ຜ່ານໄປຫລາຍມື້ແລ້ວທີ່
ເສດດິນຈີ່ຊີມັງຂອບຄູປູກດອກໄມ້ຢູ່ເຂດສີ່ແຍກ ໄຟອຳນາດສີ ບຸນເຮືອງ
ເມືອງຈັນທະບູລີ ແຕກ ເພໄດ້ຖືກປະປ່ອຍຊະຊາຍບໍ່ມີ ຄວາມເປັນລະບຽບຈົບງາມຕໍ່
ສາຍຕາຂອງຜູ້ທີ່ທຽວຜ່ານໄປ ມາຢູ່ບໍລິເວນດັ່ງກ່າວ ເຊິ່ງ
ສາເຫດເກີດຈາກລົດໃຫຍ່ມາຕຳ ກ່ອນໜ້ານີ້ຫລາຍມື້,ແຕ່ມາຮອດ
ປັດຈຸບັນເສດ
ຜົນເສຍຫາຍຂອງຄູກັນທາງດັ່ງກ່າວຍັງຖືກປະປ່ອຍໃຫ້ຢູ່ໃນສະພາບຊະຊາຍກີດ
ຂວາງການສັນຈອນ
ແລະ ຄວາມບໍ່ຈົບງາມຢູ່ເສັ້ນທາງ ດັ່ງກ່າວ. ສະນັ້ນພາກສ່ວນ
ກ່ຽວຂ້ອງຄວນນຳຜູ້ທີ່ກະທຳໃຫ້ເກີດຄວາມເສຍຫາຍດັ່ງກ່າວ
ມາຮັບຜິດຊອບໃນການປົວແປງໃຫ້ຄູກັນທາງມີຄວາມງາມ ໂດຍໄວ.

No comments:
Post a Comment