} />

Pages

Thursday, September 22, 2016

ໂຮງແຮມ 5 ດາວ ຄຣາວພລາຊາວຽງຈັນ ຈະເປີດໃຫ້ບໍລິການທ້າຍປີນີ້

          ທ່ານ ໂອລີເວີ ຮອນ (Oliver Horn) ອຳນວຍການໃຫຍ່ໂຮງແຮມຄຣາວພລາຊາວຽງຈັນ (CROWNE PLAZA VIENTIANE),ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາໃນວັນທີ 21 ກັນຍານີ້ວ່າ: ໂຮງແຮມຄຣາວພລາຊາວຽງຈັນ ທີ່ພວມກໍ່ສ້າງຢູ່ຖະໜົນສາມແສນໄທເມືອງຈັນທະບູລີນະຄອນຫຼວງວຽງຈັນທີ່ມີຂະໜາດໃຫຍ່ນີ້ເປັນໂຮງແຮມລະດັບ 5 ດາວໄດ້ມາດຕະຖານສາກົນແຫ່ງທຳອິດໃນລາວທີ່ນອນຢູ່ໃນເຄືອຂ່າຍທຸລະກິດໂຮງແຮມຄຣາວຈໍານວນ 420 ແຫ່ງທີ່ມີໃນທົ່ວໂລກເປັນໂຮງແຮມຂອງນັກທຸລະກິດຫວຽດນາມ ແລະ ເລີ່ມກໍ່ສ້າງມາແຕ່ປີ 2013 ມີມູນຄ່າຫຼາຍລ້ານໂດລາສະຫະລັດປັດຈຸບັນການກໍ່ສ້າງມີ
ຄວາມຄືບໜ້າຫຼາຍກວ່າ 75 % ແລ້ວ ແລະ ຄາດວ່າຈະສຳເລັດ ແລະ ເປີດໃຫ້ບໍລິການໃນທ້າຍປີ 2016 ນີ້.

             ທ່ານ ໂອລີເວີ ກ່າວວ່າ: ໂຮງແຮມແຫ່ງນີ້ມີຫ້ອງພັກຫຼາຍກວ່າ 190 ຫ້ອງມີຮ້ານອາຫານ ແລະ ສິ່ງອຳນວຍຄວາມສະດວກຄົບວົງຈອນລະດັບສາກົນ ແລະ ເປັນໂຮງແຮມແຫ່ງທີ່ມີນະໂຍບາຍເນັ້ນໃສ່ການສ້າງວຽກເຮັດງານທຳໃຫ້ແກ່ຄົນພາຍໃນປະເທດເໝືອນດັ່ງໂຮງແຮມເຄືອຂ່າຍແຫ່ງອື່ນໆທີ່ເຄີຍສ້າງຜ່ານມາຢູ່ບັນດາປະເທດຕ່າງໆໝາຍວ່າຈະໃຫ້ບູລິມະສິດພິເສດດ້ານບຸກຄະລາກອນຄົນລາວເປັນສ່ວນໃຫຍ່ຊຶ່ງທາງໂຮມແຮມເອງໄດ້ມີແຜນທີ່ຈະຝຶກອົບຮົມດ້ານບຸກຄະລາກອນທີ່ຈະຮັບເຂົ້າມາເຮັດວຽກໃຫ້ມີຄວາມຮູ້ຄວາມສາມາດ ແລະ ກ້າວໄປສູ່ການມີສີມືທີ່ຊຳນິຊຳນານເພື່ອຮັບປະກັນດ້ານການບໍລິການຂອງໂຮງແຮມໃຫ້ມີມາດຕະຖານ,ສະອາດປອດໄພ ແລະ ມີຄວາມຫຼູຫຼາລະດັບສາກົນ.
            ທ່ານອຳນວຍການ ກ່າວວ່າ: ເຫດຜົນທີ່ເລືອກປະເທດລາວໃນການລົງທືນດ້ານນີ້ກໍເພາະ ວ່າປະເທດລາວພວມມີການພັດທະນາໃນຫຼາຍດ້ານໂດຍສະເພາະເສດຖະກິດ ແມ່ນມີທ່ວງທ່າການຂະຫຍາຍຕົວໃນລະດັບສູງຂະນະດຽວກັນການລົງທືນຂອງຕ່າງປະເທດກໍພວມມີບັນຍາກາດຟົດຟື້ນດີ. ເຖິງແນວໃດກໍຕາມການລົງທືນດ້ານທຸລະກິດໂຮງແຮມນີ້ພວກເຮົາຕ້ອງໄດ້ເບິ່ງຜົນການເຕີບໃຫຍ່ໃນໄລຍະຍາວ ທັງນີ້ກໍເພື່ອເຮັດໃຫ້ເປັນການຮອງຮັບການຂະຫຍາຍຕົວເສດຖະກິດບໍລິການ ແລະ ກາຍເປັນກາໝາຍທີ່ມີເອກະລັກລະດັບສາກົນ ກໍຄືປະສົມປະສານເຂົ້າກັບຮີດຄອງປະເພນີ ແລະ ວັດ ທະນະທຳຂອງລາວຢ່າງກົມກືນສິ່ງສຳຄັນແມ່ນພວກເຮົາຕ້ອງເຂົ້າໃຈວ່າໃນອະນາຄົດການແຂ່ງຂັນດ້ານທຸລະກິດໂຮງແຮມຢູ່ລາວຍັງຈະເກີດຂຶ້ນອີກຢ່າງຫຼວງຫຼາຍ.

             ທ່ານ ໂອລີເວີ ກ່າວອັດທ້າຍວ່າ: ພວກເຮົາຫວັງວ່າໂຮງແຮມ 5 ດາວ ຄຣາວພລາຊາວຽງຈັນ ຈະເປັນທາງເລືອກໃໝ່ໃຫ້ກັບນັກທຸລະກິດນັກລົງທືນ ແລະ ນັກທ່ອງທ່ຽວໃນການພັກແຮມເນື່ອງຈາກຄຣາວພລາຊາ ເປັນອາຄານຂະໜາດໃຫຍ່ອີກແຫ່ງໜຶ່ງທີ່ມີຄວາມທັນສະໄໝ ແລະ ສວຍງາມຕັ້ງສະຫງ່າໂດດເດັ່ນຢູ່ໃນໃຈກາງນະຄອນຫຼວງວຽງຈັນ ແລະ ໃນໂອກາດນີ້ທ່ານອຳນວຍການໂຮງແຮມຍັງໄດ້ເຊີນຊວນນັກສຶກສາຜູ້ທີ່ຮຽນຈົບ ແລະ ກຳລັງຈະຈົບທີ່ມີຄວາມສົນໃຈຢາກວຽກນໍາໂຮງແຮມພວກເຮົາກໍສາມາດມາສະໝັກໄດ້ຊຶ່ງຈະເລີ່ມເປີດຮັບສະໝັກນັບແຕ່ເດືອນຕຸລາເປັນຕົ້ນໄປ.

No comments:

Post a Comment