} />

Pages

Friday, July 31, 2015

ເຜີຍພາບ ຈຸດຍົນຕົກ ແລະ ການກອບກູ້ສົບຜູ້ເສຍຊີວິດ

ເຜີຍພາບ ຈຸດຍົນຕົກ ແລະ ການກອບກູ້ສົບຜູ້ເສຍຊີວິດ
------------------------------------------
ນີ້ເປັນພາບຈາກພາກສະໜາມ ໃນພາລະກິດ ກອບກູ້ເອົາສົບຜູ້ເສຍຊີວິດ ຈາກເຫດການຍົນຕົກ ໃນວັນທີ 27 ກໍລະກົດ 2015.














ເຫດການຍົນ Mi-17-1B ລະຫັດ RDPL34062 ຂອງກອງທັບອາກາດ ທີ່ຕົກໃນວັນທີ 27 ກໍລະກົດ 2015, ພາຍຫຼັງ ບິນຈາກນະຄອນຫຼວງວຽງຈັນ ເວລາປະມານ 13:10 ນາທີ ແລະ ຂາດການຕິດຕໍ່ ໃນເວລາຕໍ່ມາ.

ການຄົ້ນຫາແມ່ນດຳເນີນແຕ່ ແລງວັນທີ 27 ກໍລະກົດ 2015, ເນື່ອງຈາກສະພາບອາກາດ ແລະ ເສັ້ນທາງແມ່ນທຸລະກັນດານ ການຄົ້ນຫາຈຸດທີ່ຍົນຕົກແມ່ນຍາກ, ມາຮອດວັນທີ 28 ກໍລະກົດ 2015 ໜ່ວຍງານສະເພາະກິດ ແມ່ນໄດ້ສືບຕໍ່ຄົນຫາ ແລະ ສາມາດຮູ້ຈຸດິກັດຂອງຍົນຕົກໄດ້ ແຕ່ກໍ່ຍັງເຂົ້າໄປບໍ່ໄດ້ ເພາະເຂດດັ່ງກ່າວເປັນເຂດ ພູຜາດົງຕືບໜາ ແລະ ບໍ່ມາທາງເຂົ້າຮອດ.

ວັນທີ 29 ກໍລະກົດ 2015, ທາງທີມງານສະເພາະກິດ ໄດ້ຮອດຈຸດເກີດເຫດ ທີ່ເຂດບ້ານຫຼວງພັນໄຊ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ໄປທາງທິດເໜືອ ແລະ ຢືນຢັນ ການຕົກຂອງຍົນ ແລະ ລາຍງານວ່າ ບໍ່ມີຜູ້ລອດຊີວິດ. 


ຮອດເວລາປະມານ 18:00 ວັນທີ 30 ກໍລະກົດ 2015, ລາຍງານຈາກພາກສະໜາມຢືນຢັນ ສາມາດກອບກູ້ເອົາສົບຜູ້ເສຍຊີວິດໄດ້ທັງໝົດ ແລະ ກຽມເຄື່ອນຍ້າຍສົບ ກັບ ນະຄອນຫຼວງວຽງຈັນ ໃນວັນທີ 31 ກໍລະກົດ 2015 ເພື່ອສົ່ງມອບ ໃຫ້ຄອບຄົວ.

ລາຍຊື່ຜູ້ເສຍຊີວິດປະກອບມີ

ຈຸບິນ 4 ທ່ານ ຄື:

1. ພັນໂທ ຄຳເພງ ຊົມສີຫາປັນຍາ

2. ພັນໂທ ລຸນມາລາ ອຸດທະວົງ ຊ່າງບິນ

3. ຮ້ອຍໂທ ໄສທອງ

4. ຮ້ອຍເອກ ວົງສອນ ທິບພະວົງ

ແລະມີຜູ້ໂດຍສານ 19 ຄົນຄື

1. ພັນໂທ ພູວອນ (ຄົນເຈັບທີ່ກັບຈາກການປິ່ນປົວ)

2. ພັນໂທ ວິລະພອນ

3. ດຣ ນາງ ອາທິດ

4. ດຣ ທອນສີ

5. ທ ສູນ

6. ທ ຄຳພັດ

7. ທ ສາຍລົມ

8. ທ ວຽງເພັດ

9. ທ ແຂກ

10. ນ ນຸ້ຍ

11. ທ ອ່ອງ

12. ນ ປານ

13. ທ ຕ່າຍ

14. ນ ຄຳ

15. ທ ບຸນຈັນ

16. ຮ້ອຍໂທ ການ

17. ນ ນ່າ

18. ນ ໂກ

19. ນ ລີຊ່າ

ຂ່າວໂດຍ: ນັກຂ່າວສັນຈອນ

ໂທລະໂຄ່ງ

No comments:

Post a Comment