} />

Pages

Friday, May 8, 2015

ປກສ ແຂວງອັດຕະປືຈັບຜົວເມຍຄ້າຢາເສບຕິດລາຍໃຫຍ່

ຂ່າວ-ພາບ: ຫນັງສືພິມ ປກສ
    ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງອັດຕະປື, ໄດ້ນຳກຳລັງເຂົ້າຈັບຕົວຂະ ບວນການຄ້າຢາເສບຕິດຂ້າມ ຊາດໃນຮ້ານກາເຟແຫ່ງໜຶ່ງ, ຢູ່ເຂດບ້ານເຊກອງ ເມືອງສາມັກຄີໄຊ ແຂວງອັດ ຕະປື ສາ ມາດຈັບຜູ້ຕ້ອງຫາໄດ້ຄື: ທ້າວ ຖ້າຍ ຍິນຖ່ັງ ອາຍຸ 42 ປີ ແລະ ນາງ ຫງວຽນ ທິຕຽດ ອາຍຸ 44 ປີສັນຊາດຫວຽດນາມ, ທັງສອງເປັນຜົວເມຍ ກັນຢູ່ແຂວງເງະ ອານ, ສສ ຫວຽດນາມ ແລະ ໄດ້ມາເຊົ່າເຮືອນຢູ່ບ້ານ ເຊກອງ ແລ້ວເປີດຮ້ານ ຂາຍກາເຟ, ຜ່ານການກວດຄົ້ນພົບຢາບ້າຈຳນວນ 66 ພັນເມັດ ຊຸກເຊື່ອງໄວ້ ຢູ່ໃນລົດເກັງໝາຍເລກທະບຽນ 37D00243 ເຊິ່ງເປັນລົດຂອງ ຜູ້ກ່ຽວທີ່ຈອດໄວ້ຂ້າງຮ້ານ, ພ້ອມອຸປະກອນການເສບຢາ ແລະ ໂທລະສັບມືຖື 9 ໜ່ວຍ,ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment