} />

Pages

Friday, August 28, 2015

ສົກຮຽນ​ໃໝ່ 2015-2016 ຮອງ​ນາຍົກລັດຖະມົນຕີ ດຣ. ພັນ​ຄຳ ວິພາ​ວັນ ​ເນັ້ນ 4 ວຽກ​ຈຸດ​ສຸມ

 ​ເນື່ອງໃນໂອກາດໄຂສົກຮຽນໃໝ່ 2015-2016 ຈະມີຂຶ້ນໃນວັນທີ 1 ກັນຍານີ້ທ່ານ ດຣ.ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງສຶກສາທິການ ​ແລະກິລາ ​ໄດ້ຕາງໜ້າໃຫ້ພັກລັດຖະບານ ​ແລະ ​ໃນນາມການນຳກະຊວງສຶກສາທິການ ​ແລະກິລາ ​ໄດ້ມີຄຳເຫັນຝາກຄວາມຢື້ຢາມຖາມຂ່າວຄວາມສາມັກຄີຮັກແພງມາຍັງຜູ້ບໍລິຫານການສຶກສາ-ກິລາຄູ-ອາຈານ ​ແລະ ນັກຮຽນ-ນັກສຶກສາຜູ້ປົກຄອງ ​ແລະ ພໍ່ແມ່ນັກຮຽນ ​ໃນຂອບເຂດທົ່ວປະເທດດ້ວຍຄວາມສະໜິດສະໜົມ ​ແລະ ​ໄດ້ແນະນຳວ່າ: ​ເພື່ອໃຫ້ສົກຮຽນໃໝ່ໄດ້ດຳເນີນໄປຢ່າງມີຜົນສຳເລັດ ​ແລະ ມີຄຸນນະພາບນັ້ນ ຈະຕ້ອງໄດ້ເອົາໃຈໃສ່ປະຕິບັດ 4ວຽກຈຸດສຸມຄື:
     1. ສືບຕໍ່ເສີມຂະຫຍາຍຢ່າງແຂງແຮງຜົນສຳເລັດຂອງການດຳເນີນການປະຕິຮູບລະບົບການສຶກສາ ​ແລະ ການປັບປຸງວຽກງານກິລາ-ກາຍະກຳໃນສົກຮຽນ 2014-2015 ຜ່ານມາໃຫ້ກວ້າງຂວາງທົ່ວເຖິງ ​ແລະ ​ເລິກເຊິ່ງເຖິງຖອງກວ່າເກົ່າສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງໄວ້ໃນ​​ແຜນພັດທະນາການສຶກສາ ​ແລະ ກິລາ ສົກຮຽນ 2015-2016 ​ເຊິ່ງໄດ້ຮັບຮອງໃນມະຕິກອງປະຊຸມຜູ້ບໍລິຫານການສຶກສາ ​ແລະ ກິລາທົ່ວປະເທດ ປະຈຳປີ 2015 ​ເຊິ່ງໄດ້ຈັດຂຶ້ນໃນວັນທີ 23-24 ມິຖຸນາ2015 ທີ່ນະຄອນຫລວງວຽງຈັນໃຫ້ປາກົດຜົນເປັນຈິງ​.

     2. ສືບຕໍ່ຈັດສັນຄືນໃໝ່ແຜນທີ່ການສຶກສາໃຫ້ແທດເໝາະກັບລະບົບຕາໜ່າງໂຮງຮຽນຂອງແຕ່ລະຊັ້ນ, ​ແຕ່ລະສາຍ ​ໂດຍສະເພາະການຈັດສັນໂຮງຮຽນລ້ຽງເດັກ ​ແລະ ອະນຸບານ, ​ໂຮງຮຽນປະຖົມ ​ແລະ ມັດທະຍົມສຶກສາ ​ໃຫ້ຕິດພັນກັບການຈັດສັນພູມລຳເນົາການຈັດສັນບ້ານການໂຮມບ້ານບ້ານ 3 ສ້າງ ​ເພື່ອເປັນຂໍ້ມູນທີ່ຈະແຈ້ງໃຫ້ແກ່ການກະກຽມກ້າວເຂົ້າສູ່ການປະຕິບັດການສຶກສາພາກບັງຄັບ 9 ປີຮຽນ ທີ່ກຳນົດໃນກົດໝາຍວ່າດ້ວຍການສຶກສາສະບັບປັບປຸງໃໝ່ປີ 2015 ທີ່ຈະປະກາດນຳໃຊ້ໃນບໍ່ດົນນີ້.
     3. ຕັ້ງໜ້າປະຕິບັດບັນດານິຕິກຳທີ່ກ່ຽວຂ້ອງກັບຫລັກສູດກ່ຽວກັບການສອນ-ການຮຽນໃຫ້ເປັນຮູບປະທຳ, ​ເອົາໃຈໃສ່ເປັນພິເສດຕໍ່ການສອນ-ການຮຽນຂອງຊັ້ນປະຖົມສຶກສາ ​ໂດຍສືບຕໍ່ປະຕິບັດການເລື່ອນຂັ້ນແບບຕໍ່ເນື່ອງໃຫ້ທົ່ວເຖິງ ​ແລະ ຖືກຕ້ອງ, ​ເຂັ້ມງວດຕາມລະບຽບຫລັກການຕັ້ງໜ້າສອນບຳລຸງນັກຮຽນອ່ອນຢ່າງເປັນລະບົບພ້ອມກັນນັ້ນ ກໍຕັ້ງໜ້າສົ່ງເສີມນັກຮຽນເກັ່ງ ​ແລະ ນັກຮຽນພອນສະຫວັນໃຫ້ແຂງແຮງສືບຕໍ່ເອົາໃຈໃສ່ຈັດການຮຽນ-ການສອນບຳລຸງຍົກລະດັບການສຶກສາຕິດພັນກັບການເຝິກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ປະຊາຊົນບັນດາເຜົ່າມີລະດັບການສຶກສາສູງຂຶ້ນມີອາຊີບໃດໜຶ່ງທີ່ໝັ້ນຄົງປັບປຸງການຮຽນ-ການສອນອາຊີວະສຶກສາ ​ແລະການສຶກສາຊັ້ນສູງ ນັບທັງສາຍສ້າງຄູ ​ໂດຍເນັ້ນພາກປະຕິບັດຕົວຈິງການຄົ້ນຄວ້າວິໄຈທາງດ້ານວິທະຍາສາດໃຫ້ຫລາຍຂຶ້ນ.
     4. ກະກຽມສະຫລຸບຂະບວນການແຂ່ງຂັນ-ຍ້ອງຍໍການປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ​ແລະ ກິລາ​ ຕິດພັນກັບການສະຫລຸບຂະບວນການແຂ່ງຂັນຮັກຊາດ ​ແລະ ການສະເຫລີມສະຫລອງວັນສຳຄັນຂອງຊາດ ​ໂດຍສະເພາະວັນຊາດທີ 2 ທັນວາ ຄົບຮອບ40 ປີ ​ແລະ ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ​ແລະ ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ​ແລະ ກິລາ ທີ່ຈະເປີດຂຶ້ນໃນບໍ່ດົນນີ້.

