ນະຄອນຫລວງ
ວຽງຈັນໃຫ້ເວລາໜຶ່ງເດືອນ ເຊິ່ງເລີ່ມແຕ່ວັນທີ
24 ທັນວາ 2013 ຫາ ວັນທີ 24 ມັງກອນ 2014 ເພື່ອໃຫ້ໂອກາດ 8
ຮ້ານບັນເທີງຊື່ດັງຢູ່ນະຄອນຫລວງວຽງຈັນ
ຄືຮ້ານບັນເທີງໂຣມີໂອ, ພີກ ພລັບ, ວອດຄລັບ, ສະຕຣາ, ມາລີນາ, ແອດໂຮມ,
ດາວຄຳ
ແລະ ຮ້ານບັນເທີງແຄດວອກ ມີການປັບປຸງ ແລະ
ປ່ຽນແປງພຶດຕິກຳລະເມີດລະບຽບການ
ບັນເທີງຫລາຍຄັ້ງໃນໄລຍະຜ່ານມາ
ອັນເປັນສາເຫດຕົ້ນຕໍຂອງການກໍ່ໃຫ້ເກີດປາກົດ
ການຫຍໍ້ທໍ້ສັງຄົມຄືດັ່ງຜ່ານມາ
ເຊິ່ງການໃຫ້ເວລາດັ່ງກ່າວແມ່ນການເຕືອນຄັ້ງສຸດທ້າຍຂອງນະຄອນ
ຫລວງວຽງຈັນ ເຊິ່ງຜ່ານມາ ບັນ ດາຮ້ານບັນເທີງເຫລົ່ານີ້ແມ່ນມີການ
ລະເມີດລະບຽບຂອງການ
ບັນເທີງເຊັ່ນ: ເປີດໃຫ້ບໍລິການກາຍໂມງທີ່ລະບຽບກຳນົດໄວ້,
ປະປ່ອຍໃຫ້ເດັກນ້ອຍທີ່ບໍ່ທັນຮອດອາຍຸກະສຽນເຂົ້າໃຊ້ບໍລິການ
ອັນເປັນສາເຫດໜຶ່ງທີ່ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ຂອງສັງ
ຄົມເຊັ່ນ: ເປັນແຫລ່ງມົ້ວສຸມຢາເສບຕິດ,
ໂສເພນີ ແລະ ອະບາຍຍະມຸກຕ່າງໆ
ອັນກໍ່ໃຫ້ເກີດຄວາມບໍ່ສະຫງົບຕໍ່ສັງຄົມ
ໂດຍຖ້າຮ້ານບັນເທີງໃດຫາກບໍ່ມີການປ່ຽນແປງແກ້ໄຂແມ່ນຈະ
ຖືກຖອນໃບອະນຸຍາດການດຳເນີນທຸລະກິດຊົ່ວຄາວ
ຫລື ຕະຫລອດໄປ
ເຊິ່ງການເຕືອນຄັ້ງສຸດທ້າຍຕໍ່ຮ້ານບັນເທີງດັ່ງກ່າວນີ້ມີຂຶ້ນໃນ
ກອງປະຊຸມຜ່ານຂໍ້ຕົກລົງກ່ຽວກັບການປະຕິບັດລະບຽບຕໍ່ຮ້ານບັນເທີງ
ໃນວັນທີ 24 ທັນວານີ້ ໂດຍການເປັນປະທານຂອງທ່ານ ສາຍທອງ ແກ້ວດວງດີ
ຮອງເຈົ້າ
ຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳຂົງເຂດວຽກງານວັດ ທະນະທຳ-ສັງຄົມ ແລະ
ມີບັນດາເຈົ້າໜ້າທີ່ກ່ຽວຂ້ອງ
ແລະ ເຈົ້າຂອງຮ້ານບັນເທີງເຂົ້າຮ່ວມ.
No comments:
Post a Comment