ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດກະຊວງ ປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ:
ໃນທ້າຍອາທິດຜ່ານມາ, ເຈົ້າ ຫນ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຈັບກຸ່ມຂະບວນການ ຄ້າຂາຍຢາເສບຕິດລາຍໃຫຍ່
2 ຄົນຄື: ທ້າວ ຂັນແກ້ວ ພັນ ຮາດ ວົງສຸກ ອາຍຸ 40 ປີ ພະນັກງານ ພັກເຊົາຢູ່ບ້ານຫນອງພະຍາ ເມືອງໄຊທານີ
ນະຄອນຫລວງວຽງຈັນ ແລະ ທ້າວ ໄມອິນ ອາຍຸ 30 ປີ ອາຊີບກຳມະກອນ ຢູ່ບ້ານຊຽງດາວ ເມືອງເມິງແຂວງບໍ່ແກ້ວ,
ໂດຍຜູ້ຕ້ອງຫາທັງສອງຖືກເຈົ້າຫນ້າທີ່ຈັບ ຕົວໄດ້ໃ ນຂະນະພວມມີການຂົນສົ່ງຢາເສບຕິດໃຫ້ກັນໃນເຂດບ້ານໃຫມ່ເມືອງໂພນໂຮງ,
ແຂວງວຽງຈັນພ້ອມຂອງກາງຢາບ້າ 2 ແສນ ກວ່າເມັດ ແລະ ລົດເກັງຍີ່ຫໍ້ BYD ຫນຶ່ງຄັນທີ່ໃຊ້ເປັນພາຫະນະຂົນສົ່ງຢາເສບຕິດດັ່ງກ່າວ.
ເຈົ້າຫນ້າທີ່ໃຫ້ຮູ້ຕື່ມວ່າ: ຍັງມີທ້າວ ໄມທອງ
ຜູ້ເປັນຫົວ ໂປ່ໂຕການໃຫຍ່ໃນຂະບວນການດັ່ງກ່າວ ໄດ້ເອົາຕົວຫລົບຫນີ ແລະ ປັດຈຸບັນໄດ້ແຈ້ງໃຫ້
ປກສ ທົ່ວປະເທດເພື່ອຕິດຕາມຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມກົດຫມາຍ.
No comments:
Post a Comment