ທ້າວ
ກູຫວ່າງ ອາຍຸ 44 ປີ ຢູ່ບ້ານສີວິໄລ
ເມືອງຊຳເໜືອ ແຂວງຫົວພັນ ເມື່ອກ່ອນເຄີຍເປັນພະນັກງານພາສີແຂວງຫົວ
ພັນ, ແຕ່ຍ້ອນໄດ້ຖະຫລຳຕົວເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດເມື່ອປີ
2002 ຈຶ່ງຖືກນຳຕົວໄປບຳບັດຢູ່ສະຖານຄຸມຂັງ-ດັດສ້າງເປັນເວລາ 6
ເດືອນ, ພາຍ ຫລັງອອກມາກໍກັບມາເຮັດວຽກຄືເກົ່າ,
ແຕ່ຍ້ອນຕັດຂາດຈາກການເສບຢາເສບຕິດບໍ່ໄດ້, ຕົກມາຮອດປີ 2012
ຜູ້ກ່ຽວຈຶ່ງໄດ້ກັບມາເສບຢາບ້າອີກຄັ້ງ
ແລະ ມາຮອດຕົ້ນເດືອນກໍລະກົດ 2013 ຖືກເຈົ້າໜ້າທີ່ ປກສ
ເມືອງຊຳເໜືອກັກຕົວໄດ້
ໃນຂໍ້ຫາມົ້ວສຸມຢາເສບຕິດ ພ້ອມຂອງກາງຢາບ້າ 13 ເມັດ
ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ
ແລະ ເມື່ອທ້າຍອາທິດຜ່ານມານີ້, ຜູ້ກ່ຽວກໍຖືກສານປະ
ຊາຊົນແຂວງຫົວພັນຕັດສິນລົງໂທດໃຫ້ຈຳຄຸກເປັນເວລາ
2 ປີ ພ້ອມປັບໄໝເງິນ 10 ລ້ານກີບ.

No comments:
Post a Comment