} />

Pages

Tuesday, October 28, 2014

ນະຄອນຫລວງວຽງຈັນອອກຂໍ້ຫ້າມໃນງານບຸນນະມັດສະການພະທາດຫລວງ

     ຄືດັ່ງທີ່ພວກເຮົາໄດ້ໃຫ້ຂ່າວ ໄປແລ້ວງານບຸນນະມັດສະການພະທາດຫລວງ ປະຈຳປີ 2014, ຈະເລີ່ມການຄົບງັນແຕ່ ວັນທີ 31 ຕຸລາ-6 ພະຈິກນີ້ ແລະ ເພື່ອໃຫ້ ປາງບຸນໃຫຍ່ດັ່ງກ່າວໄດ້ດຳເນີນ ໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຮັບປະ ກັນໄດ້ຄວາມສະຫງົບປອດໄພ ຄະນະຈັດງານ ຈຶ່ງໄດ້ອອກຂໍ້ ຫ້າມຕ່າງໆຄື ຫ້າມມີການໂຄສະນາທຸກຮູບແບບທີ່ຜິດ ຕໍ່ກົດ ໝາຍຂອງ ສປປ ລາວ; ຫ້າມຂາຍ ຫລື ນຳເອົາອາວຸດທຸກປະເພດລວມທັງ ງ້າວ, ໜ້າ, ກະຖຸນ, ສະນັບມື ແລະ ອື່ນໆ ເຂົ້າໄປ ໃນງານໂດຍເດັດຂາດ, ເວັ້ນເສຍແຕ່ເຈົ້າໜ້າ ທີ່ທີ່ໄດ້ຮັບອະນຸຍາດ; ຫ້າມຂາຍ ແລະ ນຳເອົາ ຢາເສບຕິດ, ທາດເບື່ອ, ສານເຄມີ ທີ່ອອກລິດຕໍ່ລະບົບປະສາດທຸກຊະນິດ, ຫ້າມຈູດ ແລະ ນຳເອົາບັ້ງກະໂພກ ເຂົ້າມາ ວາງຂາຍພາຍໃນງານຢ່າງ ເດັດຂາດ; ຫ້າມນຳເອົາຜະລິດຕະ ພນທີ່ລອກ ຮຽນແບບຜ້າສິ້ນລາວນຳເຂົ້າມາວາງຂາຍ; ຫ້າມຂາຍ ເຄື່ອງເກີນອອກມາໜ້າ ຮ້ານທີ່ ຄະນະກຳມະການຈັດງານຕະ ຫລາດນັດກຳນົດໄວ້; ຫ້າມຂາຍ ແລະ ນຳເອົາ ຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເຊື່ອມ ຊາມຕ່າງໆເຂົ້າມາໃນງານ; ຫ້າມຫລິ້ນການພະນັນທຸກປະ ເພດ; ຫ້າມ ຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸ ຍາດຈາກຄະ ນະກຳມະການຈັດງານ; ຫ້າມມີການອາລະວາດຕີກັນ; ຫ້າມດື່ມ ສິ່ງຂອງມຶນເມົາເກີນຂອບເຂດຖ້າ ຫາກຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫລື ນຳຕົວໄປ ພັກຜ່ອນ; ຫ້າມບຸກຄົນ, ວັດ, ສຳນັກງານອົງການ ແລະ ອຳນາດ ການປົກຄອງບ້ານ ກີດຂວາງການຈັດສັນ ສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກຳມະການຈັດງານຕະຫລາດນັດ; ສຳລັບນັກສະແດ ງສິລະປະຢູ່ໃນງານຕະ ຫລາດນັດສາກົນແຕ່ລະຈຸດຕ້ອງແຕ່ງກາຍ ແລະ ນຸ່ງ ເຄື່ອງສຸພາບຮຽບຮ້ອຍຖືກ ຕ້ອງຕາມ ຮີດຄອງ ປະເພນີລາວ; ຫ້າມ ຕອກເຫລັກ ຫລື ສິ່ງຂອງຕ່າງໆ ໃສ່ພື້ນເດີ່ນສະໜາມຫລວງຢ່າງ ເດັດຂາດ ແລະ ຫ້າມຖີ້ມຂີ້ເຫຍື້ອ ຊະຊາຍທີ່ເຮັດໃຫ້ ບໍ່ມີຄວາມສະອາດຈົບງາມສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.
   ທັງນີ້ກໍເພື່ອເຮັດໃຫ້ງານບຸນ ນະມັດສະການພະທາດຫລວງ ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນ ຊື່ນ ແລະ ຟົດຟື້ນ, ຮັບ ປະກັນໄດ້ຄວາມສະຫງົບປອດ ໄພ ແລະ ຍັງເປັນການສົ່ງເສີມ ອະນຸລັກຮັກສາຮີດຄອງປະເພນີ ແລະ ສາມາດດຶງ ດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາລາວເຮົາຫລາຍຂຶ້ນ ແລະ ອີກເທື່ອໜຶ່ງ ທ່ານ ສາຍ ທອງ ແກ້ວ ດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໃນນາມຄະນະກຳມະການຈັດງານບຸນນະມັດສະການພະທາດ ຫລວງໄດ້ ຮຽກຮ້ອງອີກເທື່ອໜຶ່ງຕໍ່ບັນຫາຊັ້ນຄົນຕ່າງໆທີ່ດຳລົງຊີວິດຢູ່ໃນນະຄອນຫລວງວຽງຈັນ ຈົ່ງພ້ອມກັນຍົກສູງສະຕິ ຄວາມ ເປັນເຈົ້າການໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນງານບຸນ ແລະ ສ້າງໃຫ້ນະຄອນຫລວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພຢ່າງໜັກແໜ້ນ.

No comments:

Post a Comment