ສະພາມົນຕີຂອງອົງການສະຫະປະຊາຊາດ ໄດ້ອອກຖະແຫລງການວ່າ:
ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2014 ນີ້ ແມ່ນກົງກັບປີສາກົນຂອງບັນດາປະເທດເກາະດອນນ້ອຍທີ່ພວມພັດທະນາ
ເພື່ອໃຫ້ປະຊາຄົມໂລກໄດ້ຍົກສູງຄວາມຮັບຮູ້ ແລະ ມີຈິດສຳນຶກກ່ຽວກັບການປົກປັກຮັກສາປະເທດເກາະດອນນ້ອຍເຫລົ່ານັ້ນ
ເຊິ່ງແມ່ນຫົວຂໍ້ທີ່ສຳຄັນຈະໄດ້ນຳໄປປຶກສາຫາລືຢູ່ໃນລະດັບໂລກກ່ຽວກັບວິທີການວ່າຈະເຮັດແນວໃດ
ເພື່ອບັນ ລຸເປົ້າໝາຍຄວາມຍືນຍົງໃນອະນາຄົດສຳລັບໝົດທຸກຄົນຢູ່ໃນໂລກ.
ໃນປັດຈຸບັນນີ້ ມີປະຊາກອນໂລກຫລາຍກວ່າ
63 ລ້ານຄົນ ທີ່ອາໄສຢູ່ໃນບັນດາປະເທດເກາະ ດອນນ້ອຍ ເຊິ່ງເປັນແຫລ່ງທ່ອງທ່ຽວທຳມະຊາດ
ແລະ ວັດທະ ນະທຳທີ່ມີຊື່ສຽງເຊັ່ນ: ມີແຫລ່ງທຳມະຊາດທີ່ງົດງາມ ແລະ ໂດດເດັ່ນ,
ມີດົນຕີພື້ນເມືອງທີ່ໜ້າປະທັບໃຈ ແລະ ມີຄວາມອຸດົມ ສົມບູນທາງດ້ານວັດທະນະທຳຢູ່ທົ່ວທຸກມຸມໂລກ.
ປະເທດເກາະ ດອນເຫລົ່ານັ້ນ ມີບົດບາດສຳຄັນໃນການປົກປັກຮັກສາມະຫາສະ ໝຸດ, ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນທີ່ສຸດ,
ມີ ແຫລ່ງຊີວະນາໆພັນທີ່ຫລາກຫລາຍ ແລະ
ເຕັມໄປດ້ວຍພັນພືດ ແລະ ສັດສາວາສິ່ງທີ່ມີຄຸນຄ່າຫາຍາກຂອງໂລກອາໄສຢູ່.
ເຖິງວ່າຈະມີຄວາມອຸດົມ ສົມບູນປານໃດກໍຕາມ,
ບັນດາປະເທດເກາະດອນນ້ອຍທີ່ພວມພັດທະນາຍັງຜະເຊີນກັບສິ່ງທ້າທາຍ
ຫລາຍຢ່າງ
ເປັນຕົ້ນຄວາມອາດສາມາດຂອງພວກເຂົາຍັງຕ່ຳ
ຍ້ອນການຢູ່ຫ່າງໄກຂອງພວກເຂົາ
ເຊິ່ງເປັນສ່ວນໜຶ່ງໃນເມື່ອສະພາບການຂອງໂລກມີການປ່ຽນແປງ;
ການນຳເຂົ້າສິນ ຄ້າໄດ້ມີລາຄາແພງ ໂດຍສະເພາະພະລັງງານ ແລະ ມີຂໍ້ຈຳ
ກັດກ່ຽວກັບການແຂ່ງຂັນທາງດ້ານອຸດສາຫະກຳການທ່ອງ
ທ່ຽວ.
ບັນດາປະເທດເກາະດອນນ້ອຍເຫລົ່ານີ້ຍັງມີຄວາມສ່ຽງຫລາຍຈາກສະພາບການ
ປ່ຽນແປງດິນຟ້າອາກາດ,
ໃນເວລາເກີດພາຍຸທີ່ຮ້າຍແຮງຈະເຮັດໃຫ້ລະດັບນ້ຳທະເລສູງຂຶ້ນ
ເຊິ່ງອາດຈະເຮັດໃຫ້ເກີດໄພນ້ຳຖ້ວມຮ້າຍແຮງ
ແລະ ບັນດາປະເທດເກາະ ດອນນ້ອຍເຫລົ່ານັ້ນ
ອາດຈະຈົມລົງພື້ນທະເລໃນອະນາຄົດ.
