ວັນທີ
3 ກໍລະກົດນີ້ ຫົວໜ້າຂະແໜງລະບາດວິທະຍາ, ພະແນກສາທາລະນະ ສຸກນະຄອນ ຫຼວງວຽງຈັນ,
ໄດ້ຖະແຫຼ່ງຕໍ່
ນັກຂ່າວຂອງພວກເຮົາວ່າ: ເມື່ອມໍ້ໆມາ
ນີ້ໄດ້ມີກໍລະນີເບື່ອເຫັດເກີດຂຶ້ນຢູ່ບ້ານທ່ານາແລ້ງ,
ເມືອງຫາດຊາຍຟອງ, ນະຄອນ ຫຼວງວຽງຈັນມີ 7 ຄົນ, ຈາກ 3 ຄອບຄົວ,
ໂຊກດີບໍ່ມີຜູ້ເສຍຊີວິດ, ສາເຫດຂອງ ການເບື່ອເຫັດແມ່ນປະຊາຊົນຈຳນວນດັ່ງກ່າວ
ໄດ້ນຳເອົາເຫັດທີ່ເກີດຈາກຕົ້ນບ້າວຄື: ເຫັດຄັນຮົ່ມ, ຕີນແຮດ ແລະ
ເຫັດຕົ່ງຝົນຢູ່ແຫຼ່ງດຽວກັນມາບໍລິໂພກ,
ແລ້ວ ເກີດ ມີອາການວິນຫົວ, ປວດຮາກ ແລະ ເຈັບ ທ້ອງ, ຈຶ່ງຖືກນຳສົ່ງໂຮງໝໍ,
ຜ່ານການ ກວດພົບວ່າອາການ
ດັ່ງກ່າວເກີດຈາກ ການເບື່ອເຫັດທາງແພດໝໍຈຶ່ງໄດ້ສຸມໃສ່ລ້າງ
ທ້ອງປິນປົວໄດ້ປອດໄພ,
ໃນແຕ່ ລະປີ ເຖິງວ່າສາທາລະນະສຸກຈະເອົນໃຈໃສ່
ແຈ້ງເຕືອນໃຫ້ປະຊາຊົນເພີ່ມຄວາມລະມັດລະວັງໃນ
ການບໍລິໂພກເຫັດ ແຕ່ກໍຍັງປະ
ກົດມີຂຶ້ນ, ດັ່ງນັ້ນອີກເທື່ອໜຶ່ງຈຶ່ງຂໍ ເຕື່ອນມາຍັງ
ປະຊາຊົນໃຫ້ມີສະຕິລະວັງຕົວຕື່ມອີກໃນການບໍລິໂພກເຫັດຊະນິດຕ່າງໆ
ທີ່ອາດຈະນຳຜົນກະທົບມາສູ່ສຸຂະພາບ,
ຖ້າຫາກ ບໍ່ແນ່ໃຈວ່າຊະນິດເຫັດ ທີ່ກິນບໍ່ໄດ້ແມ່ນຫ້າມກິນເດັດ ຂາດ, ຫ້າມກິນເຫັດ
ຫຼາຍຊະນິດ
ປົນກັນ ແລະ ຖ້າຫາກກິດ ເຫັດ ແລ້ວມີອາການຜິດປົກກະຕິ ເຊັ່ນ: ວິນຫົວ, ປວດຮາກ,
ເຈັບທ້ອງ ໃຫ້ໄປໂຮງ ໝໍດ່ວນ,
ເນື່ອງຈາກໃນປັດຈຸບັນເຫັດບາງ ຊະນິດທີ່
ເຄີຍກິນແຕ່ເກີດເບີ່ອນັ້ນກໍເນື່ອງມາຈາກສານເຄມີຕົກຄ້າງທີ່ໃຊ້ປຸຍເຄ
ມີໃນການກະເສດ ແລະ ເກີດຈາກການກິນ ເຫັດທີ່ເປັນພິດຍ້ອນສັດປ່າທີ່ມີພິດຍ່ຽວໃສ່.
ທ່ານ ຫົວໜ້າຂະແໜງລະບາດວິທະຍາໃຫ້ຮູ້ອີກວ່າ:
ແຕ່ ລະປີຜ່ານມາມີການເບື່ອເຫັດ ເກີດຂຶ້ນເປັນຈຳນວນບໍ່ໜ້ອຍ ແລະ ມີຜູ້ເສຍຊີວິດແລ້ວຈຳ ນວນໜຶ່ງ,
ໂດຍສະເພາະແມ່ນ ຢູ່ບັນດາແຂວງພາກເໜືອ ແລະ ເຂດຫ່າງໄກສີກຫຼີກ.

No comments:
Post a Comment