} />

Pages

Thursday, September 22, 2016

ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 3 ສະໄໝທີ X

            ກອງປະຊຸມຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 3 ສະໄໝທີ X, ໄດ້ມີຂຶ້ນແຕ່ວັນທີ 12-21 ກັນຍານີ້ທີ່ນະຄອນຫລວງວຽງຈັນ,ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ.
             ກອງປະຊຸມໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະ ມານ ແລະ ເງິນຕາສົກປີ 2015-2016 ແລະ ທິດທາງວຽກງານສຳລັບປີ 2017ມາດຕະການກ່ຽວກັບກັບການແກ້ໄຂພະຍາດອາດຍາສິດ ແລະ ສໍ້ລາດບັງຫລວງພ້ອມທັງດຳເນີນຊີວິດການເມືອງພາຍໃນປະຈຳປີ 2016. ກອງປະຊຸມໄດ້ເປັນເອກະພາບໃນໄລຍະ 9 ເດືອນຜ່ານມາເຫັນວ່າໄດ້ມີການ ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ຂອງພັກແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນຮາກຖານບັນຫາທີ່ມີລັກສະນະພົ້ນເດັ່ນ ແລະ ຮີບດ່ວນຈຳນວນໜຶ່ງໄດ້ຮັບການເອົາໃຈໃສ່ແກ້ໄຂເພື່ອຮັບປະກັນຄວາມສະຫງົບ ແລະ ສະກັດກັ້ນໜໍ່ແໜງທີ່ຈະກໍ່ໃຫ້ເກີດຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມເຮັດໃຫ້ສະພາບດ້ານການເມືອງສືບຕໍ່ມີຄວາມສະຫງົບໝັ້ນຄົງສັງຄົມມີຄວາມປອດໄພໂດຍພື້ນຖານ ແລະ ເສດຖະກິດໂດຍລວມຍັງສືບຕໍ່ຂະຫຍາຍຕົວ.
             ລັດຖະບານກໍຄືຂະແໜງການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ-ງົບປະມານບັນຫາໄມ້ເຖື່ອນລາຄາໄຟຟ້າການນຳເຂົ້ານ້ຳມັນ ແລະ ການເກັບພາສີ-ອາກອນທີ່ບໍ່ສອດຄ່ອງ. ພ້ອມນັ້ນໄດ້ດຳເນີນການປັບປຸງກົງຈັກຂອງລັດຖະບານ ແລະ ອື່ນໆ ອັນພົ້ນເດັ່ນແມ່ນການຢ້ຽມຢາມລັດຖະກິດຂອງສະຫາຍເລຂາທິການໃຫຍ່ປະທານປະເທດຢູ່ ສສ ຫວຽດ
ນາມ ແລະ ສປ ຈີນພ້ອມທັງໄດ້ເຄື່ອນໄຫວຕ່າງປະເທດຢ່າງຕັ້ງໜ້າພິເສດ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ພ້ອມທັງໄດ້ຕ້ອນຮັບການຢ້ຽມຢາມປະເທດເຮົາຂອງປະມຸກລັດ ແລະ ຫົວໜ້າລັດຖະບານປະເທດຕ່າງໆເຊິ່ງໄດ້ຮັບຜົນສຳເລັດອັນຈົບງາມທັງເຮັດໃຫ້ຖານະບົດບາດ ແລະ ຊື່ສຽງຂອງ ສ ປປ ລາວ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
             ກອງປະຊຸມໄດ້ເປັນເອກະພາບ ແລະ ຕີລາຄາກ່ຽວກັບມາດຕະການແກ້ໄຂພະຍາດອາດຍາສິດ ແລະ ສໍ້ລາດບັງຫລວງເຊິ່ງໄລຍະຜ່ານມາເຫັນວ່າເກີດຂຶ້ນຢູ່ຫລາຍລະດັບ ແລະ ຫລາຍຮູບການທີ່ແຕກຕ່າງກັນທັງເປັນບັນຫາທ້າທາຍຕໍ່ບົດບາດອິດທິພົນຂອງພັກ-ລັດ ແລະ ໄພອັນຕະລາຍຕໍ່ສັງຄົມເຊິ່ງພັກເຮົາຕ້ອງໄດ້ຖືສຳຄັນ ແລະ ເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆໃນກົງຈັກພັກ-ລັດ ແລະ ໃນສັງຄົມໃຫ້ມີຄວາມເດັດຂາດເຂັ້ມງວດ.
