} />

Pages

Monday, November 25, 2013

ຍ້ອນຫຍັງໂຄງການກໍ່ສ້າງຂອງລັດຈຳນວນຫນຶ່ງມີຄຸນນະພາບຕຳ່ ແລະ ຈະແກ້ໄຂແນວໃດ ? ( ຄໍລຳ ແລກປ່ຽນຄຳຫັນ )

ໂດຍ : ທ່ຽງທຳ
       ນີ້ແມ່ນບັນຫາສືບເນື່ອງມາແຕ່ດົນນານແລ້ວ ແລະ ກໍແກ້ໄຂໄດ້ຍາກ, ສົ່ງຜົນ ໃຫ້ລັດເສຍງົບປະມານ, ວັດຖຸເງິນຄຳໄປເປັນ ຈຳນວນບໍ່ຫນ້ອຍ ແລະ ທຸກຝ່າຍກໍ ພຽງແຕ່ໄດ້ຈົ່ມວ່າ,  ເຈົ້າຖິ້ມໃຫ້ຂ້ອຍ, ຂ້ອຍເວົ້າໃຫ້ເຈົ້າຢ່າງບໍ່ແລ້ວບໍ່ເລົ່າແກ່ຍາວ ກັນມາຕະຫລອດ. ກໍດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ປັດຈຸບັນລາວເຮົາພວມສຸມ ວັດຖຸເງິນຄຳເປັນຈຳນວນບໍ່ຫນ້ອຍເຂົ້າໃນການພັດທະນາພື້ນຖານໂຄງລ່າງເສດ ຖະກິດ-ສັງຄົມຂອງປະເທດໂດຍສະເພາະແມ່ນການສ້າງຖະຫນົນຫົນທາງເພື່ອອຳນວຍຄວາມສະດວກໃນການໄປມາຫາ ສູ່ລະຫ່ວາງເຂດແຂວງຕ່າງໆດ້ວຍກັນ, ອັນເປັນເງື່ອນໄຂໃຫ້ບັນດາບໍລິສັດຕ່າງໆນັບທັງພາກລັດ ແລະ  ເອກະຊົນແຂ່ງຂັນກັນ ເຂົ້າປະມູນຮັບເຫມົາກໍ່ສ້າງບັນດາໂຄງການດັ່ງກ່າວດ້ວຍຫລາຍມູນຄ່າ ແລະ ແຕ່ເງື່ອນໄຂຈ ຖືກຄັດເລືອກຈາກຜູ້ເປັນເຈົ້າຂອງ ໂຄງການ, ຖ້າບໍລິສັດໃດມີເງື່ອນໄຂ ແລະ ມີຄວາມລຶ້ງເຄີຍກັບຜູ້ເປັນເຈົ້າຂອງກໍຈະໄດ້ຮັບ ການຄັດເລືອກໄດ້ໄວ ໂດຍຈະບໍ່ມີ ການພິຈາລະນາເຖິງຄວາມອາດສາມາດຂອງຜູ້ເຂົ້າຮັບເຫມົານັ້ນປານໃດ, ຖ້າຕ່າງຝ່າຍມີຜົນ ປະໂຫຍດຮ່ວມກັນ ແລະ ຈາກຈຸດ ນີ້ຈຶ່ງເຮັດໃຫ້ຫລາຍໂຄງການກໍ່ສ້າງຂາດຄຸນນະພາບ, ສ້າງຂຶ້ນມາພຽງບໍ່ເທົ່າໃດກໍເປ່ເພ. ນີ້ເປັນຈຸດຫນຶ່ງ, ສ່ວນອີກຈຸດຫນຶ່ງກໍມາ ຈາກຫນ່ວຍງານກວດກາ, ກໍເຮັດໄປພໍແລ້ວມື້ແລ້ວວັນ, ສ່ວນຄຸນນະພາບວຽກງານດີ ບໍ່ດີແມ່ນຂຶ້ນກັບໂຕ ເລກສ່ວນແບ່ງທີ່ຕົກ ລົງກັນໄດ້ກັບຜູ້ຮັບເຫມົາຕົວຈິງ, ຈາກສະພາບດັ່ງກ່າວໄດ້ກາຍເປັນສາ ເຫດຕົ້ນຕໍທີ່ເຮັດໃຫ້ໂຄງການພັດທະນາພື້ນຖານໂຄງລ່າງ ຕ່າງໆ ຂອງລາວຂາດຄຸນນະພາບ. ດັ່ງການກໍ່ສ້າງເສັ້ນທາງເບຕົງແຕ່ຫນອງແຕ່ງ ອອກສູ່ເມືອງສັງທອງ ນະຄອນຫລວງວຽງຈັນ, ພາຍຫລັງປະຕິບັດມາແຕ່ຕົ້ນປີ 2012, ໃນໄລຍະທາງບໍ່ຮອດ 20 ກິໂລແມັດ, ກໍເຮັດແລ້ວເຮັດອີກຈົນມາຮອດປັດຈຸບັນກໍຍັງບໍ່ ທັນສຳເລັດ, ນີ້ກໍເນື່ອງມາຈາກບັນຫາຄຸນນະພາບ, ເຮັດໄປເມື່ອຫລຽວຫລັງ ກໍເພໄປນຳ, ຜູ້ຮັບເຫມົາຈຳເປັນຕ້ອງໄດ້ສ້ອມ ແປງຄືນໃຫມ່ເປັນເຫດໃຫ້ການກໍ່ສ້າງຫລ້າຊ້າແກ່ຍາວຈົນບໍ່ຮູ້ວ່າເມື່ອໃດຈິ່ງຈະສ ຳເລັດ, ກໍ່ໃຫ້ເກີດມີຫາງສຽງວິພາກວິຈານ ກັນຕ່າງໆນາໆເກີດຂຶ້ນ, ສ້າງໃຫ້ສັງຄົມຂາດຄວາມເຄົາລົບນັບຖືຂະແຫນງການ ກ່ຽວຂ້ອງ ແລະ ຄວາມໄວ້ເນື້ອວາງໃຈຕໍ່ຜູ້ປະ ກອບການ, ຮ້າຍແຮງໄປກ່ວານັ້ນແມ່ນສົ່ງຜົນເຮັດໃຫ້ລັດສູນເສຍວັດຖຸເງິນຄຳ ເປັນຈຳນວນບໍ່ຫນ່ອຍ ແລະ ຕໍ່ສະພາບດັ່ງກ່າວ ຈະແກ້ໄຂແນວໃດ ? ນີ້ເປັນຄຳຖາມທີ່ຈະຕອບໄດ້ຍາກ, ຖ້າທົ່ວສັງຄົມບໍ່ເປັນ ເຈົ້າການຮ່ວມກັນຕ້ານປາກົດການຫຍໍ້ ທໍ້ດັ່ງ ກ່າວໂດຍສະເພາະແມ່ນຂະແຫນງການກວດກາຕ້ອງມີຄວາມເດັດຂາດຕ້ານການທຸ ຈະລິດສໍ້ລາດບັງຫລວງ ແລະ ເບື້ອງລະ ບຽບກົດຫມາຍກໍຕ້ອງໄດ້ເພີ່ມຄວາມ ສັກສິດຂອງຕົນ, ເມື່ອວາງອອກແລ້ວກໍຕ້ອງໄດ້ປະຕິບັດເພື່ອນຳໄປສູ່ການປົກຄອງ ປະເທດດ້ວຍລະບຽບກົດຫມາຍໃຫ້ໄດ້ໂດຍໄວ.

No comments:

Post a Comment