} />

Pages

Monday, June 9, 2014

ຕະຫລາດນັດ​ແຮງ​ງານກຽມ​ຮອງ​ຮັບ ​ເອອີຊີ ​ໄດ້​ຮັບ​ຄວາມ​ສົນ​ໃຈຫລາຍ​ຈາກສັງຄົມ

     ງານ​ວາງ​ສະ​ແດງ​ການ​ສຶກສາ ​ແລະ ຈັດ​ຫາ​ວຽກ​ເຮັດ​ງານ​ທຳ​ທີ່ອົງການ AIE SEC ຮ່ວມ​ກັບ​ວິທະຍາ​ໄລລາ​ວອາ​ເມ​ລິ​ການ​, ຈັດ​ຂຶ້ນ​ຢູ່ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນຫລວງ​ວຽງ​ຈັນ ​​ໃນ​ວັນ​ທີ 6-7 ມິຖຸນາ​​ນີ້, ຊຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈຫລາຍ ຈາກ​ນັກ​ສຶກສາ ​ແລະ ມວນຊົນ​ຊາວ​ນະຄອນ​ຫລວງ​ວຽງຈັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ສົ່ງ​ເສີມ​ພົນລະ​ເມືອງ​ລາວ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ ແລະ ຮອງ​ຮັບ​ການ​ເຂົ້າ​ເປັນ​ປະ ຊາ​ຄົມ​​ເສດຖະກິດ​ອາຊຽນ (AEC), ຊຶ່ງ​ໃນ​ງານ​ດັ່ງກ່າວ​ໄດ້ມີ​ບໍລິສັດ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ເຂົ້າ​ຮ່ວມ 40 ກ່ວາ​ຫົວໜ່ວຍ, ​ເພື່ອ​ວາງ​ສະ​ແດງ​ສິນຄ້າ (ຜະລິດ​ຕະພັນ), ​ໂຄສະນາ ​ເຜີຍ​ແຜ່​ຜະ ລິດ​ຕະພັນ​ຂອງ​ຕົນ ​ພ້ອມ​ຍັງ​ຮັບ​ສະ​ໜັກ​ງານ​ ​​ໃນ​ວິຊາ​ອາຊີບ​ຕ່າງໆ​ຈາກ​ນັກ​ສຶກສາ​ທີ່​ຮຽນ​ຈົບ ຫລື ກຳລັງ​ຈະ​ຈົບ​ເຂົ້າ​ມາສະ​ໝັກ​ງານ​ໄດ້​ຕາມ​ຕຳ​ແໜ່​ງຂອງ​ຕົ​ນ ແລະ ​ເປັນ​ການເປີດ​ໂອກາດ​ໃຫ້​ຜູ້​ທີ່​ບໍ່​ມີ​ວຽກ​ເຮັດ​ງານ​ທຳ ​ໄດ້​ເລືອກອາຊີບ​ໃນ​ຕຳ​ແໜ່​ງຕ່າງໆ.

No comments:

Post a Comment