ກອງປະຊຸມຂອງເຈົ້າໜ້າທີ່ອາວຸໂສເຂດສຸມຫຼ່ຽນພັດທະນາກຳປູເຈຍ-ລາວ- ຫວຽດນາມ (CLV) ໄດ້ຈັດຂື້ນໃນວັນທີ 24 ພະຈິກນີ້,
ຢູ່ຫໍປະຊຸມແຫ່ງຊາດ,ໃນນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມ ມະສິດ ລັດຖະມົນ ຕີຊ່ວຍວ່າການກະຊວງການຕ່າງປະເທດ
ທັງເປັນຫົວ ໜ້າເຈົ້າໜ້າທີ່ອາວຸໂສຝ່າຍລາວ,ໂດຍມີເຈົ້າໜ້າທີ່ອາວຸໂສ+20
ຈາກປະເທດດັ່ງກ່າວເຂົ້າຮ່ວມເພື່ອຫາລືບັນຫາຕ່າງໆໃຫ້ແກ່ການກຽມກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ
(CLV.) ຄັ້ງທີ 8 ຊຶ່ງຈະຈັດຂຶ້ນຢູ່ນະຄອນ ຫຼວງວຽງຈັນໃນວັນທີ 25 ພະຈິກນີ້.
ປະທານກອງປະຊຸມ ກ່າວວ່າ: ກອງປະຊຸມຄັ້ງນີ້ບັນດາເຈົ້າໜ້າທີ່ອາວຸໂສໄດ້ຮ່ວມກັນປຶກສາຫາລືກ່ຽວກັບການກະ
ກຽມໃຫ້ກອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາກຳປູເຈຍ- ລາວ-ຫວຽດນາມຄັ້ງທີ
8 ເພື່ອຮັບຮອງເອົາຖະແຫຼ່ງ ການຮ່ວມຂອງຜູ້ນຳສາມປະເທດກຳປູເຈຍ-ລາວ-ຫວຽດນາມ,
ພ້ອມນັ້ນກໍໄດ້ຕີລາຄາຄືນການຮ່ວມມື ແລະ ການພັດທະນາຢູ່ເຂດສາມ ຫຼ່ຽມໃນໄລຍະຜ່ານມາ,
ໂດຍສະເພາະແມ່ນຢູ່ 13 ແຂວງ ຂອງ 3 ປະເທດ (CLV) ຄື : 4 ແຂວງຂອງລາວມີ:
ແຂວງອັດຕະປື,
ສາລະວັນ, ເຊກອງ ແລະ ຈຳປາສັກ, 4 ແຂວງຂອງກຳປູເຈຍມີ: ຊຽງແຕງ,
ຣັດຕະນະຄິຣິ,
ມົນ ທົນຄິຣິແລະ ກະແຈະ ແລະ 5ແຂວງຂອງຫວຽດນາມມີ: ດັກລັກ, ຢາລາຍ,
ກອນຕູມ, ດັກນົງ
ແລະ ບິງເຟືອກ, ພ້ອມນັ້ນກໍໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມື ແລະ
ພັດທະນາໃນຕໍ່ໜ້າເປັນຕົ້ນແມ່ນການຂົນຂວາຍຫາທືນເພື່ອຈັດຕັ້ງ
ປະຕິບັດບັນດາໂຄງການຕ່າງໆຢູ່ເຂດດັ່ງກ່າວໃຫ້ສຳເລັດຕາມເປົ້າໝາຍ.
ປະທານກອງປະຊຸມກ່າວວ່າ: ການຮ່ວມມືຢູ່ເຂດສາມຫຼ່ຽມພັດ
ທະນາດັ່ງກ່າວໃນໄລຍະຜ່ານມາ ສິ່ງທ້າທາຍຕົ້ນຕໍແມ່ນ
ການລະດົມທຶນເພື່ອຈັດຕັ້ງປະຕິບັດບັນ
ດາໂຄງການຕ່າງໆ, ເນື່ອງຈາກ 3
ປະເທດພວກເຮົາເປັນປະເທດທີ່ກຳລັງພັດທະນາ, ໂດຍສະເພາະປະເທດລາວ
ແລະ ກຳປູເຈຍເປັນປະເທດດ້ອຍພັດທະນາ,
ດັ່ງນັ້ນຈຶ່ງມີຄວາມຈຳເປັນຕ້ອງມີງົບປະມານ
ແລະ ແຫຼ່ງທືນເພື່ອສະໜອງໃຫ້ແກ່ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ
ມີປະສິດທິຜົນເຖິງວ່າສ່ວນໜຶ່ງໄດ້ຖືກຈັດຕັ້ງປະຕິບັດໄປແລ້ວ
ແລະ ສ່ວນໜຶ່ງກໍຍັງມີຄວາມຫຼ້າຊ້າຍ້ອນຂາດທືນຮອນ ແລະ
ນີ້ກໍເປັນບັນຫາເລັ່ງດ່ວນທີ່ກອງປະ
ຊຸມຄັ້ງນີ້ຈະໄດ້ຮ່ວມກັນປຶກສາຫາລືໃຫ້ມີຜົນສຳເລັດ.

No comments:
Post a Comment