} />

Pages

Wednesday, June 17, 2015

ສານນະຄອນຫລວງຕັດສີນປະຫານຊີວິດຂະບວນຄ້າຢາເສບຕິດ

ພາບ-ຂ່າວ : ຫນັງສືພິມ ປກສ
ເມື່ອທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນ ປະຫານຊີວິດຂະບວນການຄ້າຢາເສບຕິດລາຍໃຫຍ່ ປະກອບມີ: ນາງມອຍ ອາຍຸ 37 ປີຢູ່ບ້ານທ່າກາດ ເມືອງແບງ ແຂວງອຸດົມໄຊ, ທ້າວ ອຸ່ນແກ້ວ ອາຍຸ 33 ປີ ຢູ່ບ້ານ ດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ທ້າວ ສະເໜ່ ອາຍຸ 38 ປີ ແລະ ນາງ ດວງໃຈ ອາຍຸ 38 ປີ (ເປັນຜົວເມຍກັນ) ທັງສອງຖືສັນ ຊາດໄທ ຢູ່ບ້ານເດັ່ນລູກຂະໜຸນ ເມືອງທົ່ງສະຫລຽງ ຈັງຫວັດສຸໂຂ ໄທ ແລະ ນາງ ກິນນະ ລອນ ອາຍຸ 21 ປີ, ທ້າວ ຈັນສຸກ ອາຍຸ 18 ແລະ ທ້າວ ສົມພອນ ອາຍຸ 41 ປີ ທັງ ສາມແມ່ນອ້າຍນ້ອງກັນຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍພວກ ກ່ຽວຖືກເຈົ້າ ໜ້າທີ່ຈັບຕົວໄດ້ຢູ່ເຂດບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 58 ພັນ ເມັດ, ຈຶ່ງຖືກສານຕັດສິນລົງໂທດ ຕາມລະບຽບກົດໝາຍ.
    ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອທ້າຍອາທິດຜ່ານມາເຊັ່ນດຽວກັນ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ຈັບ ຕົວຜູ້ຄ້າຢາເສບຕິດ ຢູ່ເຂດເສັ້ນທາງລະຫວ່າງແຂວງອຸດົມໄຊຫາແຂວງຫລວງພະບາງ, ມີຜູ້ຕ້ອງ ຫາສອງຄົນຄື ທ້າວ ຖອນ ລໍຄຳລັດຖະແອ່ງ ອາຍຸ 37 ປີ ຢູ່ບ້ານຈຽງຍືນ ເມືອງສິງ ແຂວງຫລວງນ້ຳທາ ແລະ ທ້າວ ຄຳອ່ອນ ອາຍຸ 34 ປີ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ພ້ອມຂອງກາງຝິ່ນໜັກ 8 ກິໂລ, ຊຸກເຊື່ອງໄວພາຍໃນລົດຕູ້ສະຕາແລກສີປອນໝາຍເລກທະບຽນ ກດ 0185 ກຳແພງນະ ຄອນ. ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment