} />

Pages

Tuesday, March 11, 2014

ປກສ ເມືອງສີສັດຕະນາກ ມອບຊັບຄືນເຈົ້າຂອງເດີມ

         ໃນທ້າຍອາທິດຜ່ານມາ ນີ້ ຢູ່ກອງບັນ ຊາການ ປກສ ເມືອງສີສັດຕະນາກ ນະຄອນ ຫຼວງວຽງຈັນ ທ່ານ ພັນໂທ ທອງສະຫວັດ ແສນສຸວາດຮອງຫົວໜ້າກອງ  ບັນຊາການ ປກສ ເມືອງດັ່ງກ່າວ ໄດ້ມອບຊັບສິນທີ່ຖືກ ກຸ່ມຄົນບໍ່ດ ລັກເອົາມາ ຄືນໃຫ້ກັບເຈົ້າຂອງ   ເດີມພາຍຫຼັງເຈົ້າໜ້າທີ່ສາມາດເກັບກູ້ຄືນ ມາໄດ້ ແລະ ກຳລັງ ເລັ່ງສະຫຼຸບສຳນວນຄະ ດີຜູ້ຕ້ອງຫາສົ່ງໃຫ້ ໄອຍະການສັ່ງຟ້ອງສານ ເພື່ອຕັດສິນລົງ ໂທດຕາມລະບຽບກົດໝາຍ.
            ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 31 ທັນວາ 2013 ຜ່ານ ມາເວລາປະມານ 18 ໂມງ ທ້າວ ພອນມະລິດາ ຫຼື ດຳ ອາຍຸ 29 ປີ ອາຊີບກຳມະກອນ ຢູ່ບ້ານ ຈອມ ເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຂີ່ລົດຈັກອອກຈາກ ບ້ານເພື່ອຊອກລັກເຄື່ອງຕາມຫ້ອງແຖວ, ມາຮອດ ບໍລິເວນ ບ້ານທົ່ງກາງ ໄດ້ເຫັນຫ້ອງແຖວປະມານ 5 ຫ້ອງ, ຜູ້ກ່ຽວກໍ ໄດ້ລົງມືງັດຫ້ອງແຖວ ແລ້ວໄປລັກຊັບໄດ້ ແທັບເລັດ 1 ໜ່ວຍ, ຄອມ 1 ໜ່ວຍ ແລະ ແອັມ 1 ໜ່ວຍ ແລ້ວຫຼົບໜີ, ຈາກນັ້ນໃນວັນທີ 16 ມັງກອນ 2014 ຜູ້ກ່ຽວກໍ ຊອກເຄື່ອນໄຫວແບບເກົ່າ ຊຶ່ງໄດ້ມາລັກຊັບຢູ່ຫ້ອງແຖວເຂດບ້ານທົ່ງກາງ ກ່ອນ ຈະມີພົນລະເມືອງດີພົບເຫັນ ແລະ ແຈ້ງເຈົ້ ໜ້າທີ່ຈັບຕົວຜູ້ກ່ຽວມາດຳເນີນຄະດີ .
           ຜ່ານການສືບສວນ-ສອບສວນ ຜູ້ຕ້ອງຫາໄດ້ຮັບສາລະພາບວ່າ: ໄດ້ເຄີຍເຄື່ອນໄຫວລັກຊັບຕາມ ຫ້ອງແຖວມາແລ້ວ 5 ຄັ້ງ ແລະ ເຄີຍຕ້ອງໂທດມາແລ້ວ 4 ຄັ້ງໃນ ຂໍ້ຫາລັກຊັບພົນລະເມືອງໂດຍ ພາຍຫຼັງທີ່ໄດ້ຊັບສິນກໍໄດ້ເອົາໄປຂາຍ ເອົາເງີນໄປ ຊື້ຢາບ້າມາເສບ, ຊຶ່ງພາຍຫຼັງການຮັບສາລະພາບ ເຈົ້າໜ້າທີ່ກໍໄດ້ຈັດກຳລັງ ແລະ ສາມາດເກັບກູ້ຊັບສິນຈຳນວນ ໜຶ່ງທີ່ຖືກລັກ ໄປເພື່ອນຳມາຄືນ ໃຫ້ ກັບເຈົ້າຂອງເດີມ.
          ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ເມືອງຂອງຕົນສາມາດຈັບຕົວກຸ່ມໄວລຸ້ນທີ່ ເຄື່ອນໄຫວຊີງຊັບຂອງພົນລະເມືອງຄື: ທ້າວ ເພັດດາລາ ບຸດດາຄຳ ຫຼື ແອັດ ອາຍຸ 18 ປີ ຢູ່ບ້ານ ສາລະຄຳໃຕ້ ເມືອງ ຫາດຊາຍ ຟອງ, ທ້າວ ໄພທອງ ຫຼື ເມົ້າ ອາຍຸ 18 ປີ ຢູ່ບ້ານ ທ່າພະລານ ໄຊ ເມືອງສີສັດຕະນາກ ນະຄອນ ຫຼວງວຽງຈັນມາດຳເນີນຄະດີ, ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຜູ້ຕ້ອງຫາທັງ ສອງໄດ້ຮັບສາລະພາບວ່າ: ໄດ້ ເຄື່ອນໄຫວຊີງຊັບຂອງພົນລະ ເມືອງມາແລ້ວ 12 ຄັ້ງ, ໂດຍໄດ້ຂີ່ລົດຈັກໄປຕາມເສັ້ນທາງຕ່າງໆ ເພື່ອຊອກຫາເປົ້າໝາຍທີ່ເປັນ ເພດຍິງກ່ອນຈະລົງມືດຶງກະເປົາ ແລະ ສາຍຄໍ ຄື: ຄັ້ງລ່າສຸດ ເມື່ອ ທ້າຍເດືອນມັງກອນຜ່ານມານີ້ ທັງສອງໄດ້ດຶງກະເປົາຂອງປະ ຊາຊົນ ຢູ່ເຂດໜ້າຕະຫຼາດບ້ານ ທົ່ງພານທອງ ຊຶ່ງໄດ້ເງີນກ່ວາ 2 ແສນບາດ ແລະ ສາຍຄໍຄຳ ກ່ອນຈະຫຼົບໜີໄປ ແລະ ຈາກນັ້ນກໍຖືກເຈົ້າໜ້າທີ່ຈັບຕົວ ມາດຳເນີນຄະດີໄດ້ ຊຶ່ງພາຍຫຼັງການສືບສວນ ເຈົ້າໜ້າທີ່ຍັງສາມາດຈັບຜູ້ຮ່ວມ ໃນຂະບວນການຄື: ທ້າວ ອາ ຫຼາງ ອາຍຸ 17 ປີ ຢູ່ບ້ານ ແກ້ງປາຢ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 2 ມີນາ 2014 ເພື່ອມາດຳເນີນຄະດີຕື່ມອີກ.

No comments:

Post a Comment