ທ້າວ ສຸລິໂຍ ອາຍຸ 22 ປີ ຢູ່ບ້ານ ໂພນສະຫວັນ
ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ໄດ້ ຖືກສານຂັ້ນຕົ້ນ ນະຄອນ ຫຼວງວຽງຈັນ ຕັດອິດສະຫຼະ ພາບ 13 ປີ ພ້ອມປັບ ໃໝເງິນ 10 ລ້ານກີບ
ໃນຄະດີປຸ້ນ-ຊີງຊັບ, ລັກຊັບພົນລະ ເມືອງ ຕົວອັນຕະລາຍ.
ໃນວັນທີ
26 ພະຈິກນີ້ ສານນະຄອນຫຼວງວຽງຈັນ
ໄດ້ເປີດທີ່ປະຊຸມສານ ເພື່ອດຳເນີນຄະດີຕັດ ສິນລົງໂທດ ທ້າວ ສຸລິໂຍ ອາຍຸ 22 ປີ
ຢູ່ບ້ານ ໂນນສະຫວ່າງ
ເມືອງ ສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ຊຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນ
ຄະດີໃນວັນທີ
29 ເມສານີ້, ພາຍ ຫຼັງຜູ້ ຕ້ອງຫາໄດ້ກະທຳຄວາມຜິດກໍ່ຄະດີປຸ້ນຈີ້-ຊີງຊັບ,
ລັກຊັບພົນລະເມືອງ
ຢູ່ນະຄອນ ຫຼວງວຽງຈັນ ເຮັດໃຫ້ສັງຄົມບໍ່ມີຄວາມສະ ຫງົບ ຊຶ່ງ
ຜ່ານການດຳເນີນຄະດີຢ່າງຄົບຖ້ວນ,
ຮອບດ້ານ ແລະ ການໃຫ້ການຕໍ່ ສານຂອງຈຳເລີຍສານນະຄອນຫຼວງວຽງຈັນ ຊີ້ວ່າ:
ການກະທຳຜິດ ຂອງ ທ້າວ
ສຸລິໂຍ ແມ່ນເປັນການກະທຳຜິດ ຕໍ່ກົດໝາຍ ອາຍາມາດຕາ 45 ປັບປຸງ ໃໝ່, ມາດຕາ 118
ວັກ 2, ມາດຕາ
119 ວັກ 4, ເຮັດໃຫ້ ສັງຄົມບໍ່ມີຄວາມສະຫງົບ ແລະ ມີຄວາມ ເປັນອັນລາຍຕໍ່ຊີວິດ,
ຊັບສິນຂອງພົນ ລະ ເມືອງຈຶ່ງລົງຄວາມເຫັນໃຫ້ຕັດອິດສະຫຼະພາບຜູ້ກ່ຽວກະທຳຜິດຈຳຄຸກ
13 ປີ ພ້ອມ ປັບໃໝເງິນ 10 ລ້ານກີບ.

No comments:
Post a Comment