} />

Pages

Tuesday, April 28, 2015

ສອງ​ແມ່​ລູກ​ຊາວ​ລາວ​ຖືກ​ແກ໊ງຄົນ​ຮ້າຍ​ຍັດ​ຢາ​ບ້າ​ຈັບ​ຮຽກ​ຄ່າ​ໄຖ່ໂຊກ​ດີ​ຕຳຫລວດ​ໜອງ​ຄາຍ​ຊ່ວຍ​ເຫລືອ​ສຳ​ເລັດ

     ສອງແມ່ລູກຊາວລາວຖືແກ໊ງຕຳຫລວດອຸດອນຍັດຢາບ້າຈັບຮຽກຄ່າໄຖ່ເພື່ອແລກກັບການບໍ່ດຳເນີນຄະດີໂຊກດີຕຳຫລວດແຂວງໜອງຄາຍຊ້ອນແຜນໃຫ້ການຊ່ວຍເຫລືອສຳເລັດ.
      ສຳນັກຂ່າວໄທຣັດຂອງໄທ ລາຍງານໃນວັນທີ 27 ​ເມສານີ້ວ່າ: ​ໃນມື້ວານນີ້ (26 ​ເມສາ) ​ເວລາ 19:00 ​ໂມງ ທີ່ດ່ານຊາຍແດນຂົວມິດຕະພາບລາວ-​ໄທແຂວງໜອງຄາຍ, ​ເຈົ້າໜ້າທີ່ຕຳຫລວດໄທນຳໂດຍທ່ານ ພົນຕີ ຊູຣັດ ປານເຫງົ້າຜູ້ບັນຊາການຕຳຫລວດແຂວງໜອງຄາຍໄດ້ນຳກຳລັງເຂົ້າຈັບກຸມຮ້ອຍເອກ ສຸຣະພັດເພັນສີ, ຮ້ອຍໂທ ພີຣະພົງ ຕຣີພົງ, ຮ້ອຍຕີ ສົມເດັດ ສຸກຣົມ ພ້ອມພົນຕຳຫລວດອີກ 3 ຄົນເຊິ່ງເປັນເຈົ້າໜ້າທີ່ຕຳຫລວດສັງກັດຢູ່ແຂວງອຸດອນທານີ. ນອກຈາກນັ້ນ ຍັງມີຕຳຫລວດອາສາສະໝັກ 1 ຄົນແລະ ພົນລະເຮືອນອີກ 1 ຄົນ (ລວມທັງໝົດ 8 ຄົນ​) ພ້ອມຂອງກາງອາວຸດປືນສັ້ນ 7 ກະບອກ, ປືນລູກຊອງຍາວ 1 ກະບອກ, ​ເງິນສົດ 300.000 ບາດ, ຢາບ້າ 108 ​ເມັດ, ຢາໄອ 1 ຖົງ, ລົດກະບະ 2 ຄັນແລະ ລົດເກັງອີກ 1 ຄັນ.

