} />

Pages

Thursday, September 17, 2015

ດາວເຮືອງ ຢືນຢັນບໍ່ມີສ່ວນກ່ຽວຂ້ອງກັບຄະດີກັນຊາ 1,5 ໂຕນ ທີ່ຕໍາຫລວດກໍາປູເຈຍຍຶດໄດ້

ໃນທ້າຍອາທິດຜ່ານມານີ້, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ທ່ານນາງ ເລືອງ ລິດດັງ ປະ ທານບໍລິສັດ ດາວເຮືອງ ແລະ ທ່ານ ສີສຸພົນ ສີຫາລາດ ອໍານວຍການບໍລິສັດດາວເຮືອງ ໄດ້ຖະແຫລງຕໍ່ສື່ມວນຊົນໃນກໍລະນີບໍລິສັດຂອງຕົນບໍ່ມີສ່ວນກ່ຽວຂ້ອງໃດໆໃນຄະດີກັນຊາໜັກ 1,5 ໂຕນ ທີ່ຕໍາຫລວດກໍາປູເຈຍຍຶດໄດ້ໃນປະເທດເມື່ອວັນທີ 25 ສິງຫາ2015 ນີ້ພາຍຫລັງມີສໍານັກຂ່າວບາງກອກໂພສ (Bangkok Post) ສະບັບວັນທີ 25ສິງຫາ 2015 ພາກຂ່າວອາຊີ (News Asia)ໄດ້ລົງພີມຂ່າວໃນຫົວຂໍ້: ກໍາປູເຈຍຍືດກັນຊາ1,5 ໂຕນ, ຂຽນໂດຍສານັກຂ່າວສານຝລັ່ງ(AFP) ແລະ ເວັບໄຊມູດີຣີພອດ (Moodle report.com), ເຊິ່ງມີເນື້ອໃນວ່າຕໍາຫລວດກໍາປູເຈຍຍຶດກັນຊາໜັກເກືອບ 1,5 ໂຕນ, ມີມູນຄ່າກວ່າ 7 ລ້ານໂດລາສະຫະລັດ, ບັນຈຸໄວ້ໃນຫໍ່ກາເຟດາວທີ່ລັກລອບເຂົ້າມາຈາກລາວ, ໂດຍອີງໃສ່ທ່ານອໍານວຍການສໍານັກງານປາບປາມຢາເສບຕິດກະຊວງປ້ອງກັນຄວາມສະຫງົບກໍາ
ປູເຈຍໄດ້ຖະແຫລງຂ່າວພ້ອມຂອງກາງ ແລະ ຜູ້ຕ້ອງຫາວ່າ: ຍຶດກັນຊາໄດ້ 1.487 ກິໂລລະຫວ່າງກວດຄົ້ນຢູ່ນະຄອນ ຫລວງພະນົມເປັນໃນວັນທີ 21 ສິງຫາ 2015, ພ້ອມຈັບຄົນກໍາປູເຈຍໄດ້ 3 ຄົນເຊິ່ງກັນຊາທັງໝົດຖືກບັນຈຸໄວ້ໃນຫໍ່ກາເຟດາວທີ່ລັກລອບນໍາເຂົ້າມາຈາກລາວ ແລະ ກຽມສົ່ງໄປປະເທດທີສາມເຊິ່ງສາມາດຈໍາໜ່າຍໄດ້ໃນລາຄາບໍ່ຕໍ່າກວ່າ 7 ລ້ານໂດລາສະຫະລັດ, ນອກຈາກນີ້ຍັງຍຶດນໍ້າມັນກັນຊາອີກ 1,5 ກິໂລມີມູນຄ່າປະມານ 75 ພັນໂດລສະຫະ ລັດ. ຜູ້ອໍານວຍການປາບປາມຢາເສບຕິດກໍາປູເຈຍຍັງລະບຸວ່າຫົວໜ້າເຄືອຂ່າຍຢາເສບຕິດຄັ້ງນີ້ເປັນຄົນຕ່າງປະເທດແຕ່ບໍ່ລະບຸວ່າປະເທດໃດ ?. ຕໍາຫລວດກໍາປູເຈຍເປີດເຜີຍວ່າ: ໄລຍະ 7 ເດືອນຂອງປີນີ້ສາມາດຍຶດຢາເສບຕິດໄດ້ປະ ມານ 90 ກິໂລ, ຫລາຍກວ່າເຄິ່ງແມ່ນຢາບ້າ ແລະ ເຮໂຣອິນທີ່ລັກລອບນໍາເຂົ້າມາຈາກລາວແລະ ສາມາດຈັບກຸ່ມຜູ້ຕ້ອງສົງໄສໄດ້ຫລາຍກວ່າ 2.200 ຄົນ ແລະ ຕໍ່ກັບຂ່າວດັ່ງກ່າວທ່ານອໍານວຍການບໍລິສັດດາວເຮືອງ ສີສຸພົນ ສີຫາລາດ ກ່າວວ່າ: ກຸ່ມບໍລິສັດພວກເຮົາຂໍສະແດງຄວາມເສຍໃຈທີ່ມີເຫດການແບບນີ້ເກີດຂຶ້ນ ແລະ ຢືນຢັນວ່າພວກເຮົາບໍ່ມີສ່ວນກ່ຽວຂ້ອງໃດໆທັງສີ້ນເຊິ່ງຕະຫລອດໄລຍະຜ່ານມາກຸ່ມບໍລິສັດດາວເຮືອງແມ່ນດໍາເນີນທຸລະກິດທີ່ສຸຈະລິດ, ຊອບທໍາ, ຖືກຕ້ອງຕາມລະບຽບກົດໝາຍແຫ່ງ ສປປ ລາວ. ສ່ວນກໍລະນີໜັງສືພິມບາງກອກໂພສ ສະບັບວັນທີ 16 ກໍລະກົດ 2015 ຂຽນໂດຍ ມາຕິນ ມູດີ ໃນຫົວຂໍ້: ການສະເໜີຂໍສ້າງຮ້ານຄ້າປອດພາສີໃໝ່ (Big new laos duty free mall proposed). ວ່າ: ກຸ່ມບໍລິສັດດາວເຮືອງໄດ້ລົງທຶນໃສ່ການກໍ່ສ້າງຮ້ານຄ້າປອດພາສີຢູ່ດ່ານຂົວມິດຕະ ພາບ1, ນະຕອນຫລວງວຽງຈັນໃນວົງເງິນ 10 ຕື້ບາດ (ສະກຸນເງິນໄທຫລື ປະມານ 295 ລ້ານໂດລາສະຫະລັດນັ້ນກໍບໍ່ເປັນຄວາມຈິງ, ເນື່ອງຈາກວ່າພວກເຮົາບໍ່ໄດ້ມີໂຄງການດັ່ງກ່າວສະເໜີຕໍ່ລັດຖະບານລາວແຕ່ຢ່າງໃດສະນັ້ນ ຈຶ່ງຂໍໃຫ້ສັງຄົມເຂົ້າໃຈນໍາດ້ວຍ ແລະ ຫວັງວ່າທຸກພາກສ່ວນຈະໃຫ້ການຮ່ວມມື, ສົ່ງເສີມ, ຊ່ວຍເປັນຫູເປັນຕາເພື່ອປົກປ້ອງຜົນຜະລິດທີ່ເປັນຂອງຄົນລາວໃຫ້ຢູ່ຄູ່ກັບການພັດທະນາເສດຖະກິດຂອງຊາດຕະຫລອດໄປ ແລະ ປັດຈຸບັນຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment