ປະຊາຊົນທີ່ອາໄສຢູ່ເຂດໃກ້ຄຽງກັບຂົວນ້ຳພະນາຍ
ເມືອງທຸລະຄົມ ແຂວງວຽງຈັນ ຕ່າງກໍຮີບຮ້ອນຊ່ວຍກັນຂົນສິນຄ້າຈຳ ນວນຫລາຍອອກຈາກລົດບັນທຸກ
12 ລໍ້ຄັນໜຶ່ງທີ່ຕິດຄາຢູ່ລະ ຫວ່າງກາງຂົວດັ່ງກ່າວໃນສະພາບຫັກຫຍຸບລົງຍ້ອນຄວາມປະໝາດ
ແລະ ຄວາມໂລບມາກໂລພາຂອງຜູ້ຂັບລົດບັນທຸກຄັນດັ່ງກ່າວທີ່ບັນທຸກເກີນນ້ຳໜັກຂອງຂົວຮັບໄດ້.
ເຈົ້າໜ້າທີ່ຈາລະຈອນແຂວງວຽງຈັນ
ໃຫ້ຮູ້ວ່າ: ເຫດການນີ້ເກີດຂຶ້ນເວລາປະມານ 16:30 ໂມງຂອງວັນທີ 17
ມັງກອນຜ່ານມານີ້
ໂດຍລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 5868
ກຳແພງນະຄອນບັນທຸກສິນຄ້າໜັກປະ ມານ
40 ໂຕນ ມາແຕ່ນະຄອນ ຫລວງວຽງຈັນ ເພື່ອມຸ່ງໜ້າໄປບ້ານເກີນ
ເມືອງທຸລະຄົມ ແຂວງວຽງຈັນ.
ຂົວນ້ຳພະ ນາຍເປັນຂົວເຫລັກເກົ່າແກ່ທີ່ສາມາດຮັບນ້ຳໜັກໄດ້ພຽງ 10
ໂຕນ
ຈຶ່ງເຮັດໃຫ້ຂົວຫັກຫຍຸບລົງທັນທີໂຊກດີບໍ່ມີໃຜໄດ້ຮັບບາດເຈັບ
ຫລື ເສຍຊີວິດແຕ່ຢ່າງໃດ.
ພຽງສົ່ງຜົນໃຫ້ສະພາບການສັນຈອນຕິດຂັດເປັນເວລາຍາວ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ:
ປົກກະຕິແລ້ວຈະບໍ່ອະນຸຍາດໃຫ້ລົດບັນ ທຸກນ້ຳໜັກເກີນ 10 ໂຕນ
ຜ່ານຂົວດັ່ງກ່າວເດັດ
ຂາດ ໂດຍຈະໃຫ້ລົດບັນທຸກໜັກໄປນຳໃຊ້ເສັ້ນ ທາງອື່ນ
ໂດຍຈະມີເຈົ້າໜ້າທີ່ເວນຍາມກວດກາເປັນປະຈຳ.
ປັດຈຸ
ບັນພາກສ່ວນກ່ຽວຂ້ອງພວມຕີລາຄາຄວາມເສຍຫາຍເພື່ອທຳການສ້ອມແປງຂົວ
ດັ່ງກ່າວໃຫ້ສາມາດຮັບປະກັນໃນການຜ່ານໄປມາຂອງລົດໄດ້ສະດວກຄືເກົ່າ
ໂດຍໄວພ້ອມກັບດຳເນີນຄະດີຕໍ່ເຈົ້າຂອງລົດບັນທຸກດັ່ງກ່າວຕາມລະບຽບ
ກົດໝາຍ.

No comments:
Post a Comment