} />

Pages

Monday, June 8, 2015

ປະຊາຊົນຂຸດໄດ້ ພະພຸດທະຮູບເງິນເກົ່າແກ່ 30 ກວ່າອົງ


11018112_807636136010803_8619650561545382211_nມື້ວັນທີ 7 ມິຖຸນາ 2015 ທີ່ຜ່ານມາ ປະຊາຊົນ ບ້ານຫົວຊ້າງ ເມືອງນາຊາຍ ທອງ ນະຄອນຫຼວງວຽງຈັນ ໄດ້ຂຸດດິນແລ້ວພົບພະພຸດທະຮູບ ໂລຫະເງິນ ຈຳນວນຫຼາຍກວ່າ 30 ອົງ ແລ້ວໄດ້ອັງເຊີນເຂົ້າມອບໃຫ້ພະອາຈານ ປະຈຳວັດບ້ານຫົວຊ້າງ ເພື່ອກວດກາແລະເກັບຮັກສາ.
ຕາມການສັນນິຖານຂອງພະສົງ ແລະເຖົ້າແກ່ແນວໂຮມບ້ານ ເວົ້າວ່າພະພຸດ ທະຮູບຈຳນວນດັ່ງກ່າວ ແມ່ນມີອາຍຸຫຼາຍກວ່າ 100 ປີ ຫຼືອາດຈະແມ່ນ ສະໄໝວຽງຈັນຖືກ ຮຸກຮານຈາກສັກດິນາຕ່າງດ້າວ ແລ້ວຜູ້ຮັກສາຫຼືວັດ ໃນສະໄໝນັ້ນ ເອົາໄປຊຸກເຊື່ອງໄວ້ ໂດຍການຝັງດິນເອົາໄວ້.
ແນວໃດກໍຕາມ, ສ່ວນລາຍລະອຽດນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງຈະ ໄດ້ທຳການສຶກສາຄົ້ນຄວ້າເບິ່ງຕື່ມອີກ

ແຫລ່ງຂ່າວ : ລາວໂພສ


11350400_807636012677482_625803819183094333_n 11391483_807635822677501_3869235626772685442_n 11393159_807636066010810_4196484449547528319_n

No comments:

Post a Comment