ຕາມການລາຍງານຂອງ
ເຈົ້າໜ້າທີ່ ປສກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນ ທີ 9
ມີນານີ້ເຈົ້າໜ້າທີ່ສຶບສວນ-ສອບສວນ ໄດ້ຮັບ ແຈ້ງຈາກປະຊາຊົນ ຜູ້ເຫັນເຫດການວ່າ:
ໄດ້ ພົບສົບຂອງຍິງສາວ ອາຍຸປະມານ 14-15 ປີ ໃສ່ເສື້ອຍຶດ ຄໍມົນສີຂາວ,
ໂສ້ງຂາຍາວນອນ ເສຍຊີວິດຢູ່ ເຂດບ້ານດຸງ ເສັ້ນທາງ 450 ປີ. ພາຍຫຼັງ ໄດ້ຮັບລາຍ
ງານເຈົ້າໜ້າທີ່ໄດ້ລົງພິ ສູດສະຖານທີ່
ເກີດເຫດ ໂດຍບໍ່
ຮູ້ວ່າ ຜູ້ກ່ຽວ
ເສຍຊີວິດຍ້ອນ ສາເຫດໃດ ແລະ ບໍ່ຮູ້ວ່າຜູ້ກ່ຽວແມ່ນມີຖິ່ນຖານຢູ່ໃສ
ແລະ ຢູ່ໃນ ການຄຸ້ມຄອງ ຂອງໃຜ, ຄາດວ່າ ເສຍຊີ ວິດມາໄດ້ 2-3 ວັນ. ດັ່ງນັ້ນ
ຈຶ່ງປະກາດຕາມຫາຍາດພີ່ນ້ອງຄອບຄົວຂອງຜູ້ກ່ຽວເພື່ອມາຮັບເອົາຊົບໂດຍ
ເຈົ້າໜ້າທີ່ໄດ້ ນຳໄປມ້ຽນຢູ່ໂຮງໝໍເສດຖາທິລາດ.
No comments:
Post a Comment