ເພື່ອໃຫ້ການສະເຫລີມສະ ຫລອງບຸນປີໃໝ່ລາວ
ປະຈຳປີ 2014 ຮັບປະກັນໄດ້ 3 ຄາດໝາຍໃຫຍ່ ຄືປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ
ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ; ຕິດພັນກັບການຜະລິດສິນຄ້າ, ການ ທ່ອງທ່ຽວວັດທະນະທຳ,
ທຳມະຊາດ ແລະ ປະຫວັດສາດ; ຮັບປະກັນສະ ຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບ
ຮ້ອຍທາງດ້ານສັງຄົມຮອບ ດ້ານ, ສ້າງບັນຍາກາດແຫ່ງສັນຕິ, ມີຄວາມເບີກບານມ່ວນຊື່ນ,
ສະ ອາດ, ຈົບງາມ. ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເນັ້ນຕື່ມວ່າ:
ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະບ້ານ, ສຳນັກງານອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ,
ໂຮງໝໍ, ເລົ້າສາງ, ກົມກອງທະ ຫານ, ກົມກອງຕຳຫລວດ, ການຈັດຕັ້ງສາ ກົນ ແລະ ສັງຄົມ ໃຫ້ມີສະຕິເຄົາລົບ
ແລະ ປະຕິບັດຕາມລັດຖະທຳມະນູນ, ກົດໝາຍ, ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເຂັ້ມງວດຕາມລະບຽບການທີ່ອຳ
ນາດການ
ປົກຄອງວາງອອກ; ຍົກສູງສະຕິລະວັງຕົວ,
ປົກປັກຮັກສາຊັບສົມບັດຂອງຕົນໃຫ້ດີ,
ມີສະຕິໃນການກວດກາຟືນໄຟຢູ່ຕາມສະຖານທີ່ເຮືອນຊານ, ເຄ ຫາສະຖານ,
ບ່ອນຢູ່ອາໄສ
ເພື່ອຮັບປະກັນບໍ່ໃຫ້ມີຊ່ອງຫວ່າງພາໃຫ້ເກີດອັກຄີໄພ ຫລື
ພວກຄົນບໍ່ດີເຄື່ອນໄຫວກໍ່ອາດຊະຍາກຳ
(ປຸ້ນຈີ້, ຊີງຊັບ, ລັກຊັບ...); ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນເວນ
ຍາມສຳນັກງານອົງການ,
ກຸ່ມບ້ານ, ກວດກາລາດຕະເວນ ເພື່ອຄົ້ນ ພົບ, ເລີກຮື້,
ແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ,
ຮັບປະ ກັນຄວາມສະຫງົບປອດໄພ ແລະ
ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນເຂດຄວບຄຸມຂອງຕົນ;
ການໃຊ້ລົດ, ໃຊ້ຖະໜົນຕ້ອງມີສະຕິເຄົາລົບ ແລະ
ປະຕິບັດຕາມກົດລະບຽບຈາລະຈອນຢ່າງເຂັ້ມ
ງວດ, ຮັກສາມາລະຍາດທີ່ດີ, ຮູ້ໃຫ້ກຽດ, ໃຫ້ອະໄພເຊິ່ງກັນ ແລະ ກັນ,
ເປັນເຈົ້າຕົນເອງໃນການຄຸ້ມຄອງຊະຕາກຳຊີວິດ,
ຊັບສິນ ເພື່ອຫ່າງໄກຈາກອຸປະຕິເຫດທ້ອງຖະໜົນ ເຊິ່ງພວມເປັນປາ
ກົດການທີ່ພົ້ນເດັ່ນ,
ຂົ່ມຂູ່, ລ້າງ ຜານຊີວິດ, ຊັບສິນຂອງພົນລະເມືອງ. ຂະນະດຽວກັນ
