂຶ້ນຕື່ມຢ່າງເໜາະສົມໃນເມື່ອເກີດກໍລະນີເສຍຫາຍ
ຕ່າງໆບໍ່ແມ່ນວ່າເກັບເອົາແຕ່ເງິນຢ່າງດຽວ,
ເມື່ອເກີດກໍລະນີເສຍຫາຍ ເຊັ່ນ: ຖືກຄົນບໍ່ດີງັດ ຫລື
ທຸບແວ່ນລົດເພື່ອເອົາຊັບສີນ
ແລະ ລົດຖືກດາດຈົນສີໂປກ
ກໍຄວນມີສ່ວນຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນເຊິ່ງບັນຫານີ້
ຖ້າປ່ອຍໃຫ້ຜູ້ສຳປະທານເຮັດຕາມລຳພັງໃຈກໍເທົ່າກັບວ່າເປັນການສວຍ
ໂອກາດເອົາປຽບສັງຄົມກໍຄືຜູ້ໃຊ້ບໍລິການຢ່າງບໍ່ມີມື້ສິ້ນສຸດ.
No comments:
Post a Comment