ວັນທີ
4 ມີນາຜ່ານມານີ້, ທ່ານ ນາງ ລຳພອຍ ສີອັກຄະຈັນ
ປະທານສະຫະ ພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່
ນັກຂ່າວໜັງສືພິມລາວພັດທະນາພວກ ເຮົາວ່າ:
ແມ່ຍິງແມ່ນມີບົດບາດສຳຄັນຫຼາຍໃນການປົກປັກຮັກສາ ແລະ ສົ່ງເສີມວັດ
ທະນະທຳຂອງຊາດເຊິ່ງມັນແມ່ນຜູ້ສະແດງອອກຂອງຂະນົບທຳນຽມນັບແຕ່ການ ນຸ່ງຖື,
ແຕ່ງກາຍລວມໄປເຖິງກິລິຍາມາລະຍາດ ການໄປມາປາກເວົ້າ
ແລະ ອື່ນໆ. ດັ່ງນັ້ນ,
ເນື່ອງໃນວັນແມ່ຍິງສາກົນທີ່ຈະໝູນວຽນມາເຖິງອີກເທື່ອໜຶ່ງ, ອົງການຈັດ
ຕັ້ງສະຫະພັນແມ່ຍິງນະຄອນຫຼວງກໍໄດ້ ເອົາໃຈໃສ່ຊີ້ນຳ-ນຳພາ ແລະ
ຖືສຳຄັນວຽກງານສຶກສາອົບຮົບການເມືອງແນວຄິດ
ແລະ ປັບ
ປຸງແບບແຜນວິທີເຮັດວຽກໃຫ້ເອື້ອຍນ້ອງແມ່ຍິງມີຄວາມຫ້າວຫັນບຸກບືນຕໍ່ໜ້າທີ່ວຽກງານ,
ພັດທະນາຕົນເອງ, ມີຄວາມ ສາມັກຄີຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ,
ເອົາໃຈໃສ່ຕໍ່ວຽກງານການຈັດຕັ້ງສະຫະພັນແມ່ຍິງ,
ມີຄວາມຕັດສິນໃຈ ສູງໃນການ
ຊອກ ຮູ້ຮ່ຳຮຽນຫາຄວາມກ້າວໜ້າດ້ວຍຕົນເອງ ແລະ
ສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນເລື່ອຍໆ.
ພ້ອມນັ້ນກໍ ໄດ້ເອົາໃຈໃສ່ ປະຕິບັດ ຂໍ້ແຂ່ງຂັນແມ່ຍິງ 3
ດີ,ການຍົກສູງບົດບາດຍິງຊາຍເຊິ່ງໄດ້ເລັ່ງໃສ່ສ້າງຄວາມເຂົ້າໃຈໃຫ້ສັງຄົມກ່ຽວກັບບົດບາດ
ຄວາມສະເໝີ
ພາບສະຫວ່າງຍິງ-ຊາຍ,
ໂດຍການເອົາໃຈໃສ່ສຶກສາອົບຮົມສ້າງສະຕິທາງດ້ານກົດໝາຍໃຫ້ແກ່ແມ່ຍິງ,
ປຸກສະ ດົມແມ່ຍິງໃຫ້
ເອົາໃຈໃສ່ເປັນເຈົ້າການໃນການພັດທະນາຕົນເອງຮຽນຮູ້ແລະເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ,
ກົດ ໝາຍຂອງລັດ ແລະ ຍົກລະ ດັບຄວາມຮູ້ທາງດ້ານວັດທະນະທຳໃຫ້ສູງຂຶ້ນໃນທຸກດ້ານ,
ໃຫ້ສົມກັບພັກແລະລັດ,
ຊິ່ງຍາມ ໃດກໍໄດ້ເອົາໃຈໃສ່ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ,
ຖ້າແມ່ຍິງບໍ່ມີຄວາມຮູ້ທາງດ້ານກົດໝາຍກໍ່ຈະເຮັດໃຫ້ແມ່ຍິງມີຄວາມ
ເສຍປຽບໃນການເຄື່ອນ
ໄຫວຢູ່ໃນສັງຄົມ ແລະ ຖ້າແມ່ຍິງບໍ່ມີຄວາມຮູ້ທາງດ້ານວິຊາສະເພາະກໍຈະບໍ່ສາມາດ
ຮັບໃຊ້ໜ້າ ທີ່ການເມືອງທີ່ພັກ
ແລະ
ລັດມອບໝາຍໃຫ້ບັນລຸຜົນສຳເລັດ.ໄດ້ດັ່ງນັ້ນເພື່ອຢາກຍົກສູງຖານະບົດບາດຂອງແມ່ຍິງໃຫ້ທຽບ
ເທົ່າກັບເພດຊາຍນັ້ນ,
ແມ່ຍິງຈະຕ້ອງໄດ້ເອົາໃຈໃສ່ພັດທະນາຕົນເອງ, ຊອກຮູ້ຮ່ຳຮຽນ.
