ລັດຖະມົນຕີ
ວ່າການກະຊວງການເງິນ ທ່ານ ພູເພັດ
ຄຳພູນວົງ ໄດ້ອອກຄຳສັ່ງແນະນຳສະບັບເລກທີ 2680/ ກງ
ກ່ຽວກັບການເບີກຈ່າຍເງິນເດືອນ
ແລະ ເງິນນະໂຍບາຍສົກປີ 2012-2013 ໂດຍໃຫ້ພະແນກການເງິນແຂວງ,
ນະຄອນຫລວງເປັນເຈົ້າການປະສານສົມທົບກັບຂະແໜງລາຍຮັບຢູ່ແຂວງ
ແລະ ນະຄອນຫລວງ ຄົ້ນຄວ້າມາດຕະການເລັ່ງທວງເກັບລາຍຮັບໃຫ້ໄດ້ຕາມແຜນ
ຫລື
ລື່ນແຜນການໂດຍໃຫ້ສະເໜີການນຳແຕ່ລະແຂວງແຕ່ງຕັ້ງໜ່ວຍງານສະເພາະກິດ
ດຳເນີນການເລັ່ງທວງເກັບລາຍຮັບໃນເດືອນສຸດທ້າຍຂອງສົກປີ
2012-2013 ແລະ ລາຍຮັບທີ່ເກັບໄດ້ໃນເດືອນກັນຍາ 2013 ນີ້
ແມ່ນໃຫ້ສຸມໃສ່ການເບີກຈ່າຍເງິນເດືອນ,
ເງິນນະໂຍບາຍເປັນບູລິມະສິດອັນດັບໜຶ່ງເນື່ອງຈາກວ່າ
ໄລຍະຜ່ານມາການເບີກຈ່າຍເງິນເດືອນພະນັກ
ງານ, ທະຫານ,
ຕຳຫລວດໃນຂອບເຂດທົ່ວປະເທດມີຄວາມຊັກຊ້າແກ່ຍາວອັນເນື່ອງມາຈາກ
ການເກັບລາຍຮັບບໍ່ໄດ້ຕາມຄາດໝາຍ
ແລະ
ບໍ່ທັນຖືເອົາການເບີກຈ່າຍເງິນເດືອນເປັນບູລິມະສິດຢ່າງແທ້ຈິງ,
ສ່ວນລາຍຈ່າຍພາກອື່ນໆໃຫ້ເບີກຈ່າຍຕາມຄວາມເໝາະສົມ.
ນອກຈາກນີ້ ໃຫ້ກະກຽມມາດຕະການຂຸດຄົ້ນຈັດເກັບລາຍຮັບໃນສົກປີ 2013-
2014 ແລະ
ເພີ່ມທະວີຄວາມເຂັ້ມງວດໃນການເກັບລາຍຮັບໃຫ້ຖືກຕ້ອງຕາມລະບຽບ
ກົດໝາຍ ແລະ
ອັດຊ່ອງຫວ່າງການຮົ່ວໄຫລນັບແຕ່ຕົ້ນສົກປີນີ້ເປັນຕົ້ນໄປ.
No comments:
Post a Comment