ບັນດາ
ປະເທດເກາະດອນນ້ອຍທີ່ພວມພັດທະນາ
ບໍ່ໄດ້ສ້າງບັນຫາເຮັດໃຫ້ມີການປ່ຽນແປງດິນຟ້າອາກາດເຊັ່ນ:
ການປ່ອຍອາຍພິດເຮືອນແກ້ວຂອງພວກເຂົາຖ້າເອົາມາລວມກັນ
ແມ່ນໜ້ອຍກວ່າໜຶ່ງສ່ວນຮ້ອຍຂອງການປ່ອຍທາດອາຍພິດເຮືອນແກ້ວໃນ
ໂລກ,
ແຕ່ທີ່ຕັ້ງຂອງປະເທດເຫລົ່ານັ້ນພັດຕັ້ງຢູ່ແຖວໜ້າ
ເຊິ່ງມີຫລາຍໂຄງການທີ່ຈະຕ້ອງນຳໄປປຶກສາຫາລື
ເພື່ອສ້າງຂໍ້ຕົກລົງໃໝ່ໃນລະດັບໂລກກ່ຽວກັບການປ່ຽນແປງດິນຟ້າອາ
ກາດ ໃນປີ
2015. ໃນປັດຈຸບັນ ໄດ້ມີຫລາຍປະເທດໄດ້ເປັນແບບ ຢ່າງໃນການກຽມພ້ອມ
ເພື່ອປ້ອງກັນໄພທຳມະຊາດ
ເຊິ່ງໄດ້ຈັດຕັ້ງປະຕິບັດຕົວຈິງ
ເພື່ອບັນລຸການສ້າງຜົນກະທົບເຮັດໃຫ້ອຸນ ຫະພູມເພີ່ມຂຶ້ນ
ໂດຍການນຳໃຊ້ພະລັງງານທົດແທນ ແລະ ວິທີການອື່ນໆ.
ບັນດາ
ປະເທດເກາະດອນນ້ອຍທັງຫລາຍໄດ້ມີຄວາມເຂົ້າໃຈກັນວ່າ:
ພວກເຮົາມີຄວາມຈຳເປັນຕ້ອງສ້າງໂລກຂອງພວກເຮົາໃຫ້ໄປຕາມທິດທີ່
ມີຄວາມຍືນຍົງ
ເພື່ອເຮັດໄດ້ແນວນັ້ນ
ຈຶ່ງຮຽກຮ້ອງໃຫ້ມີການຮ່ວມມືກັນຈາກທຸກພາກສ່ວນຂອງສັງຄົມໃນທົ່ວ
ໂລກ
ຈົ່ງພ້ອມກັນຄິດ ແລະ ພ້ອມກັນປະຕິບັດ. ດັ່ງນັ້ນ
ເນື່ອງໃນໂອກາດສະເຫລີມສະ ຫລອງວັນສິ່ງແວດລ້ອມໂລກປີນີ້
ຈຶ່ງໄດ້ກຳນົດເອົາຫົວຂໍ້ຄືດັ່ງ ກ່າວ ພ້ອມທັງຮຽກຮ້ອງໃຫ້ບັນ
ດາບຸກຄົນ, ຊຸມຊົນ
ແລະ ບັນດາທຸລະກິດຕ່າງໆໃນທົ່ວໂລກຈຳ
ນວນຫລາຍລ້ານຄົນເຂົ້າຮ່ວມກັບບັນດາໂຄງການຕ່າງໆຢູ່ຂັ້ນ
ທ້ອງຖິ່ນ, ເລີ່ມຈາກຂະບວນ ການອະນາໄມ,
ການສະແດງສິລະປະເພື່ອປຸກລະດົມຂະບວນ
ການປູກໄມ້ ແລະ ການປົກປັກຮັກສາທຳມະຊາດ ແລະ ຮຽກ
ຮ້ອງໃຫ້ໝົດທຸກຄົນຈົ່ງຄຳນຶງເຖິງຄວາມປາດຖະໜາຂອງບັນ
ດາປະເທດເກາະດອນນ້ອຍທີ່ພວມພັດທະນາເຫລົ່ານັ້ນ ແລະ
ໃຫ້ການຊ່ວຍເຫລືອພວກເຂົາໃຫ້ຫລຸດພົ້ນອອກຈາກບັນຫາການປ່ຽນແປງດິນ
ຟ້າອາກາດ
ໂດຍການສ້າງຄວາມອາດສາມາດໃນການປັບຕົວ ແລະ
ການຫລຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດດັ່ງກ່າວ
ເພື່ອໃຫ້ປະເທດເຂົາເຈົ້າມີຄວາມໝັ້ນຄົງໃນອະນາຄົດ,
ພ້ອມກັນອອກແຮງປົກປັກຮັກສາຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມໃຫ້ຍືນຍົງ, ສະກັດກັ້ນ
ການເພີ່ມຂຶ້ນຂອງລະດັບນ້ຳທະເລ
ເພາະວ່າໜ່ວຍໂລກຂອງພວກເຮົາຍັງມີຫລາຍເກາະດອນທີ່ຢູ່ກະແຈກກະຈາຍ
ຕາມມະຫາສະໝຸດ
ພວກເຮົາຈຶ່ງມາຮ່ວມແຮງຮ່ວມໃຈກັນຊ່ວຍເຫລືອບັນດາເກາະດອນ
ເຫລົ່ານັ້ນໃຫ້ຫລຸດພົ້ນຈາກວິກິດການໄພນ້ຳຖ້ວມ.

No comments:
Post a Comment