} />

Pages

Thursday, February 11, 2016

ສານນະຄອນຫລວງ ​ຕັດສິນ​ຈຳ​ຄຸກ 3 ປີ​ ຍ້ອນ​ລັກ​ໂຕນ​ໜີ​ຈາກ​ຄ້າຍ​ຄຸມ​ຂັງ


     ເມື່ອບໍ່ດົນນີ້ ສານປະຊາຊົນນະຄອນຫຼວງວຽງຈັນໄດ້ຕັດສິນລົງໂທດທ້າວເກດສະໜາ ອາຍຸ 38 ປີ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໃຫ້ຈຳຄຸກເປັເວລາ 3 ປີພ້ອມປັບໃໝ່ 2,3 ລ້ານກີບ​,​ ໃນຂໍ້​ຫາໂຕນໜີຈາກຄ້າຍຄຸມຂັງ​ດັດສ້າງເມືອງສີໂຄດຕະບອງ ​​ແລະ ຄະດີມີຢາເສບຕິດໄວ້ໃນຄອບຄອງ, ​ໂດຍຜູ້ກ່ຽວຖືກເຈົ້າໜ້າທີ ປກສເມືອງສີໂຄດຕະບອງ ຈັບຕົວເມື່ອວັນທີ 17 ຕຸລາ 2013 ໃນຂໍ້ຫາມີຢາເສບຕິດຈຳນວນໜຶ່ງໄວ້ໃນຄອບຄອງ ແລະ ໃນຂະນະຖືກຄຸມຂັງຢູ່ຄຸກເມືອງສີໂຄດຕະບອງໄດ້ປະມານເດືອນກວ່າ ຜູ້ກ່ຽວໄດ້ຮ່ວມກັບໝູ່ໃນຄຸກຈຳນວນໜຶ່ງລັກໂຕນໜີຈາກຄ້າຍຄຸມຂັງດັ່ງກ່າວ, ​ແລ້ວ
ໄປລີ້​​ຢູ່ເມືອງປາກງື່ມ, ຈົນຕົກມາຮອດວັນທີ 3 ມີນາ 2015, ຜູ້ກ່ຽວຈຶ່ງ ໄດ້ມາຊື້ຢາບ້ານຳໄວລຸ້ນຢູ່ເຂດບ້ານເມືອງວາທົ່ງ ເມືອງສີໂຄດຕະບອງ ຈຶ່ງຖືກເຈົ້າໜ້າທີ່ ປກສເມືອງດັ່ງກ່າວຈັບຕົວໄດ້, ພ້ອມຂອງກາງຢາບ້າ 3 ເມັດ ມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment