ການ
ພັດທະນາຕົວເມືອງໃຫ້ມີຄວາມສະອາດງາມຕາມັນແມ່ນໜ້າທີ່ຂອງໝົດທຸກ
ຄົນ,
ແຕ່ໃນນີ້ອົງການພັດທະນາ ແລະ ບໍລິຫານຕົວເມືອງຂອງນະຄອນຫລວງ (ອພບ)
ຈະຕ້ອງໄດ້ເປັນຫລັກນຳພາຈັດຕັ້ງປະຕິບັດຄຳຂວັນ
6 ສ ທີ່ນະຄອນຫລວງໄດ້ກຳນົດໄວ້ໃຫ້ປະກົດເປັນຈິງ,
ເຊິ່ງຜ່ານມາເຫັນວ່າຂະບວນການດັ່ງກ່າວແມ່ນໄດ້ສຸມທຸກຄວາມສາມາດ
ເຂົ້າໃນການປະ
ຕິບັດໃນວຽກງານຂອງຕົນເຮັດສຳເລັດໜ້າທີ່,
ແຕ່ມາຮອດດຽວນີ້ຍັງມີຫລາຍຈຸດທີ່ຂະແໜງການກ່ຽວຂ້ອງຈະຕ້ອງໄດ້
ທົບທວນ ຄືນເປັນຕົ້ນແມ່ນຄອງລະບາຍນ້ຳຢູ່ໃນຫລາຍຈຸດ
ໂດຍສະເພາະຄອງລະບາຍນ້ຳຕາມເສັ້ນທາງຄູວຽງຈາກຈຸດຂົວຂາວຂຶ້ນມາຮອດ
ຕະຫລາດໜອງຈັນ
ແລະ ຈາກໜອງຈັນໄຫລລົງສູ່ບຶງທາດຫລວງ
ເຫັນວ່າມີຫລາຍຈຸດໄດ້ກາຍເປັນບ່ອນສະສົມເສດຂີ້ເຫຍື້ອທີ່ປະຊາຊົນ
ຢູ່ບໍລິເວນໃກ້ຄຽງລວມໄປເຖິງພວກສວຍໂອກາດລັກລອບນຳໄປຖີ້ມຕາມ
ຈຸດຕ່າງໆຢ່າງບໍ່ລະອາຍແກ່ໃຈ,
ເຊິ່ງແຕ່ໃດມາມັກຈະສ້າງຂະບວນການອອກແຮງງານເຮັດອານະໄມ,
ອອກແຮງານວັນເສົາແດງ
ເຮັດອານະໄມທຳຄວາມສະອາດຕາມຄອງລະບາຍນ້ຳໃນເຂດ
ຕ່າງໆເປັນຂະບວນຢ່າງກ້ວາງຂວາງຕະຫລອດມາ.
ແຕ່ພໍມາເຖິງໄລຍະຫລັງໆມານີ້ ຂະບວນ
ການເຮັດອານະໄມເຮັດຄວາມສະອາດແຕ່ລະກຸ່ມບ້ານ
ນັບວ່າມີໜ້ອຍບາງເຂດເກືອບບໍ່ມີເລີຍບໍ່ຮູ້ວ່າເຫດຜົນໃດ
ໃນນີ້ສິ່ງທີ່ເປັນຫວ່ງຫລາຍກວ່າໝູ່ແມ່ນເສດຂີ້ເຫຍື້ອຢູ່ຈຸດຄອງ
ລະບາຍນ້ຳຄູວຽງຕໍ່ໜ້າໂຮງໝໍໂລກຜີວໜັງບ້ານບຶງຂະຍອງ-ໂສກປ່າຫລວງ,
ບໍລິເວນອ້ອມຮອບເຂດຕະຫຼາດໜອງຈັນ ແລະ
ຫລາຍຈຸດຈາກຄອງລະບາຍນ້ຳໜອງຈັນລົງໄປສູ່ບຶງທາດຫລວງໂດຍພາກສ່ວນ
ກ່ຽວຂ້ອງຄວນໄດ້
ເອົາໃຈໃສ່ເປັນພິເສດ ແລະ
ນອກຈາກນີ້ສິ່ງທີ່ໜ້າເປັນຫວ່ງອີກຈຸດໜຶ່ງທີ່ບໍ່ຄວນຈະເບິ່ງກາຍ
ກໍຄືຄອງລະບາຍນ້ຳຈາກທ່າງ່ອນເຂົ້າສູ່ໂຄງການນ້ຳປະປາດົງໝາກຄາຍ
ໂດຍສະເພາະແມ່ນບໍລິເວນໜ້າຕະຫລາດດົງໝາກ ຄາຍ ຍັງມີສະພາບ
ການຖິ້ມເສດຂີ້ເຫຍື້ອຊະຊາຍຢູ່ຕາມແຄມຄອງລະບາຍນ້ຳ
ເຮັດໃຫ້ບໍລິເວນນັ້ນມີຄວາມເປີະເປື້ອນ
ສ້າງຄວາມບໍ່ຈົບງາມໃຫ້ແກ່ຜູ້ຜ່ານໄປມາ.
ສະນັ້ນຖ້າທຸກຄົນຍັງຖືເບົາ
ຈະເຮັດໃຫ້ເສດຂີ້ເຫຍື້ອເຫລົ່ານັ້ນໄປອຸດຕັນທໍ່ລະບາຍນ້ຳ
ແລະ ເກີດມີກິ່ນເໜັນຕາມມາ.

No comments:
Post a Comment