ການແຂ່ງຂັນເຕັ້ນເຊຍ ດຳເນນໄປຢ່າງຄຶກຄື້ນ ແລະ ມ່ວນຊື່ນ ເຊິ່ງທີມ ວິທະຍາໄລ ຊັບພະວິຊາ ໄດ້ເປັນແຊ໋ມເຕັ້ນເຊຍ 2012 (Pepsi Cheerleading Contest 2012), ໃນວັນທີ 17 ພະຈິກ ຜ່ານມາ ຢູ່ສູນກິລາໃນຮົ່ມ ບຶງຂະຫຍອງ ໄດ້ຈັດການແຂ່ງຂັນຮອບຊີງຊະນະເລີດຂຶ້ນ ມີບັນດານັກກິລາ ຈາກ 14 ທີມ ຂອງ 13 ສະຖາບັນການສຶກສາເຂົ້າ, ການແຂ່ງຂັນຄັ້ງນີ້ ເປັນການຮ່ວມມືຂອງກອງເລຂາຈັດງານມະຫາວິ ທະຍາໄລອາຊຽນ ຄັ້ງທີ XVI,
ກະຊວງສຶກສາທິການ ແລະ ກິລາ ກັບບໍລິສັດເບຍລາວ ຈຳກັດ.
ຜ່ານການແຂ່ງຂັນປາກົດວ່າ: ທີ 1 ໄດ້ແກ່ ທີມ PTC ຈາກ ວິທະ ຍາໄລ ຊັບພະວິຊາຮັບເງິນສົດ 15 ລ້ານກີບ ພ້ອມຂັນ 1
ໜ່ວຍ, ທີ 2 ໄດ້ແກ່ ທີມ ກອງອາສາສະໝັກຊາວໜຸ່ມຕະລຸມບອນ ຈາກມະຫາ ວິທະຍາໄລແຫ່ງຊາດ ໄດ້ຮັບເງິນ ສົດ 10 ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ໄດ້ຮັບລາງວັນ ຂວັນໃຈສື່ມວນຊົນ ຮັບເງິນ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 3 ໄດ້ແກ່ ທີມ Big Fight ຈາກ ວິທະຍາໄລ ລາວສິງກະໂປ ໄດ້ຮັບເງິນສົດ 10
ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ລາງວັນ ຂວັນໃຈປະຊາຊົນ ໄດ້ແກ່ ທີມ BBAC ຈາກ ວິທະຍາໄລ ບຸດວິເສດ ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ, ນອກ ຈາກນີ້ ຍັງມີລາງວັນອື່ນໆອີກຈຳ ນວນໜຶ່ງ.
ໂຄງການດັ່ງກ່າວ ແມ່ນໜຶ່ງໂຄງການກິດຈະກຳຂອງ ບໍລິສັດ ເບຍລາວ ຈຳກັດ ເພື່ອເປັນການສະໜັບສະໜູນໃຫ້ແກ່ນັກສຶກສາໄດ້ມີເວທີການສະແດງຄວາມສາ ມາດອອກສູ່ສາຍຕາມະຫາຊົນ ເຊິ່ງການເຕັ້ນເຊຍ (Cheerleading) ນີ້ຖືໄດ້ວ່າເປັນກິລາປະເພດໜຶ່ງທີ່ຄ້າຍຄືກັບການຫລິ້ນກາຍະສິນ ແຕ່ຈະເນັ້ນໜັກການໃຊ້ທັກສະໃນການເຕັ້ນເປັນກຸ່ມແບບພ້ອມພຽງ, ການເຕັ້ນຕໍ່ໂຕ, ການໂຍນໂຕ ແລະ ການແປຮູບອັກສອນ. ຄຽງຄູ່ກັນ ນີ້ ຍັງເປັນການສ້າງກອງເຊຍໄວ້ເຊຍກິລາ ເພື່ອສ້າງບັນຍາກາດໃນລະຫວ່າງການແຂ່ງຂັນຂອງກິລາປະເພດຕ່າງໆໃຫ້ຟົດຟື້ນຍິ່ງຂຶ້ນ ທັງເປັນກິລາປະເພດໜຶ່ງທີ່ສ່ອງແສງໃຫ້ເຫັນກິລາເພື່ອສຸຂະ ພາບ ຜ່ານສິລະປະວັດທະນະທຳໃດໜຶ່ງ ເຊິ່ງສາມາດດຶງດູດເອົາໄວໜຸ່ມນັກຮຽນນັກສຶກສາໃຫ້ມາຫລິ້ນກິລາຫ່າງໄກຈາກຢາເສບຕິດ ແລະ ການຫລິ້ນກິນຟຸມເຟືອຍ.

No comments:
Post a Comment