} />

Pages

Monday, June 9, 2014

ການບິນ​ລາວ​ໄດ້​ເຮືອບິນ ATR 72-600 ​ເພີ່ມ​ອີກ​ເປັນ​ລຳ​ທີ 7

    ພິທີ​ຕ້ອນຮັບ​ເຮື​ອບິນ ATR 72-600 ​ເພີ່ມ​ອີກ​ເປັນ​ລຳ​ທີ 7 ຂອງ​ລັດ​ວິ​ສາ​ຫະ ກິດ​ການບິນ​ລາວ ​ໄດ້​ມີ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 8 ມິຖຸນາ​ນີ້ ຢູ່​ສະໜາມ​ບິນ​ສາກົນ​ວັດ​ໄຕ, ນະຄອນຫລວງ​ວຽງ​ຈັນ ໂດຍ​ມີ​ຄະນະ​ຜູ້​ບໍລິຫານ ພ້ອມ​ດ້ວຍ​ພະນັກງານ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ​ເຂົ້າຮ່ວມ ​ເປັນ​ຈຳ ນວນ​ຫລາຍ ​ເພື່ອ​ນຳເຂົ້າມາ​ເສີມ​ຕາໜ່າງ ການບິນ​ລາວ​ໃຫ້​ມີ ຄວາມ​ສະດວກ ​ແລະ ທັນ​ສະ​ໄໝ ດີ​ຂື້ນ.
    ​ໃນ​ໂອກາດ​ສະ​ເຫລີ​ມສະ ຫລອງ​ວັນ​ສ້າງຕັ້ງການບິນ​ລາວ​ຄົບຮອບ 25 ປີທີ່ຫາ​ກໍ​ຜ່ານ​ພົ້ນ​ໄປ​ນັ້ນ, ຜູ້ອຳນວຍການ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ​ໃຫ້​ຮູ້​​ວ່າ: ຕະຫລອດ​ໄລຍະ 25 ປີຜ່ານມາ​ການບິນ​ລາວ ​ໄດ້​ຮັບ​ການ​ພັດທະ ນາຢ່າງ​ບໍ່​ຢຸດ​ຢັ້ງ​ຄື: ທຶນ​ດຳ​ເນີນ​ທຸລະ​ກິດ​ໄດ້​ເພີ່ມ​ຂຶ້ນຈາກ 400 ຕື້ ກີບ ​ໃນ​ປີ 2006 ມາ​ເປັນ 2.000 ຕື້ ກີບ ​ໃນ​ປີ 2013, ມີ​ເຮືອບິນ​ເພີ່ມ​ຂຶ້ນຈາກ 2 ລຳ ມາ​ເປັນ 15 ລຳ ໃນ​ປີ 2014, ​ໃນ​ນັ້ນມີ​ແອ​ບັດ A320 ຈຳນວນ 4 ລຳ, ພະນັກ ງານລັດຖະກອນ​ເພີ່ມ​ຂຶ້ນຈາກ 400 ຄົນ, ມາ​ເປັນ 875 ຄົນ, ຈຸ​ບິນ​ເພີ່ມ​ຂຶ້ນ 6 ​
ເທົ່າ; ຕົວ​ແທນ​ຂາຍ​ປີ້​ເພີ່ມ​ຂຶ້ນ​ເປັນ 360 ຕົວ​ແທນ, ມີ​ການ​ຮ່ວມ​ມື​ກັບ 25 ສາຍ​ການ ບິນ​ຂອງ 23 ປະ​ເທດ​ໃນ​ໂລກ. ບໍລິການ​ຜູ້​ໂດຍສານ​ເພີ່ມ​ຂຶ້ນຈາກ 275.000 ​ເທື່ອ​ຄົນ ມາ​ເປັນ 743.000 ​ເທື່ອ​ຄົນ, ລາຍ​ຮັບ​ທຸລະ​ກິດ​ເພີ່ມ​ຂຶ້ນຈາກ 199 ຕື້ກີບ ​ມາ​ເປັນ 926 ຕື້ກີບ. ລະບົບ​ການ​ບໍລິ ຫານ​ຄຸ້ມ​ຄອງ​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ ​ແລະ ​ພິ​ເສດ ການບິນ​ລາວໄດ້​ຮັບ​ລາງວັນ​ຈາກ​ອົງ ການ​ຈັດຕັ້ງສາກົນ BID & BIZZ, 5 ປີ​ຊ້ອນ, ນັບ​ແຕ່​ປີ 2007 ​ເປັນຕົ້ນມາ ​ແລະ ​ໄດ້​ຮັບ ຮອງ​ມາດຖານ ISO ດ້ານ​ບໍລິ ການ ​ແລະ ກຳລັງ​ກວດ​ສອບ ເພື່ອ​ຮັບຮອງ​ເປັນ​ອົງການ​ທີ່​ມີ​ມາດຖານ​ຄວາມ​ປອດ​ໄພ​ສາກົນ IOSA ​ໃນ​ປີນີ້.

No comments:

Post a Comment