ຍົກລະດັບຄວາມຮູ້ຄວາມສາມາດຂອງ ຕົນເອງໃຫ້ສູງຂຶ້ນເທື່ອ
ລະກ້າວແລຕ້ອງເປັນເຈົ້າການໃນການປຸກລະດົມຂົນຂວາຍ ແລະ
ເປັນແບບຢ່າງໃຫ້ແກ່ລູກຫຼານ, ຊາວໜຸ່ມເສີມຂະຫຍາຍມູນ
ເຊື້ອວັດທະນະທຳ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງານຂອງແມ່ຍິງລາວ ແລະ
ເປັນແບບຢ່າງໃນການນຸ່ງຖືໃຫ້ຖືກ
ຕາມກາລະເທສະ, ແຕ່ງກາຍສຸພາບປາກເວົ້ານິມນວນອ່ອນຫວານເພື່ອເປັນການໂຄສະນາ
ເຜີຍແຜ່ວັດທະນະທຳອັນດີງານຂອງ
ຊາດໃຫ້ແຂກຕ່າງດ້າວທ້າວຕ່າງແດນໄດ້ຮັບຮູ້, ໂດຍສະເພາະແມ່ຍິງທີ່ເປັນໄວໜຸ່ມຈະ
ຕ້ອງເປັນສື່ໃນການໂຄສະນາວັດທະນະ
ທຳອັນດີງານຂອງລາວເຮົາບໍ່ຄວນ ແລ່ນຕາມວັດທະນະທຳທີ່ບໍ່ເປັນຂອງຕົນ, ດັ່ງນັ້ນ
ໃນໂອກາດວັນແມ່ຍິງສາກົນນີ້ຈິງຂໍຮຽກ
ຮ້ອງມາຍັງເອື້ອຍນ້ອງແມ່ຍິງທຸກຄົນຈະຕ້ອງຊ່ວຍກັນເປັນແບບຢ່າງນຳໜ້າໃນການສົ່
ງເສີມວັດທະນະທຳ
ແລະ ປະເພນີອັນດີ
ງາມຂອງຊາດໂດຍສະເພາະແມ່ນການນຸ່ງຖື,
ແຕ່ງການສຸພາບ ແລະ ບໍ່ຄວນແລ່ນນຳ ວັດທະນະທຳຂອງຜູ້ອື່ນເຊັ່ນການນຸ່ງຖືບໍ່
ສຸພາບ, ບໍ່ເໝາະສົມ
ແລະ ບໍ່ຖືກກັບຮີດຄອງປະເພນີ, ວັດທະນະທຳ ແລະ ເອກະ
ລັກຂອງແມ່ຍິງລາວພວກເຮົາສົມກັບຄຳ ທີ່ເພິ່ນເວົ້າວ່າແມ່ຍິງລາວນຸ່ງສິ້ນ,
ເກົ້າຜົມໃສ່ແພບ່ຽງອັນນີ້ແມ່ນເອກະລັກ ທີ່ດີ ຂອງແມ່ຍິງລາວ,
ທ່ານປະທານສະຫະພັນແມ່ ຍິງນະຄອນຫຼວງຢ້ຳວ່າ:
ໃນວັນປະຫວັດສາດສຳຄັນດັ່ງກ່າວກໍແມ່ນ ໂອກາດ
ໜິ່ງເພື່ອປຸກລະດົມໃຫ້ເອື້ອຍນ້ອງແມ່ຍິງເຂົ້າ
ຮ່ວມ ໃນການຈັດຕັ້ງປະຕິບັດຄຳຂັວນ 6 ສໍຂອງນະຄອນຫຼວງວຽງຈັນ ວ່າອອກ
ໂດຍສະເພາະໂດຍລະເພາະກໍແມ່ນ
ສ ສະຫງົບ, ສ ສະອາດ, ສ ສີຂຽວ ແລະ ສ ສະເໜ່. ຊຶ່ງເອື້ອຍນ້ອງ ແມ່ຍິງຕ້ອງ
ໄດ້ເປັນ ເຈົ້າການໃນການຈັດຕັ້ງປະຕິບັດຊຶ່ງການນຸ່ງຖື
ແລະ ການຮັກສາຮີດຄອງປະເພນີວັດທະນະທຳອັນດີງານຂອງແມ່ຍິງ ລາວນີ້ກໍ
ເປັນເອກະລັກໜຶ່ງທີ່ດຶງດູດໃຫ້ແຂກຕ່າງປະເທດຮັບຮູ້ແລະເຫັນເຖິງວັດທະນະທຳອັນດີງານຂອງຊາດລາວເຮົາ,
ຖ້າຫາກແມ່ຍິງ ໜົດທຸກຄົນຈັດຕັ້ງປະຕິບັດໄດ້ກໍ່ຈະເປັນສະເໜ່ໜຶ່ງ
ຂອງນະຄອນຫຼວງວຽງຈັນ, ພ້ອມນັ້ນກໍຈະຕ້ອງໄດ້ເປັນເຈົ້າການໃນ
ການຮັກສາອະນະໄມເຮັດໃຫ້ນະຄອນຫຼວງເປັນຕົວເມືອງ ແຫ່ງສຸຂະພາບ,
ມີຄວາມສະອາດສວຍງາມປາສະຈາກ ຂີ້ເຫຍື້ອຢູ່ ຕາມຖະໜົນຫົນທາງ ແລະ
ສະຖານທີ່ສະທາລະນະຕ່າງໆ ເພື່ອໃຫ້
ສ ສະອາດ ຂອງນະຄອນຫຼວງວຽງຈັນປາ ກົດຜົນເປັນຈິງ.

No comments:
Post a Comment