ສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ, ບໍລິສັດ Negibose (ບໍລິສັດຍີ່ປຸ່ນທີ່ປະເທດໄທ) ແລະ ສະມາຄົມອະດີດນັກສຶກ ສາລາວ ຈາກຍີ່ປຸ່ນ ໄດ້ຮ່ວມກັນຈັດງານກາຕູນຫັນສາ ໂດລາເອ ມອນ ຄັ້ງທີ II ຂຶ້ນໃນວັນທີ 17 ພະຈິກ 2012 ຢູ່ທີ່ສວນເຈົ້າອະນຸ ວົງ, ນະຄອນຫລວງວຽງຈັນ ໂດຍມີທ່ານນາງ ຈຸນໂກະ ໂຢໂກ ຕະ, ເອກອັກຄະຣາ ຊະທູດວິສາ ມັນຜູ້ທີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳລາວ, ທ່ານ ດຣ ປອນເມກ ດາລາລອຍ, ອະດີດລັດຖະມົນຕີວ່າການກະຊວງສາທາລະນະສຸກ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ບົວເງິນ ຊາພູວົງ, ລັດຖະມົນຕີ
ຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ພ້ອມ ດ້ວຍພະນັກງານ ແລະ ຊາວນະ ຄະຫລວງວຽງຈັນເ ຂົ້າຮ່ວມ.
ການຈັດງານກາຕູນຫັນສາ ໂດລາເອມອນ ຄັ້ງທີ II ນີ້ ແມ່ນເພື່ອນຳສະເໜີວັດທະນະທຳແບບໃໝ່ຂອງຍີ່ປຸ່ນ ໃຫ້ແກ່ຄົນລາວໄດ້ຮູ້ຈັກ ແລະ ທັງເປັນການສົ່ງເສີມຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫ່ວາງປະເທດຍີ່ປຸ່ນ ແລະ ບັນດາປະເທດລຸ່ມແມ່ນ້ຳ
ຂອງ ໂດຍສະເພາະໄວໜຸ່ມລຸ້ນໃໝ່, ພາຍໃນງານດັ່ງກ່າວກາຕູນ ໂດລາເອມອນ ແລະ ນັກສະແດງການແຕ່ງຕົວ ໄປຕາມຕົວລະ ຄອນກາຕູນຍີ່ປຸ່ນ ໄດ້ທຳການສະແດງ ແລະ ມ່ວນຊື່ນກັບການຮ້ອງເພງກາຕູນຍີ່ປຸ່ນ ແລະ ຫຼິ້ນເກມ ຕອບຄຳຖາມ
ພ້ອມກັນນັ້ນ ກໍມີການເປີດຮ້ານຂາຍອາຫານຍີ່ປຸ່ນຫລາກຫລາຍປະເພດ ໂດຍສະມາ ຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ ແລະ ວົງການ NGO ຂອງປະເທດຍີ່ປຸ່ນ ຊຶ່ງງານຕາຕູນ ໂດລາເອມອນ ຄັ້ງທຳອິດ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2012 ຢູ່່ທີ່ຫໍວັດທະນະທຳແຫ່ງຊາດ, ງານຄັ້ງນັ້ນ ສາມາດດຶງດູດເອົາຜູ້ຄົນໃນຕົວເມືອງ ເຂົ້າມາຊົມໄດ້ຫລາຍກວ່າ 500 ກວ່າຄົນ, ເພື່ອຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການຂອງຜູ້ຊົມກາຕູນຍີ່ປຸ່ນທີ່ຕ້ອງການຢາກຈະໃຫ້ຈັດງານອີກນັ້ນ ສະຖານທູດຍີ່ປຸ່ນ ຈຶ່ງໄດ້ຈັດງານກາຕູນຫັນສາ ຄັ້ງທີ II ທີ່ວຽງຈັນຂຶ້ນໂດຍນຳເອົາຕົວກາຕູນ ໂດເລອາມອນ ຊຶ່ງເປັນທູດວັດທະນະທຳກາຕູນຍີ່ປຸ່ນ ແລະ ເປັນຕົວລະຄອນ ທີ່ມີຊື່ສຽງເປັນທີ່ຮູ້ຈັກກັນຫລາຍທົ່ວໂລກ ມາສະແດງອີກຄັ້ງໜຶ່ງ. ກ່ອນໜ້ານັ້ນ ໂດ ລາເອມອນ ພ້ອມດ້ວຍນັກສະແດງການແຕ່ງຕົວໄປຕາມຕົວລະ ຄອນກາຕູນຍີ່ປຸ່່ນ ໄດ້ໄປຢ້ຽມ ຢາມ ແລະ ຈັດງານສະແດງຢູ່ໂຮງຮຽນເດັກນ້ອຍຄົນພິການ ເພື່ອເປັນການໃຫ້ກຳລັງໃຈໃຫ້ແກ່ຜູ້ເສຍອົງຄະ

No comments:
Post a Comment