ທ່ານນາຍົກລັດຖະມົນຕີ
ທອງສິງ ທຳມະວົງ ໄດ້ກ່າວໃນກອງປະຊຸມລັດຖະ ບານສະໄໝສາມັນປະຈຳເດືອນຕຸລາທີ່ສຳ
ເລັດລົງເມື່ອທ້າຍອາທິດຜ່ານມານີ້ວ່າ: ຂໍໃຫ້ທຸກພາກສ່ວນສືບຕໍ່
ເອົາໃຈໃສ່ເຮັດວຽກງານປ້ອງ
ກັນຊາດ-ປ້ອງກັນ ຄວາມສະຫງົບ (ປກຊ-ປກສ) ໃຫ້ແຂງແຮງກວ່າເກົ່າ, ຫລັງຈາກເຫັນ ວ່າ,
ປັດຈຸບັນພວກອິດທິກຳລັງ
ປໍລະປັກ ແລະ ພວກຄົນບໍ່ດີໄດ້ ນຳໃຊ້ເຄື່ອງມືສື່ສານ ສັງຄົມ ອອນລາຍ ເຊັ່ນ:
ອີນເຕີເນັດ, ເຟສບຸກ
ແລະ ການສື່ສານອື່ນໆ ໂຄສະ ນາໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີ ແລະ ແບ່ງແຍກພາຍ
ໃນການນຳ, ລະຫວ່າງຂັ້ນລຸ່ມ
ກັບຂັ້ນເທິງ ແລະ ລະຫວ່າງການ ນຳກັບປະຊາຊົນ. ໂດຍ
ສະເພາະແມ່ນຍົກສູງສະຕິລະວັງຕົວ ແລະ ຕື່ນຕົວໃນການປະກອບສ່ວນແກ້ໄຂປາ
ກົດການຫຍໍ້ທໍ້ ຕ່າງໆທີ່ມີລັກສະນະເພີ່ມຂຶ້ນ
ເຊັ່ນ: ບັນຫາຢາເສບຕິດ, ອຸປະຕິເຫດບົນທ້ອງຖະໜົນ, ກຸ່ມແກ້ງນັກເລງອັນຕະພານ,
ສະພາບຂີ້ລັກງັດ
ແງະ, ການລັກລອບ ຕັດໄມ້ ແລະ ຊື້-ຂາຍໄມ້ຜິດກົດໝາຍ, ການລັກລອບຂຸດຄົ້ນແຮ່ທາດແບບ
ຊະຊາຍຢູ່ໃນບາງແຂວງ,
ບາງ ທ້ອງຖິ່ນ ແລະ ບັນຫາອື່ນໆ ເຊິ່ງ ພາກສ່ວນກ່ຽວຂ້ອງຕ້ອງໄດ້
ເພີ່ມທະວີເອົາໃຈໃສ່ແກ້ ໄຂຢ່າງຈິງຈັງ
ແລະ ເດັດຂາດເຂັ້ມງວດ ເພື່ອສາ ມາດຕ້ານ ແລະ ສະກັດ
ກັ້ນສິ່ງຫຍໍ້ທໍ້ດັ່ງກ່າວໃຫ້ມີຜົນດີກວ່າເກົ່າ.

No comments:
Post a Comment