} />

Pages

Friday, August 28, 2015

ລົດພວງຂອງໄທ ຕຳລົດຈັກເຮັດໃຫ້ຜູ້ຂັບຂີ່ເສຍຊີວິດຢູ່ບ້ານຫົວຂົວ

    ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ລາຍງານວ່າໃນເວລາປະມານ 19:07ໂມງຂອງວັນທີ 26 ສິງຫານີ້ໄດ້ເກີດອຸປະຕິ ເຫດ ລົດພວງໝາຍເລກທະບຽນ 70-4401ອຸດອນທານີຂັບຂີ່ໂດຍທ້າວ ທະນະພົນ ໄພນອກ (ຊາວໄທ), ອາຍຸ 35 ປີ ປັດຈຸບັນຢູ່ບ້ານທ່າບອນ ເມືອງໜອງບົວສະຫວີ ແຂວງໄຊຍະພູມ ປະເທດໄທ ທີ່ໄດ້ມຸ້ງໜ້າໄປຖະໜົນ 13ເໜືອ ພໍຮອດບ້ານຫົວຂົວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ໄປຕຳເອົາລົດຈັກໝາຍເລກທະບຽນ ຈຄ 3621 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ເພັດ ອາຍຸ 36 ປີກຳມະກອນ ຢູ່ບ້ານນໍ້າກ້ຽງ ເມືອງນາຊາຍທອງ ທີ່ແລ່ນມາທິດທາງດຽວກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ສ່ວນຜູ້ຊ້ອນທ້າຍລົດໄດ້ຮັບບາດເຈັບສົມຄວນປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບລົດພວງຄັນດັ່ງກ່າວ ເພື່ອດຳເນີນຄະດີຕາມກົດໝາຍ.

No comments:

Post a Comment