} />

Pages

Wednesday, April 20, 2016

ສະພາແຫ່ງຊາດລົງມະຕິເລືອກຕັ້ງປະທານປະເທດ, ປະທານສະພາ ແລະ ນາຍົກລັດຖະມົນຕີແລ້ວ


ປະທານປະເທດ, ປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ

ຂປລ. ກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ເມສາ 2016 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ,
ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ການນຳພັກ-ລັດ, ມີອະດີດການນຳ, ສະມາຊິກສະພາແຫ່ງຊາດຊຸດທີ VIII ເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ VIII ຄັ້ງນີ້ເຫັນດີເປັນເອກະພາບເລືອກຕັ້ງເອົາປະທານປະເທດ, ຮອງປະທານປະເທດ, ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງຕ່າງໆດັ່ງນີ້.

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະຊາຊົນປະຕິວັດລາວເປັນ ປະທານປະເທດແຫ່ງ ສປປ ລາວຄັ້ງຄົນໃໝ່
ທ່ານ ພັນຄໍາ ວິພາວັນ ເປັນຮອງປະທານປະເທດແຫ່ງ ສປປ ລາວ.
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດສະໄໝທີ 2


ທ່ານ ພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີວ່າການກະຊວງປ້ອງກ
ັນປະເທດ
ໄດ້ຮັບການເລືອກຕັ້ງເ
ປັນຮອງປະທານສະພາແຫ່ງຊາດ,


ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ,
ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ແລະ
ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ.



--------------------------------------------------------------------------------


ທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວຄົນໃໝ່

ທ່ານ ດຣ ບຸນທອງ ຈິດມະນີໄດ້ຮັບການເລືອກຕັ້ງເປັນ ຮອງນາຍົກລັດຖະມົນຕີ, ປະທາ
ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ເປັນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ລັດຖະມົນຕີວ່າການກະຊວງການເງິນນອົງການກວດກາລັດຖະບານ ແລະ ປະທານອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ


ທ່ານ ພົນໂທ ຈັນສະໜອນ ຈັນຍາລາດໄດ້ຮັບການເລືອກຕັ້ງເປັນລັດຖະມົນຕົນຕີວ່າການກະຊວງປ້ອງກັນປະເທດຄົນໃໝ່

ທ່ານ ສະເຫລີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງເປັນລັດຖະມົນຕົນຕີວ່າການກະຊວງການຕ່າງປະເທດ

No comments:

Post a Comment