ຄືນວັນທີ 30 ຕຸລານີ້, ຢູ່ຫໍປະຊຸມແຫ່ງຊາດ
ນະຄອນຫລວງວຽງຈັນໄດ້ມີການມອບລາງວັນໃຫ້ບັນດາຕົວເມືອງຂອງ ຫລາຍປະເທດໃນອາຊຽນ, ທີ່ມີ ຄວາມຍືນຍົງດ້ານສິ່ງແວດລ້ອມຄັ້ງທີ
3 ຂຶ້ນ ແລະ ສຳລັບລາວ ເຮົາແມ່ນເມືອງ ຫລວງພະບາງ ໄດ້ຮັບລາງວັນອັນຊົງກຽດດັ່ງກ່າວ.
ທ່ານ ຫນູລິນ ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາກອນ ທຳມະຊາດ
ແລະ ສິ່ງ ແວດລ້ອມປະທານຈັດກອງ ປະຊຸມລັດຖະມົນຕີອາ ຊຽນດ້ານສິ່ງແວດລ້ອມບໍ່ເປັນທາງການຄັ້ງທີ
15 ກ່າວວ່າ: ການມອບລາງວັນຕົວເມືອງອາຊຽນທີ່ມີ ຄວາມຍືນຍົງດ້ານສິ່ງ ແວດລ້ອມຄັ້ງນີ້, ແມ່ນເພື່ອເປັນການໂຄສະນາ
ແລະ ເປັນການເພີ່ມທະວີການຮ່ວມມືຂອງອາຊຽນເພື່ອ ຮັກສາສິ່ງແວດລ້ອມ ໃຫ້ຍືນຍົງ, ໂດຍສະເພາະການສ້າງຕົວເມືອງໃຫ້ມີສະພາບແວດລ້ອມທີ່ດີ
ແລະ ມີຄວາມສວຍງາມ, ສີຂຽວສະອາດເພື່ອເຮັດ ໃຫ້ປະຊາຄົມອາຊຽນມີຄວາມພົ້ນເດັ່ນດ້ານສິ່ງແວດລ້ອມ.
ກອງເລຂາອາຊຽນໃຫ້ຮູ້ວ່າ:
ນອກຈາກເມືອງຫລວງພະບາງແລ້ວ,
ເມືອງທີ່ໄດ້ຮັບລາງວັນ ດ້ານສິ່ງແວດລ້ອມທີ່ຍືນຍົງນີ້
ຍັງມີເມືອງສີລີເບກາວັນຂອງບຣູໄນ,
ບັນທຳບັງຂອງກຳປູເຈຍ, ບາລິປາປັງຂອງອິນໂດເນເຊຍ, ມາລາກາຂອງມາເລເຊຍ, ຢາງ
ກຸ້ງຂອງມຽນມ້າ,
ຊັງກາລອດຊີ ຕີຂອງຟີລິບປິນ, ເມືອງພາກຕາເວັນຕົກສຽງເໜືອຂອງສິງກະໂປ ແລະ
ຊຽງໃໝ່ຂອງໄທ. ນອກ
ຈາກນີ້ຍັງມີການມອບໃບກຽດຕິຄຸນໃຫ້ບັນດາຕົວເມືອງໃນອາຊຽນເຊັ່ນ:
ປະເພດຕົວເມືອງທີ່ສະອາດ,
ປະເພດຕົວ ເມືອງທີ່ມີນ້ຳສະອາດ ແລະ ອື່ນໆ ເປັນກຽດເຂົ້າຮ່ວມໂດຍທ່ານ ຫນູລິນ
ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາ ກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແລະ
ທ່ານ ໄຊ ສາມານ ລັດຖະມົນຕີສິ່ງແວດລ້ອມປະເທດກຳປູເຈຍ,
ສຳລັບຕົວແທນຂອງ ລາວທີ່ຂຶ້ນຮັບລາງວັນໂດຍທ່ານ ພູມີ ອໍເພັດສານ
ຮອງເຈົ້າເມືອງຫລວງພະບາງ.

No comments:
Post a Comment