      ​ໃນໂອກາດ​​ໄຂສົກຮຽນໃໝ່ 2015-2016 ນີ້ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ​ແລະ ກິລາທຸກຂັ້ນຄູ-ອາຈານສອນທຸກຄົນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ​ເຄົາລົບນັບຖື ​ແລະ ປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ ​ແລະ ​ເພີ່ມທະວີຄວາມສາມັກຄີພາຍໃນ​​ໃຫ້ໜັກແໜ້ນຕ້ານ ​ແລະ ສະກັດກັ້ນທຸກປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຂະແໜງການສຶກສາ ​ແລະ ກິລາຜ່ານຜ່າທຸກຄວາມຫຍຸ້ງຍາກ ​ເພື່ອສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຮຽກຮ້ອງເຖິງນັກຮຽນ-ນັກສຶກສາໃນທຸກລະດັບ,ທຸກຂົງເຂດໃນທົ່ວປະເທດຈົ່ງເພີ່ມທະວີຄວາມຮັບຜິດຊອບ ​ແລະ ຕັ້ງໃຈຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງໃຫ້ຫລາຍຂຶ້ນຮຽນໃຫ້ມີຄວາມຮູ້,ມີຄວາມສາມາດ ​ແລະ ຮຽນໃຫ້ມີວິຊາຊີບໃດໜຶ່ງທີ່ໝັ້ນຄົງ, ​ເຝິກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນນັກຮຽນດີຂອງຄູ-ອາຈານກາຍເປັນລູກຫລານທີ່ດີຂອງພໍ່ແມ່ປ້າ-ລຸງ, ​ເປັນພົນລະເມືອງດີຂອງຊາດ ກຽມພ້ອມປະກອບສ່ວນປົກປັກຮັກສາ ​ແລະ ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາຮຽກຮ້ອງມາຍັງຄອບຄົວຜູ້ປົກຄອງນັກຮຽນ-ນັກສຶກສາ ​ແລະ ​ໃນທົ່ວສັງຄົມ ຈົ່ງພ້ອມກັນຊ່ວຍຕັກເຕືອນບອກສອນສຶກສາອົບຮົມໃຫ້ລູກຫລານຂອງຕົນໃຫ້ເອົາໃຈໃສ່ຕໍ່ການສຶກສາຄົ້ນຄວ້າຮ່ຳຮຽນຮູ້ຄຸນຄ່າຂອງຕົນຊຸກຍູ້ສົ່ງເສີມໃຫ້ລູກຫລານທີ່ຢູ່ໃນເກນອາຍຸເຂົ້າຮຽນໄປໂຮງຮຽນ ​ແລະ ຮຽນຕໍ່ໃຫ້ສູງຂຶ້ນຕາມຄວາມສາມາດຂອງເຂົາເຈົ້າບັນຫາສຳຄັນຮຽນຈົບແລ້ວໃຫ້ມີອາຊີບ,ມີວຽກເຮັດງານທຳມີລາຍຮັບໃຫ້ແກ່ຕົນເອງ ​ແລະ ຄອບຄົວຮຽກຮ້ອງເຖິງອົງການຈັດຕັ້ງທຸກພາກສ່ວນ​ ທັງພາກລັດ ​ແລະ ພາກເອກະຊົນທັງພາຍໃນ ​ແລະ ຕ່າງປະເທດ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອການສຶກສາ ​ແລະ ກິລາ ຖືເອົາການສຶກສາ ​ແລະ ກິລາເປັນໜ້າທີ່ ​ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.

No comments:

Post a Comment