      ການເຂົ້າຈັບກຸມ​​ແກ໊ງຕຳຫລວດດັ່ງກ່າວນີ້ແມ່ນເນື່ອງຈາກໃນເວລາ 11:00 ​ໂມງຂອງວັນດຽວກັນໄດ້ມີນາ ພວງມາລີ ຕັນທະແກ້ວ ອາຍຸ 20 ປີ ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ສປປ ລາວໄດ້ເຂົ້າແຈ້ງຄວາມຕໍ່ ພົນຕີ ຊູຣັດປານເຫງົ້າ ທີ່ໜອງຄາຍເພື່ອຂໍການຊ່ວຍເຫລືອໂດຍໃນຕອນແລງຂອງວັນທີ 25 ​ເມສານີ້, ​ແມ່ຂອງຕົນຊື່ນາງ ບົວຈັນ ຕັນທະແກ້ວ ອາຍຸ 55 ປີແລະ ນ້ອງຊາຍຊື່ທ້າວ ພອນສະຫວັນ ຕັນທະແກ້ວ ອາຍຸ 14 ປີໄດ້ເດີນທາງມາແຂວງໜອງຄາຍແຕ່ໄດ້ຖືກກຸ່ມຄົນທີ່ອ້າງວ່າເປັນເຈົ້າໜ້າທີ່ຕຳຫລວດອຸດອນທານີເຂົ້າຈັບກຸມທັງສອງຄົນແລ້ວຕັ້ງຂໍ້ຫາຄ້າຢາບ້າທັງໆທີ່ຕົນແລະ ຄອບຄົວບໍ່ເຄີຍມີສ່ວນກ່ຽວຂ້ອງກັບຢາເສບຕິດເຊິ່ງກຸ່ມຄົນດັ່ງກ່າວໄດ້ໃຫ້ແມ່ຂອງຕົນໂທ ລະສັບມາຫາແລະໃຫ້ນຳເອົາເງິນຈຳນວນ 2 ລ້ານບາດ ມາໄຖ່ຕົວ ຖ້າບໍ່ດັ່ງນັ້ນແມ່ແລະ ນ້ອງຊາຍຈະຖືກນຳຕົວສົ່ງສະຖານີຕຳຫລວດເພື່ອດຳເນີນຄະດີ.
        ດ້ານເຈົ້າໜ້າທີ່ຕຳຫລວດແຂວງໜອງຄາຍໄດ້ວາງແຜນໃຫ້ການຊ່ວຍເຫລືອແລະ ຈັບກຸມແກ໊ງຕຳຫລວດດັ່ງກ່າວໂດຍໄດ້ໃຫ້ນາງ ພວງມາລີ ທຳທ່າໂທລະສັບຕໍ່ລອງຄ່າໄຖ່ຈາກແກ໊ງດັ່ງກ່າວ ຈົນຄ່າໄຖ່ໄດ້ຫລຸດລົງມາເຫລືອ 300.000 ບາດແລ້ວທັງສອງຝ່າຍໄດ້ຈັດຈ່າຍເງິນຄ່າໄຖ່ໃຫ້ກັນໃນເວລາ 19:00 ​ໂມງ ທີ່ບ່ອນຈອດລົດໃກ້ກັບດ່ານກວດຄົນເຂົ້າເມືອງແຂວງໜອງຄາຍ. ຈາກນັ້ນ ຈຶ່ງສາມາດຈັບກຸມຄົນຮ້າຍໄດ້ສຳເລັດ.
      ນາງ ບົວຈັນ ຕັນທະແກ້ວ ກ່າວວ່າ: ​ໃນຕອນບ່າຍຂອງວັນທີ 25 ​ເມສາ ຕົນເອງແລະ ທ້າວ ພອນສະຫວັນ ຕັນທະແກ້ວໄດ້ເດີນທາງມາແຂວງໜອງຄາຍໂດຍໄປຊື້ສິນຄ້າທີ່ຫ້າງຊັບພະສິນຄ້າແຫ່ງໜຶ່ງໃນຕົວເມືອງໜອງຄາຍ, ຕໍ່ມາໄດ້ມີທ້າວ ທອງເຊິ່ງເປັນຄົນລາວແລະ ຮູ້ຈັກຮັກແພງກັນດີໄດ້ໂທມາບອກໃຫ້ຕົນໄປຮັບເງິນຄ່າຊື້ຂາຍໄມ້ ໂດຍຈະມີຄົນນຳເງິນມາມອບໃຫ້. ຕໍ່ມາໄດ້ມີນາ ພັດຣະໄມ ພົມວິໄຊ ອາຍຸ 40 ປີ ຢູ່ບ້ານລຸມພຸກ ຕາແສງທ່າສີລາເມືອງສອງດາວແຂວງສະກົນນະຄອນໄດ້ນຳເອົາຖົງມາໃຫ້ເຊິ່ງຕົນເອງກໍບໍ່ຮູ້ວ່າແມ່ນຖົງຫຍັງ. ຈາກນັ້ນບໍ່ດົນ ກໍມີແກ໊ງຊາຍທັງ 8 ຄົນ ອ້າງຕົວວ່າເປັນເຈົ້າໜ້າທີ່ຕຳຫລວດ ສະແດງຕົວເຂົ້າຈັບກຸມແລະແຈ້ງຂໍ້ຫາຄ້າຢາບ້າ ທັງໆທີ່ຕົນເອງບໍ່ໄດ້ມີສ່ວນກ່ຽວຂ້ອງກັບຢາເສບຕິດເລີຍ.
       ປັດຈຸບັນ, ​ເຈົ້າໜ້າທີ່ຕຳຫລວດໄທໄດ້ນຳສົ່ງຕົວແກ໊ງຄົນຮ້າຍທັງ 8 ຄົນໃຫ້ພະນັກງານສອບສວນສະຖານີຕຳຫລວດເມືອງໜອງຄາຍເພື່ອດຳເນີນຄະດີຕາມກົດໝາຍຂອງໄທຕໍ່ໄປ.

No comments:

Post a Comment