} />

Pages

Thursday, September 22, 2016

ປະທານພີເອັສຊີ້ແຈງຕື່ມກ່ຽວກັບທຸລະກິດຕົນ

            ທ່ານນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດ ພີເອັສ ສົ່ງເສີມກະສິກໍາ ແລະ ອຸດສະຫະກໍາ ຄົບວົງຈອນຂາອອກ-ຂາເຂົ້າ ຈໍາກັດໄດ້ອອກມາຊີ້ແຈງເພີ່ມເຕີມຕໍ່ສື່ມວນຊົນກ່ຽວກັບເນື້ອແທ້ການດໍາເນີນທຸລະກິດຂອງຕົນຫລັງຈາກກ່ອນໜ້ານີ້ທະນາຄານແຫ່ງ ສປປ ລາວ ໄດ້ມີແຈ້ງການໃຫ້ບໍລິສັດຕົນຢຸດຕິການລະດົມທຶນຈາກມວນຊົນໃນຮູບແບບຂາຍຮຸ້ນກູ້ເງິນຝາກໃຫ້ດອກເບ້ຍສູງ. ຕໍ່ບັນຫາດັ່ງກ່າວທ່ານປະທານບໍລິສັດໄດ້ຊີ້ແຈງວ່າ: ໃນໄລຍະຜ່ານມາບໍລິສັດພວກເຮົາແມ່ນດໍາເນີນທຸລະກິດຖືກຕ້ອງສອດຄ່ອງກັບລະບຽບກົດໝາຍວ່າດ້ວຍວິສາຫະກິດແຫ່ງ ສ ປປ ລາວ ແລະ ຢືນຢັນບໍ່ໄດ້ເຄື່ອນໄຫວ
ທຸລະກິດຄືຮູບແບບດັ່ງທີ່ກ່າວມານັ້ນແຕ່ນະໂຍບາຍ ແລະ ວັດຖຸປະສົງຕົ້ນຕໍໃນການດໍາເນີນທຸລະກິດຂອງບໍລິສັດແມ່ນຜະລິດສີນຄ້າກະສິກໍາ ແລະ ອຸດສະຫະກໍາໃຫ້ໄດ້ມາດຕະຖານຂະຫຍາຍຕົວແທນຈໍາໜ່າຍໃຫ້ກວ້າງຂວາງກວມພື້ນທີ່ທົ່ວປະເທດ ແລະ ສ້າງກົນໄກຕະຫລາດຄືນກໍາໄລໃຫ້ສັງຄົມ ແລະ ລູກຄ້າຊຶ່ງມາຮອດປັດຈຸບັນບໍລິສັດມີລູກຄ້າທັງໝົດ 3 ກຸ່ມຄື: ກຸ່ມຕົວແທນຈໍາໜ່າຍກຸ່ມຜູ້ບໍລິໂພກທົ່ວໄປ ແລະ ກຸ່ມພະນັກງານຂາຍອິດສະຫລະ ລວມແລ້ວມີປະມານທັງໝົດສອງແສນກວ່າຄົນ ໂດຍການນໍາໃຊ້ສີນຄ້າປະເພດອາຫານການກິນເຄື່ອງອຸປະໂພກ-ບໍລິໂພກ ທີ່ຈໍາເປັນໃນຊີວິດປະຈໍາວັນມາເປັນທ່າແຮງໃນການຮັບປະກັນຄວາມໝັ້ນຄົງຂອງທຸລະກິດເຖິງວ່າບໍລິສັດມີການເຄື່ອນໄຫວຄ້າຍຄືກັບເຄື່ອຂາຍການຕະຫລາດແຕ່ເປັນລະບົບທີ່ມີກົນລະຍຸດຄືນກໍາໄລໃຫ້ສັງຄົມ ແລະ ລູກຄ້າໝາຍວ່າຊ່ວຍໃຫ້ທຸກຄົນມີສ່ວນຮ່ວມ ແລະ ສ່ວນຮັບ.
