} />

Pages

Tuesday, October 28, 2014

ບັນດາປະເທດລຸ່ມແມ່ນ້ຳຂອງຫາລືບັນຫາມົນລະພິດໝອກຄວັນຂ້າມຊາຍແດນ

     ຄະນະຜູ້ແທນຈາກພາກສ່ວນກ່ຽວຂ້ອງບັນດາປະເທດລຸ່ມແມ່ນ້ຳຂອງ ເຊິ່ງປະກອບມີ: ມຽນ ມາ, ໄທ, ລາວ, ຫວຽດນາມ ແລະ ກຳປູເຈຍ, ໄດ້ຮ່ວມ ກັນປຶກສາຫາລືກ່ຽວກັບບັນຫາມົນລ ພິດໝອກຄວັນຂ້າມຊາຍ ແດນເຊິ່ງບັນຫາ ດັ່ງກ່າວພວມ ເປັນ ໄພຄຸກຄາມສິ່ງແວດລ້ອມຂອງ  ພາກພື້ນກໍຄືໃນໂລກ, ໂດຍໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ກິດຈະ ກຳທີ່ນອນໃນກອບການຮ່ວມມືຂອງ ຄະນະກຳມະການລະດັບລັດຖະ ມົນຕີອາຊຽນສິ່ງແວດລ້ອມວ່າດ້ວຍມົນລະພິດໝອກ ຄວັນຂ້າມຊາຍແດນ, ສະພາບໝອກຄວັນ ໄຟ ແລະ ການພະ ຍາກອນອາກາດ, ນອກຈາກນີ້, ຍັງໄດ້ລາຍງານກ່ຽວກັບສະ ພາບການຄວບຄຸມມົນລະພິດໝອກຄວັນໃນໄລຍະລະດູແລ້ງ ແລະ ຍັງໄດ້ ພ້ອມກັນປຶກສາຫາລືກ່ຽວກັບມາດຕະການໃນ ການຄວບຄຸມການເກີດໄຟໃໝ້ປ່າເຊັ່ນ:ລະ ບົບເຕືອນໄພ ຄວາມອັນຕະລາຍ, ການສະ ກັດກັ້ນກໍລະນີເກີດໄຟໃໝ້ປ່າ ແລະ ການຄວບຄຸມໝອກຄວັນຂ້າມຊາຍແດນເພື່ອຫລຸດ ຜ່ອນມົນລະພິດທາງອາກາດ.
    ການປຶກສາຫາລືດັ່ງກ່າວມີຢູ່ກອງປະຊຸມດ້ານວິຊາການຂອງໜ່ວຍປະຕິບັດງານວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍ ແດນໃນອານຸພາກພື້ນແມ່ນ້ຳຂອງຄັ້ງທີ 10 ຢູ່ນະຄອນຫລວງ ວຽງຈັນ, ໂດຍການເປັນປະທານ ຂອງທ່ານນາງ ມອນມະນີ ຍອຍ ບົວກ່ອງລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທັງເປັນຫົວໜ້າຄະນະ ກຳ ມະການແມ່ນ້ຳຂອງແຫ່ງຊາດ, ມີ ຄະນະຜູ້ແທນຈາກບັນດາປະເທດລຸ່ມແມ່ນ້ຳຂອງ, ກອງເລຂາອາຊຽນ, ສູນອຸຕຸນິຍົມອາ ຊຽນ ແລະ ສະຖາບັນປົກປັກຮັກສາສິ່ງແວດລ້ອມສາກົນເຂົ້າຮ່ວມ, ເຊິ່ງມະ ຕິຂອງການປຶກສາຫາລືເທື່ອນີ້ ຈະເປັນເນື້ອໃນ ພື້ນຖານໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມບໍ່ເປັນທາງ ການຄັ້ງທີ 15 ທີ່ຈະຈັດຂຶ້ນຢູ່ນະຄອນຫລວງ ວຽງຈັນໃນວັນທີ 27-31 ຕຸລານີ້.

No comments:

Post a Comment