ໃນວັນທີ 31 ຕຸລາຜ່ານມາ, ຢູ່ສວນວັດທະນະທຳເມືອງຫາດຊາຍຟອງ
ນະຄອນ ຫລວງວຽງຈັນ ໄດ້ຈັດໃຫ້ມີພິທີມອບໃບຢັ້ງຢືນຄຸນນະພາບໃຫ້ແກ່ສະລອຍນ້ຳສວນ ວັດທະນາທຳອິນແປງຂຶ້ນເປັນແຫ່ງທຳອິດຂອງປະເທດລາວ,
ໂດຍການເຂົ້າຮ່ວມ ຂອງທ່ານ ສຈ. ດຣ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງວິທະຍາສາດ
ແລະ ເຕັກໂນໂລຊີ, ທ່ານ ຈະເລີນ ວາລິນທາລາສັກ ລັດຖະມົນຕີຊ່ວຍວ່າການກະ ຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ແອັດ ພັນນິວົງ ປະທານ ບໍລິສັດ ອິນແປງກຣຸບ ຈຳກັດຜູ້ດຽວ.
ທ່ານຫົວໜ້າກົມມາດຕະຖານ
ແລະ ວັດແທກ ໄດ້ກ່າວວ່າ:
ພາຍຫລັງທີ່ສະລອຍນ້ຳແຫ່ງດັ່ງກ່າວໄດ້ມີການຢືນຄຳຮ້ອງ
ຂໍອອກໃບຢັ້ງຢືນຄຸນນະພາບຖືກຕ້ອງຕາມລະບຽບການທາງກົມພວກເຮົາກໍໄດ້ສົ່ງເອກະສານໃຫ້ຄະນະກຳມະການເຕັກນິກສູນກາງກ່ຽວຂ້ອງເພື່ອຄົ້ນຄວ້າ
ແລະ
ລົງກວດກາສະພາບຄວາມເປັນຈິງເປັນຕົ້ນສະພາບນ້ຳທີ່ໄດ້ໃຊ້ໃນສະລອຍນ້ຳເຫັນວ່າມີຜົນ
ການກວດສອບຈາກຫ້ອງ
ທົດລອງທີ່ເຊື່ອຖືໄດ້ຈາກສະຖາບັນຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພວກ ເຮົາໄດ້ນຳໄປກວດກາ ແລະ ສົມທຽບກັບມາດ ຕະຖານສາກົນຈຶ່ງເຫັນວ່າຖືກ ຕ້ອງຕາມມາດຕະຖານອາຊຽທີ່ ໄດ້ກຳນົດໄວ້ ທຸກຢ່າງ, ດ້ວຍເຫດຜົນດັ່ງ ກ່າວທຸກໆຂະແໜງກ່ຽວຂ້ອງຈຶ່ງໄດ້ຕົກລົງອອກໃບຢັ້ງຢືນຄຸນນະພາບສະລອຍນ້ຳ ໃຫ້ແກ່ສວນວັດ ທະນະທຳອິນແປງ
ເຊິ່ງຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ
ເພື່ອເປັນການ ຢັ້ງຢືນວ່ານ້ຳທີ່ໃຊ້ໃນ ສະລອຍນ້ຳແຫ່ງ ດັ່ງກ່າວບໍ່ມີສານເຄມີທີ່ເປັນຜິດຕໍ່ສຸຂະພາບຂອງສິ່ງທີ່ມີຊີວິດ
ແລະ ສິ່ງແວດລ້ອມ, ທ່ານຫົວໜ້າກົມ ມາດຕະຖານ ແລະ ວັດແທກ ໃຫ້ຮູ້ວ່າ: ພາຍ ຫລັງໄດ້ອອກໃບຢັ້ງຢືນນີ້ແລ້ວ
ທາງກົມພວກເຮົາຈະໄດ້ລົງຕິດ ຕາມກວດກາ ຄຸນນະພາບຂອງນ້ຳ ຢ່າງປົກກະຕິເປັນເວລາ 2 ປີ ດ້ວຍກັນ.ທົດລອງທີ່ເຊື່ອຖືໄດ້ຈາກສະຖາບັນຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພວກ ເຮົາໄດ້ນຳໄປກວດກາ ແລະ ສົມທຽບກັບມາດ ຕະຖານສາກົນຈຶ່ງເຫັນວ່າຖືກ ຕ້ອງຕາມມາດຕະຖານອາຊຽທີ່ ໄດ້ກຳນົດໄວ້ ທຸກຢ່າງ, ດ້ວຍເຫດຜົນດັ່ງ ກ່າວທຸກໆຂະແໜງກ່ຽວຂ້ອງຈຶ່ງໄດ້ຕົກລົງອອກໃບຢັ້ງຢືນຄຸນນະພາບສະລອຍນ້ຳ ໃຫ້ແກ່ສວນວັດ ທະນະທຳອິນແປງ
ທ່ານປະທານບໍລິສັດ ອິນແປງກລຸບ ກ່າວວ່າ: ໃນໄລຍະຜ່ານມາ
ບໍລິສັດຕົນໄດ້ພະຍາຍາມເອົາ ໃຈໃສ່ປັບປຸງຄຸນນະພາບຜະ ລິດຕະພັນຂອງຕົນຕະຫລອດມາ, ຈົນສາມາດຍາດໄດ້ຜົນສຳເລັດ
ແລະ ນີ້ກໍເພື່ອເປັນການຢັ້ງຢືນ ຄຸນນະພາບຂອງສະລອຍ ນ້ຳເຊິ່ງມີຄວາມໝາຍສຳຄັນທີ່ສຸດສຳລັບການກຳນົດວິໄສທັດຂອງແຜນພັດທະນາເພື່ອຄວາມຢືນ
ຢົງໃນການກ້າວໄປສູ່ການ ແຂ່ງຂັນໃນລະດັບຊາດ ແລະ ສາກົນ ກໍຄືການກຽມພ້ອມເຂົ້າຮ່ວມການເຄື່ອນໄຫວຂອງປະຊາຄົມອາຊຽນ
(AEC) ແລະ ການເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ຂອງລາວເຮົາໃນ ອະນາຄົດ. ສະລອຍນ້ຳສວນວັດ
ທະນະທຳອິນແປງແຫ່ງນີ້ ປະກອບມີສະລອຍນ້ຳທັງໝົດ 5 ອ່າງ, ໃນນີ້ອ່າງ A ມີຂະໜາດ 1.063 ແມັດມົນທົນ,
ອ່າງ B 160 ແມັດມົນທົນ, ອ່າງ C 120 ແມັດ ມົນທົນ, ອ່າງ D 300 ແມັດມົນ ທົນ ແລະ ອ່າງ E 18 ແມັດມົນທົນ.
ສາມາດຮອງຮັບນັກທ່ອງທ່ຽວ ໄດ້ເປັນຈຳນວນຫລາຍພ້ອມນັ້ນຍັງມີຮ້ານອາຫານ, ສະຖານທີ່ຜັກຜ່ອນຢ່ອນອາລົມ
ແລະ ບ່ອນຈັດງານລ້ຽງຕ່າງໆໄວ້ຄອຍບໍລິຫານນຳອີກ.

No comments:
Post a Comment