             ກອງປະຊຸມໄດ້ຕົກລົງກັນເປັນເອກະພາບຮັບຮອງເອົາບົດລາຍງານຕ່າງໆທີ່ສະເໜີຕໍ່ກອງປະຊຸມຄັ້ງນີ້ເພື່ອເປັນພື້ນຖານແກ່ການສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ ຂອງພັກໃຫ້ເປັນຂະບວນການຟົດຟື້ນ ແລະ ເຂົ້າສູ່ວຽກງານຕົວຈິງຢ່າງແຂງແຮງພ້ອມກັນນັ້ນກໍໄດ້ຊີ້ນຳບາງວຽກງານຈຸດສຸມໃນປີ 2017 ເຊັ່ນ: ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາ ແລະ ດຳລົງຊີ ວິດຂອງປະຊາຊົນເພີ່ມທະວີການຮ່ວມມືລົງສູ່ລວງເລິກ ແລະ ມີປະສິດທິຜົນ ກັບບັນດາປະເທດເພື່ອນມິດຍຸດທະສາດເປັນເຈົ້າການປະສານງານກັບບັນດາປະເທດໃນອາຊຽນ ເພື່ອຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 2829 ແລະ ກອງປະຊຸມລະຫວ່າງອາຊຽນກັບປະເທດຄູ່ເຈລະຈາຕ່າງໆເອົາໃຈໃສ່ຊີ້ນຳ-ນໍາພາຢ່າງຈົດຈໍ່ຕໍ່ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ໂດຍຕິດພັນກັບການສູ້ຊົນປະ ຕິບັດບັນດາຄາດໝາຍຕົ້ນຕໍແຕ່ນີ້ຫາທ້າຍປີ 2016 ແລະ ເປັນເຈົ້າການສູ້ຊົນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 2017 ຕິດພັນກັບການເພີ່ມທະວີນຳພາແກ້ໄຂຂອດອ່ອນແອໃນການຈັດເກັບລາຍຮັບຄຸ້ມຄອງລາຍຈ່າຍພ້ອມທັງສືບຕໍ່ດຳເນີນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງເດັດຂາດເຂັ້ມງວດເພີ່ມທະວີການຍົກສູງປະສິດທິພາບຂອງການຄຸ້ມຄອງລັດດ້ວຍກົດໝາຍສືບຕໍ່ປັບປຸງສັບຊ້ອນກົງຈັກການຈັດຕັ້ງຂອງບັນດາກະຊວງ ແລະ ອົງການລັດທຽບເທົ່າ ກໍຄືອົງການປົກຄອງຢູ່ຂັ້ນທ້ອງຖິ່ນຮາກຖານຕາມທິດກະທັດຮັດເຂັ້ມແຂງ ແລະ ມີປະສິດທິພາບ ໂດຍຄົ້ນຄວ້າ ແລະ ກຳນົດບັນດາມາດຖານດ້ານຕຳແໜ່ງງານຕິດພັນກັບການສັບຊ້ອນພະນັກງານຄືນໃໝ່ຢ່າງເໝາະສົມສືບຕໍ່
ກຳນົດແຈ້ງການປະຕິບັດພາລະບົດບາດຄຸ້ມຄອງມະຫາພາກຂອງຂັ້ນສູນກາງ ກັບການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບໃຫ້ຊັດເຈນມີຄວາມກົມກຽວ ແລະ ສອດຄ່ອງກວ່າເກົ່າເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນໃນການເຂົ້າຮ່ວມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ,ເຂົ້າຮ່ວມກໍ່ສ້າງພັກໃຫ້ປອດໃສເຂັ້ມແຂງສືບຕໍ່ປັບປຸງກໍ່
ສ້າງພັກທາງດ້ານການເມືອງແນວຄິດການຈັດຕັ້ງ ແລະ ແບບແຜນນຳພາໃຫ້ປອດໃສເຂັ້ມແຂງ ແລະ ໝັກແໜ້ນສ້າງການຫັນປ່ຽນໃໝ່ໃນການຍົກສູງ ຄວາມສາມາດນຳພາ ແລະ ຄວາມເປັນແບບ ຢ່າງນຳໜ້າຂອງພັກ,ສືບຕໍ່ຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງ,ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄືແກ້ໄຂບັນດາປະກົດການຫຍໍ້ທໍ້ເປັນຕົ້ນແມ່ນບັນຫາຢາເສບຕິດລັກຊັບປຸ້ນຈີ້ ແລະ ໄພສັງຄົມອື່ນໆ.

            ໃນໂອກາດນີ້ຄະນະບໍລິຫານງານສູນກາງພັກໄດ້ຮຽກຮ້ອງມາຍັງພະນັກງານສະມາຊິກພັກ,ທະຫານ-ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ເພີ່ມຄວາມສາມັກຄີເປັນຈິດໜຶ່ງໃຈດຽວທັງເສີມຂະຫຍາຍນ້ຳໃຈຮັກຊາດຮັກລະບອບໃໝ່ດຸໝັ່ນຂະຫຍັນພຽນສຸມສະຕິປັນຍາ ແລະ ຫົວຄິດປະດິດສ້າງເຂົ້າໃສ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດສ້າງຂະບວນການໃຫ້ແຂງແຮງຕໍ່ເນື່ອງ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 3 ສະໄໝທີໃຫ້ປະກົດຜົນເປັນຈິງ.

No comments:

Post a Comment