ບໍລິສັດ ລາວ-ອິນໂດ ໄຊນາ ກຣຸບ ມະຫາຊົນ ໝັ້ນໃຈລະບົບການບຳບັດນ້ຳ ເປື້ອນຢູ່ໃນໂຮງງານຂອງຕົນ
ແລະ ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມເພາະວ່າການບ້ຳບັດ ນ້ຳເປື້ອນໄດ້ປັບປຸງໃໝ່ພາຍ ຫລັງເກີດເຫດປາຕາຍ
ເມື່ອປີ 2009 ໂດຍຕອນນັ້ນ, ການຕາຍຂອງປາເກີດຈາກບໍລິສັດຂອງຕົນແທ້. ຂະນະທີ່ວັນທີ
22 ກໍລະກົດ 2013 ປາກົດວ່າມີປາຕາຍອີກເທື່ອໜຶ່ງ ແລະ ເມື່ອບໍລິສັດໄດ້ຮັບຮູ້ກໍຮີບຮ້ອນລົງໄປ ກວດສອບ
ແລະ ໄດ້ໄປຈຸດທີ່ເຮັດໃຫ້ປາຕາຍໃນເວລານັ້ນກໍຄືຜົນຈາກການລ້ຽງເປັດ ຂອງປະຊາຊົນທີ່ໄດ້ປ່ອຍຂີ້ເປັດລົງນ້ຳ
ແລະ ສິ່ງເສດເຫລືອຫລັງການ ເກືອເປັດນັ້ນ ລົງນ້ຳເຮັດໃຫ້ລະດັບອົກຊີຢູ່ນ້ຳຫລຸດລົງ ແລະ ນ້ຳກໍຊຸ່ນຫລາຍ.
ສະນັ້ນຈຶ່ງ ເຮັດໃຫ້ ປາຕາຍ. ແນວໃດກໍ ດີມາຮອດວັນທີ 29 ຕຸລາ ກໍມີເຫດປາຕາຍອີກ ເຊິ່ງບໍລິສັດ
ລາວ-ອິນ ໂດໄຊນາ ກໍໄດ້ນຳເອົານ້ຳມາວິໄຈ ເພື່ອຫາສາ ເຫດ ແລະ ໃນວັນທີ 12 ທັນວາຢູ່ ບໍລິສັດ
ລາວ-ອິນໂດໄຊນາກຣຸບມະຫາຊົນ ທີ່ຕັ້ງ ຢູ່ບ້ານນາຊອນ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ຖະແຫລງຂ່າວກ່ຽວກັບຜົນການວິໄຈນ້ຳຢູ່ອ່າງບ້ຳບັດນ້ຳ
ເປື້ອນຂອງ ບໍລິສັດໂດຍທ່ານ ດວງດີ ພົມມະຈັນ ຜູ້ອຳນວຍການໂຮງງານຜະລິດແປ້ງມັນຕົ້ນ ລາວ-ອິນໂດໄຊນາ
ກຣຸບມະຫາຊົນ, ມີຜູ້ຕາງໜ້າອົງການປົກຄອງທ້ອງ ຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No comments:
Post a Comment