} />

Pages

Thursday, September 17, 2015

ຫລວງພະບາງພວມເລັ່ງແກ້ໄຂຜົນກະທົບຈາກເຫດພູເຈືອນຢູ່ເມືອງນານໃຫ້ຄືນສູ່ປົກກະຕິໂດຍໄວ

ພາຍຫລັງເກີດເຫດການພູເຈື່ອນກະທັນຫັນໃນບໍລິເວນຈຸດແຫລງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຮ່ຽນ ເຂດບ້ານນາຝາຍ ແລະ ບ້ານສີບຸນເຮືອງ ເມືອງນານແຂວງຫລວງພະບາງເມື່ອຕອນບ່າຍວັນທີ 8 ກັນຍາຜ່ານມານີ້ໄດ້ສົ່ງຜົນເຮັດໃຫ້ກະແສນໍ້າຕົ້ນໄມ້ ແລະ ດິນໄດ້ໄຫລຊຸເຂົ້າຖ້ວມເຮືອນຊານຂອງປະຊາຊົນທີ່ຢູ່ລຽບຕາມແຄມແມ່ນໍ້າສະນານເສຍຫາຍຈໍານວນຫລາຍຄືມີເຮືອນປະຊາຊົນຢູ່ບ້ານນາຝາຍ 9 ຫລັງຖືກນໍ້າພັດສູນຫາຍ, 24 ຫລັງເປ່ເພ ແລະ ອີກ 8ຫລັງຢູ່ບ້ານສີບຸນເຮືອງໃນນີ້ມີຜູ້ເສຍຊີວິດທັງໝົດ 4 ຄົນຍ້ອນຖືກດິນຖົມໃນນັ້ນເປັນຍິງ 2ຄົນອາຍຸ 6 ປີແລະ 32 ປີຊາຍ 2 ຄົນອາຍຸ 18 ປີ ແລະ 70 ປີຂະນະດຽວກັນເສັ້ນທາງຫລວງແຫ່ງຊາດເລກ 4 ບໍລິເວນລຽບຕີນພູສະແກກໍຖືກດີນເຈື່ອນໄຫລ່ມາຖົມເປັນບໍລິເວນກວ້າງເຮັດໃຫ້ການສອນຈອນຖືກຕັດຂາດຊົ່ວຄາວ ແລະ ພາຍຫລັງ
ເກີດສະພາບຮ້າຍແຮງດັ່ງກ່າວອໍານາດການປົກຄອງຖິ່ນໄດ້ຈັດກໍາລັງເຈົ້າໜ້າທີ່ຫລາຍພາກສ່ວນເຂົ້າໄປໃຫ້ການຊ່ວຍເຫລືອຢ່າງຮີບດ່ວນພ້ອມແຕ່ງໜ່ວຍງານຮັບຜິດຊອບແກ້ໄຂແຕ່ລະໜ້າວຽກຄືໜ່ວຍງານຄົ້ນຫາຜູ້ເສຍຊີວິດ ແລະ ສູນຫາຍ, ເຊິ່ງມາຮອດປັດຈຸບັນສາມາດຄົ້ນຫາສົບຜູ້ເສຍຊີວິດໄດ້ທັງໝົດແລ້ວ.ໜ່ວຍງານເກັບກໍາຂໍ້ມູນຜົນເສຍຫາຍຂອງເຮືອນ,ເນື້ອທີ່ການຜະລິດສັດລ້ຽງ ແລະ ອື່ນໆເຊິ່ງຄາດວ່າຈະສາມາດສັງລວມຜົນເສຍຫາຍທັງໝົດໄດ້ໃນອີກບໍ່ດົນນີ້ເພື່ອລະດົມທຶນ
ເພື່ອຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກໄພທໍາມະຊາດດັ່ງກ່າວເຊິ່ງປັດຈຸບັນໄດ້ມີຫ້ອງວ່າການແຂວງຫລວງພະບາງ ແລະ ຫ້ອງວ່າການແຂວງໄຊຍະບູລີໄດ້ມອບເງິນຊ່ວຍເຫລືອເພື່ອບັນເທົາທຸກເບື້ອງຕົ້ນແລ້ວພາກສ່ວນລະ 10 ລ້ານກີບນອກຈາກນີ້ຍັງມີອົງການກາແດງແຂວງຫລວງພະບາງໄດ້ມອບເຂົ້າສານຈໍານວນ 1 ໂຕນ ແລະ ນໍ້າດື່ມອີກຈໍານວນໜຶ່ງ ແລະ ຫລາຍພາກສ່ວນກໍໄດ້ມີການແຈ້ງເຈດຈໍານົງເພື່ອໃຫ້ການຊ່ວຍເຫລືອຕື່ມອີກ.



ເຈົ້າເມືອງນານໃຫ້ຮູ້ວ່າສໍາລັບຜູ້ທີ່ໄດ້ຮັບຜົນກະທົບປັດຈຸບັນແມ່ນໄດ້ຈັດສັນໃຫ້ໄປພັກເຊົາຊົ່ວຄາວຢູ່ໂຮງ ຮຽນຂອງບ້ານ ແລະຈໍານວນໜຶ່ງແມ່ນພັກເຊົາຢູ່ນໍາຍາດພີ່ນ້ອງຈົນກວ່າຈະມີການປຸກສ້າງເຮືອນຢູ່ໃໝ່ ແລະ ສິ່ງທີ່ຕ້ອງການຊ່ວຍເຫລືອຮີບດ່ວນແມ່ນເຂົ້າສານອາຫານແຫ້ງເຄື່ອງນຸ່ງຫົ່ມສັງກະສີແລະ ເຄື່ອງອຸປະໂພກ-ບໍລິໂພກອັນຈໍາເປັນອື່ນໆສະນັ້ນ ຫາກພາກສ່ວນໃດບໍລິສັດ-ຫ້າງຮ້ານຫົວໜ່ວຍທຸລະກິດ,ບຸກຄົນຫລືນິຕິບຸກຄົນໃດຕ້ອງການບໍລິຈາກວັດຖຸສິ່ງຂອງ ແລະ ເງິນເພື່ອຊ່ວຍເຫລືອຜູ້ປະສົບໄພທໍາມະຊາດຄັ້ງນີ້ແມ່ນສາມາດຕິດຕໍ່ໄດ້ທີ່ໂທລະສັບໝາຍເລກ 071-450242, 020 22350209, 020 22350108 ແລະ 030 9010151ຕາມເວລາລັດຖະການ.

No comments:

Post a Comment