             ທ່ານປະທານບໍລິສັດກ່າວວ່າ: ບໍລິສັດໄດ້ຮັບອະນຸຍາດຂຶ້ນທະບຽນວິສາຫະກິດໃນວັນທີ 31 ພຶດສະພາ 2012 ແລະ ໄດ້ປ່ຽນແປງເນື້ອໃນວິສາຫະກິດໃໝ່ໃນເດືອນກັນຍາ 2014 ໂດຍມີທຶນຈົດທະບຽນ 900 ລ້ານກີບ ແລະ ເປັນການລົງທຶນພາຍໃນ 100% ເພື່ອດໍາເນີນທຸລະກິດ 3 ປະເພດໃຫຍ່ຄື: ສົ່ງເສີມການປູກຝັງ ແລະ ລ້ຽງສັດຜະລິດນໍ້າດື່ມລາວ ແລະ ນໍາເຂົ້າ-ສົ່ງອອກສີນຄ້າອຸປະໂພກບໍລິໂພກ ແລະ ປັດຈຸບັນບໍລິສັດພວມກະກຽມສະເໜີເພີ່ມທຶນຈົດທະບຽນຈາກ 900 ລ້ານກີບຂຶ້ນເປັນ 50 ຕື້ກີບ ແລະ ຈະເພີ່ມກິດຈະການການຜະລິດ ພາຍໃນບໍລິສັດຄື: ການປູກພືດໃຫ້ໝາກໃບກ້ານເກັບຊື້ຢາງພາລາລ້ຽງແບ້ເປັດປາກະຊັງສ້າງຕັ້ງໂຮງງານນໍ້າອັດລົມນໍ້າໝາກໄມ້ໂຮງເຂົ້າ
ປຸ້ນເຂົ້າປຽກເຂົ້າຊອຍເສັ້ນເຝີເສັ້ນໝີ່ລູູກຊີ້ນໂຮງສີເຂົ້າຫັດຖະກໍາແຜ່ນແພ-ຈັກສານເຄື່ອງເຟີນີເຈີ,ກໍ່ສ້າງ-ຊົນລະປະທານການທ່ອງທ່ຽວໂຮງແຮມຮ້ານອາຫານອະສັງຫາລິມະຊັບນໍາເຂົ້າປະເພດອາຫານທະເລກົນຈັກໜັກ-ເບົາພາຫະນະເຄື່ອງໄຟຟ້າ ແລະ ອື່ນໆ.
             ທ່ານນາງ ສຸກນາລີ ກ່າວວ່າ: ຫລັງຈາກມີແຈ້ງການຂອງທະນາຄານແຫ່ງ ສ ປປ ລາວ ອອກມາຄືດັ່ງກ່າວບໍລິສັດພວກເຮົາກໍສະແດງຄວາມຂອບໃຈເປັນຢ່າງຍິງຊຶ່ງມັນສະແດງເຖິງຄວາມເປັນຫວ່ງເປັນໄຍຕໍ່ຜູ້ປະກອບການ ກໍຄືປະຊາຊົນເນື່ອງຈາກວ່າປັດຈຸບັນມີຫລາຍບໍລິສັດທີ່ເຂົ້າມາລົງທຶນຢູ່ປະເທດເຮົາໄດ້ສວຍໂອກາດເຄື່ອນໄຫວບໍ່ສອດຄ່ອງຕາມລະບຽບຫລັກການມີ
ການຕົວະຍົວະຫລອກລວງປະຊາຊົນດ້ວຍການແອບອ້າງວ່າໃຫ້ດອກເບ້ຍສູງຊຶ່ງການກະທໍາອັນບໍ່ດີດັ່ງກ່າວໄດ້ເຮັດໃຫ້ບໍລິສັດພວກເຮົາມີຜົນກະທົບໄປນໍາ.  
             ແນວໃດກໍຕາມພາຍຫລັງເກີດມີບັນຫາຄືດັ່ງກ່າວບໍລິສັດກໍໄດ້ປະສານໄປຫາຫລາຍພາກ ສ່ວນນັບທັງພາກລັດ ແລະ ເອກະຊົນ ກໍຄືລູກຄ້າເພື່ອອະທິບາຍຊີ້ແຈງໃຫ້ເຂົ້າໃຈວ່າບໍລິສັດບໍ່ໄດ້ມີການລະດົມທຶນລະດົມທຶນ ຫລື ລະດົມໃຫ້ລູກຄ້າເຂົ້າຮ່ວມທຶນນໍາບໍລິສັດເພາະບໍ່ແມ່ນສີນເຊື່ອຄືທະນາ ຄານ ຫລື ສະຖາບັນການເງິນທີ່ມີດອກເບ້ຍຕໍ່ເດືອນຕໍ່ປີພ້ອມທັງມີຄວາມຍີນດີຕ້ອນຮັບ ແລະ ເຊື້ອເຊີນທຸກຂະແໜງການທັງພາກລັດ ແລະ ເອກະຊົນ ລົງມາຢ້ຽມ ແລະ ກວດກາປຶກສາຫາລືຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອໃຫ້ເຂົ້າໃຈເຖິງວັດຖຸປະສົງຂອງບໍລິສັດ ແລະ ມາຮອດປັດຈຸບັນລູກຄ້າຂອງພວກເຮົາກໍບໍ່ໄດ້ມີຄວາມວິຕົກກັງວົນຕໍ່ກະແສຂ່າວໃນດ້ານລົບຕ່າງໆທີ່ມີຕໍ່ບໍລິສັດແຕ່ຢ່າງ ໃດ ແລະ ຢືນຢັນວ່າຍັງບໍ່ມີລູກຄົນໃດໄດ້ມາຂໍຖອນເງິນຂອງຕົນອອກໄປຈາກບໍລິສັດເລີຍ ຍ້ອນເຂົາ ເຈົ້າເຂົ້າໃຈວ່າບໍ່ໄດ້ມາຮ່ວມຮຸ້ນ ຫລື ຮ່ວມທຶນ ແຕ່ເຂົ້າມາເພື່ອຮ່ວມ ກຸ່ມພະລັງກິນ ແລະ ພະລັງຊື້ ໝາຍຄວາມວ່າບໍລິສັດພວກເຮົາໄດ້ມີລະບົບກົນໄກທີ່ຄືນກໍາໄລໃຫ້ສັງຄົມ ແລະ ຄືນກໍາໄລໃຫ້ຜູ້ບໍລິໂພກທົ່ວໄປໂດຍມີການສ້າງຊອບແວໂປຼແກມທີ່ທັນສະໄໝ ເວົ້າອີກຢ່າງໜຶ່ງກໍແມ່ນເປັນທຸລະກິດທາງ
ດ້ານນະວັດຕະກໍາ.
            ທ່ານປະທານອະທິບາຍຕື່ມວ່າ: ຕາມປົກກະຕິແລ້ວທຸລະກິດທົ່ວໄປຈະມີແຕ່ຜູ້ຜະລິດ ແລະ ຜູ້ຈໍາໜ່າຍເທົ່ານັ້ນທີ່ໄດ້ກໍາໄລສ່ວນຜູ້ບໍລິໂພກຈະບໍ່ໄດ້ກໍາໄລຈາກການບໍລິໂພກສີນຄ້ານັ້ນເລີຍສະ ນັ້ນບໍລິສັດພີເອັສ ຈຶ່ງເປີດໂອກາດໃຫ້ຜູ້ບໍລິໂພກສີນຄ້າສະໝັກເປັນສະມາຊິກຂອງບໍລິສັດໃນມູນຄ່າ 150.000 ກີບ ແລ້ວຈະໄດ້ລະຫັດລູກຄ້າຫລັງຈາກໄດ້ລະຫັດແລ້ວໃຫ້ລູກຄ້າທຸກຄົນກອບປີ້
ເລກບັນຊີທະນາຄານໃຫ້ບໍລິສັດ ເພາະວ່າເມື່ອເວລາໄປຊື້ສີນຄ້າຈາກສາຂາຕົວແທນຈໍາໜ່າຍຂອງບໍລິສັດພີເອັສແລ້ວ ກໍຈະໄດ້ກໍາໄລເປັນເປີເຊັນຄືນໃຫ້ຈໍານວນ 5,4% ຂອງມູນຄ່າສີນຄ້າທີ່ຊື້.

            ທ່ານນາງ ສຸກນາລີ ກ່າວວ່າ: ພວກເຮົາຈະສືບດໍາເນີນກິດຈະການໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ແລະ ການອະນຸຍາດຕ່າງໆທີ່ໄດ້ຮັບແຕ່ຖ້າຍັງມີບຸກຄົນໃດ ຫລື ພາກສ່ວນໃດໄປໂຄສະນາລະດົມທຶນ ຫລື ໃຫ້ຮ່ວມທຶນໂດຍອ້າງວ່າຈະໄດ້ຮັບຜົນຕອບແທນດອກເບ້ຍ 6% ຖືວ່າບໍລິສັດບໍ່ຮັບຮູ້ຕໍ່ການເຄື່ອນໄຫວດັ່ງກ່າວ.

No comments:

Post a Comment