ກໍຫ້າມນຳໃຊ້ທາດລະເບີດ,
ທາດແຕກ, ທາດເບື່ອເຄມີ, ທາດກຳມະລັງສີ ແລະ
ວັດຖຸອອກລິດຕໍ່ສຸຂະພາບຈິດ, ເປັນຜົນລົບຕໍ່ຄວາມສະ
ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ; ບໍ່ໃຫ້ໃຊ້ນ້ຳເປິະເປື້ອນ,
ນ້ຳສີ, ນ້ຳຄັນຄາຍ,
ນ້ຳກ້ອນໃສ່ຖົງຢາງຫົດ, ແກ່ວງໃສ່ກັນ, ບໍ່ໃຫ້ນຸ່ງເຄື່ອງຍົ້ວຍວນ,
ສັ້ນເຂີນ,
ຫລິ້ນການພະນັນ ແລະ ຫລິ້ນທ່ຽວແບບລາມົກອານາຈານຢ່າງເດັດຂາດ;
ບັນດາຮ້ານທຸລະກິດບັນເທີງ,
ກິນດື່ມຕ້ອງບໍລິການໃນຂອບເຂດອະນຸຍາດເຖິງເວລາ 23:00 ໂມງ
ຕ້ອງຢຸດເຊົາການບໍລິການຢ່າງເດັດ
ຂາດ; ເດັດຂາດບໍ່ລົງຫລິ້ນຢູ່ຫາດຊາຍ,
ນ້ຳຂອງທີ່ບໍ່ໄດ້ຮັບອະນຸຍາດຈາກທາງການ
ຫລື ບ່ອນທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັກສາຄວາມສະຫງົບ,
ຮັກສາຄວາມປອດໄພ,
ທັງນີ້ກໍເພື່ອຫລີກເວັ້ນຕໍ່ສິ່ງທີ່ບໍ່ເພິ່ງປາດຖະໜາອາດຈະເກີດ
ຂຶ້ນ; ຫ້າມຂີ່ລົດເປັນພຶງເປັນແພ,
ແລ່ນລົດໄວເກີນຂອບເຂດ, ເວລາຂັບຂີ່ພາຫະນະປະເພດຕ່າງໆສັນ
ຈອນຕາມຖະໜົນ,
ຜູ້ຂັບຂີ່ຕ້ອງປະຕິບັດດັ່ງນີ້:
ຫ້າມດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະທຸກປະເພດຕາມຖະໜົນ
ເຊິ່ງຈະພາໃຫ້ເກີດອຸປະຕິເຫດ, ການຂັບຂີ່ພາ ຫະນະທຸກປະເພດເຊັ່ນ:
ລົດຕຸກໆ,
ຈຳໂບ້, ລົດຈັກ, ລົດເກງ, ລົດກະ ບະ,
ລົດບັນທຸກໃຫ້ປະຕິບັດຕາມປ້າຍສັນຍານຈະລາຈອນຢ່າງເຄັ່ງຂັດ;
ຫ້າມໃຊ້ພາຫະນະ (ນັບທັງລົດຈັກ, ລົດເອກະຊົນ) ບັນຈຸຖັງນ້ຳ,
ຄຸນ້ຳເລາະຫົດຕາມເສັ້ນ
ທາງຕ່າງໆ; ຫ້າມໃຊ້ທໍ່ຢາງຕໍ່ນ້ຳ ອອກມາຈາກເຮືອນ ເພື່ອຫົດນ້ຳ
ຕາມຖະໜົນຢ່າງເດັດຂາດ
ເພາະຈະສ້າງຄວາມແອອັດ, ກີດຂວາງການສັນຈອນ;
ຫ້າມຫົດນ້ຳໃສ່ເຈົ້າໜ້າທີ່ທີ່ພວມປະຕິບັດໜ້າທີ່ຈັດສັນຄວາມເປັນ
ລະບຽບຮຽບ
ຮ້ອຍຕາມເສັ້ນທາງ ແລະ ສະ ຖານທີ່ຕ່າງໆ. ສຳລັບທຸກພຶດຕິກຳ, ການກະທຳ,
ການເຄື່ອນໄຫວທີ່ຖືວ່າເປັນການລະເມີດຂໍ້ຫ້າມໃນຄຳສັ່ງແນະນຳຂອງ
ເຈົ້າ
ຄອງສະບັບເລກທີ 003/ ຈນວ, ລົງວັນທີ 20 ມີນາ 2014 ກໍຄືບັນ
ດາຂໍ້ຫ້າມໃນແຈ້ງການສະບັບນີ້
ດ້ວຍເຈດຕະນາ ຫລື ບໍ່ເຈດຕະ ນາລ້ວນແຕ່ໄດ້ຖືກສຶກສາອົບຮົມ,
ກ່າວເຕືອນ ຫລື ດຳເນີນມາດຕະ
ການທີ່ສົມຄູ່ກັບສະຖານະການ ລະເມີດຝືນດື້ຂອງສ່ວນບຸກຄົນ, ກຸ່ມຄົນ,
ນິຕິບຸກຄົນ.

No comments:
Post a Comment